Skip to main content

ບໍລິສັດ ກຸຫຼາບຄຳ ມອບເງິນ 100 ລ້ານກີບ ໃຫ້ແຂວງຫຼວງນໍ້າທາ ສົ່ງຄະນະນັກກິລາເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

15/10/2025

ໃນວັນທີ 13 ຕຸລາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ, ບໍລິສັດກຸຫຼາບຄໍາ ຈໍາກັດຜູ້ດຽວ ມອບເງິນສົດ 100 ລ້ານກີບ ໃຫ້ແຂວງຫຼວງນໍ້າທາ ເພື່ອປະກອບສ່ວນຊຸກຍູ້ວຽກງານກິລາຂອງແຂວງ ທີ່ຈະເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ການແຂ່ງຂັນກິລາຄົນພິການ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ໂດຍການກ່າວຮັບຂອງທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງນໍ້າທາ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້,  ທ່ານ ອ່ອນຈັນ ຄຳພາວົງ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ກຸຫຼາບຄຳ ຈໍາກັດຜູ້ດຽວ ທີ່ເຫັນໄດ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍໃນຂະບວນການກິລາຂອງແຂວງຫຼວງນໍ້າທາໃນຄັ້ງນີ້ ຂໍອວຍພອນໄຊໃຫ້ທ່ານ ພ້ອມດ້ວຍໜ້າທີ່ການງານ, ບໍລິສັດຂອງທ່ານ ຈົ່ງປະສົບຜົນສຳເລັດ ແລະ ຈະເລີນກ້າວໜ້າທຸກປະການ ຫວັງຢ່າງຍິ່ງວ່າໂອກາດໜ້າຈະໄດ້ຮັບການປະກອບສ່ວນນໍາບໍລິສັດທ່ານຕື່ມອີກ.

 

ໂອກາດດຽວກັນນີ້, ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງນໍ້າທາ ໄດ້ໃຫ້ສຳພາດວ່າ: ສຳລັບການກະກຽມເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວງຈັນ ເປັນເຈົ້າພາບ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 15-25 ພະຈິກ 2025 ນີ້ ໂດຍອີງຕາມແຈ້ງການຂອງຄະນະຮັບຜິດຊອບ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ, ການຫ້າງຫາກະກຽມຂອງຄະນະຮັບຜິດຊອບຂັ້ນແຂວງ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ: ໃນນີ້ຂໍ້ສະດວກ ແມ່ນຍ້ອນການນຳແຂວງໄດ້ໃຫ້ຄວາມສໍາຄັນ ແລະ ໄດ້ຈັດສັນງົບປະມານ ໃຫ້ໃນການເຂົ້າຮ່ວມງານມະຫາກຳກິລາໃນຄັ້ງນີ້ ຄະນະຮັບຜິດຊອບ, ສະຫະພັນກິລາ ແລະ ນັກກິລາ ທຸກພາກສ່ວນໃຫ້ຄວາມຮ່ວມໄມ້ຮ່ວມມື ແລະ ເປັນເຈົ້າການ ໃນການຄັດເລືອກນັກກິລາ ແລະ ທັງເຂົ້າສູນຝຶກຊ້ອມ.

ຜ່ານການກະກຽມ ມາຮອດປັດຈຸບັນນີ້ແມ່ນໄດ້ສໍາເລັດຫຼາຍດ້ານເປັນຕົ້ນ ແມ່ນສໍາເລັດການອອກຂໍ້ຕົກລົງ ກຳນົດປະເພດກິລາທີ່ຈະເຂົ້າຮ່ວມ 14 ປະເພດ, ສຳເລັດການຄັດເລືອກນັກກິລາ ແລະ ມີບາງປະເພດ ແມ່ນໄດ້ເກັບຕົວເຂົ້າສູນຝຶກຊ້ອມແຕ່ວັນທີ 10 ຕຸລາ 2025 ຄື: ບານເຕະ, ກະຕໍ້ຊາຍ, ດອກປີກໄກ່ຊາຍ, ແລ່ນ-ລານ ຍິງ-ຊາຍ, ເປຕັງຍິງ-ຊາຍ, ດຶງເຊືອກຍິງ-ຊາຍ, ຍິງປືນ, ກິລາອີ-ສະປອດ, ໝາກຂ່າງ, ລົດຖີບ, ໜ້າເກັກ, ຍິງທະນຸ, ມວຍສາກົນຊາຍ, ກັອບ ຍິງ-ຊາຍ, ໝາກແລ້ຍິງ, ກິລາຍິງທະນູ ຍິງ-ຊາຍ ແລະ ຈະມີ ຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ ທັງໝົດ 217 ຄົນ,ຄາດວ່າຈະຍາດໃຫ້ໄດ້ 4 ຫຼຽນຄໍາ, 5 ຫຼຽນເງິນ ແລະ 7 ຫຼຽນທອງ.

 

ຂ່າວ: ມຸນຕີ (ຂ່າວສານແຂວງຫຼວງນ້ຳທາ)