Skip to main content

ຍີ່ປຸ່ນ ມອບທຶນຊ່ວຍເຫຼືອລ້າ ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ແຂວງບໍ່ແກ້ວ ມູນຄ່າ 88.546 ໂດລາສະຫະລັດ

16/10/2025

ວັນທີ 15 ຕຸລາ 2025 ທີ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ ໄດ້ຈັດພິທີລົງນາມໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ພາຍໃຕ້ໂຄງການຂອບຮ່ວມມື “ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP)” ໂດຍໄດ້ຮັບທຶນການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມູນຄ່າປະມານ 88.546 ໂດລາສະຫະລັດ, ໂດຍມີ ທ່ານ ແປ້ນຄໍາ ບຸດຈັນແພງ ເຈົ້າແຂວງບໍ່ແກ້ວ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການສຶກສາ ແລະ ກິລາເມືອງປາກທາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ, ແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ ແລະ ສະໜອງອຸປະກອນເຄື່ອງໃຊ້ໃຫ້ໂຮງຮຽນມັດທະຍົມຕົ້ນບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນຂອງໂຮງຮຽນດັ່ງກ່າວ.

ມາຮອດປັດຈຸບັນ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນໃຫ້ແຂວງບໍ່ແກ້ວ ລວມເປັນມູນຄ່າຫຼາຍກວ່າ 870.000 ໂດລາສະຫະລັດ ໃນຂະແໜງການສຶກສາ, ສາທາລະນະສຸກ ແລະ ໂຍທາທິການ. ໂຄງການນີ້, ເປັນໂຄງການທີ 7 ໃນຂະແໜງສຶກສາ ແລະ ເປັນໂຄງການທໍາອິດຂອງເມືອງປາກທາ ແລະ ປະເທດຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

 

ພາບ-ຂໍ້ມູນ: Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ