Skip to main content

ສະຫາຍ ເພັງນິລັນ ຄໍາພັນເພັງ ຖືກເລືອກໃຫ້ເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII

17/10/2025

ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄດ້ສໍາເລັດລົງຢ່າງຈົບງາມທີ່ສະໂມສອນໃຫຍ່ຂອງແຂວງໄຊຍະບູລີ ໃນວັນທີ 16 ຕຸລາ 2025 ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ, ຊຶ່ງໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະທີມງານຂອງສູນກາງ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຜູ້ແທນສົມບູນກອງປະຊຸມ ທີ່ໄດ້ຕາງໜ້າໃຫ້ແກ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ສຳນັກງານ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນຈາກບັນດາເມືອງໃນທົ່ວແຂວງ ຈໍານວນ 325 ສະຫາຍ, ຍິງ 56 ສະຫາຍ, ມີບັນດາສະຫາຍແຂກ, ວິລະຊົນແຫ່ງຊາດ, ພະນັກງານປະຕິວັດອາວຸໂສບຳນານ, ຕາງໜ້ານັກທຸລະກິດ, ພໍ່ຄ້າ-ຊາວຂາຍ ໃນທົ່ວແຂວງເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້ຜູ້ແທນໄດ້ລົງປະຊາມະຕິເອກະສັນຮັບຮອງເອົາເນື້ອໃນສໍາຄັນດັ່ງນີ້ ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງລາຍການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ທັງສອງພາກ ແລະ ບົດສຳຫຼວດການຳພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ VII ຂອງອົງຄະນະພັກແຂວງໃນໄລຍະ 5 ປີໃນຕໍ່ໜ້າ ( 2026-2030).

ກອງປະຊຸມໄດ້ຮັບການປະກອບຄໍາ, ຄິດຄໍາເຫັນຈາກຜູ້ຕາງໜ້າຂອງຫຼາຍຂົງເຂດວຽກງານ ຊຶ່ງລ້ວນແຕ່ສະແດງເຖິງຄວາມເປັນເອກະພາບສູງຕໍ່ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດການຳພາລວມຂອງຄະນະຊຸດເກົ່າ, ການປະກອບຄໍາເຫັນສ່ວນໃຫຍ່ໄດ້ລົງເລິກຜົນສໍາເລັດແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ VII ເຂົ້າໃນຂົງເຂດກົມກອງ, ຂະແໜງການຂອງຕົນ ແລະ ຍົກໃຫ້ເຫັນບາງຂໍ້ຄົງຄ້າງທີ່ຈະຕ້ອງສືຕໍ່ແກ້ໄຂໃນຕໍ່ໜ້າ, ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.

ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິານງານພັກແຂວງຊຸດໃໝ່ ແລະ ຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຖານ, ເງື່ອນໄຂທີ່ກຳນົດໄວ້ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ ຈຳນວນ 41 ສະຫາຍ ຄັດເລືອກໄດ້ 37 ສະຫາຍ, ຍິງ 7 ສະຫາຍ, ປ່ອນບັດເລືອກຕັ້ງຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ມີຜູ້ສະໝັກເລືອກຕັ້ງ 34 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາ 27 ສະຫາຍ, ສຳຮອງ 5 ສະຫາຍ, ຜູ້ແທນສົມບູນ 27 ສະຫາຍ, ຍິງ 4 ສະຫາຍ.

 

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII ໄດ້ເປັນເອກະສັນກັນເລືອກຕັ້ງເອົາຄະນະປະຈຳ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາ, ເລືອກຕັ້ງເອົາຄະນະປະຈຳພັກແຂວງຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ, ໄດ້ເລືອກຕັ້ງສະຫາຍ ເພັງນິລັນ ຄໍາພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ສະຫາຍ ດວງຕາ ໄຊວຸດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ສະຫາຍ ປອ ສີສອນພັນ ບຸນສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ສະຫາຍ ຄໍາເຫຼັກ ແກ້ວວິໄລພອນ ເປັນປະທານກວດກາພັກແຂວງໄຊຍະບູລີ, ສະຫາຍ ໜູໄຊ ນໍກີຢ່າ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ, ສະຫາຍ ສີທອນ ພັນທະວົງ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ, ທ່ານ ທອງສຸກ ເຊັງທໍ່ ເປັນຮອງປະທານກວດກາພັກແຂວງໄຊຍະບູລີ.

ກອງປະຊຸມໃຫຍ່ໄດ້ເປັນກຽດຢ່າງສູງຮັບຟັງການໂອ້ລົມຈາກ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາຄະນະພັກຊຸດເກົ່າທີ່ໄດ້ນໍາພາ-ຊີ້ນໍາພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ປະຕິບັດໜ້າທີ່ການເມືອງມີຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນໄລຍະຜ່ານມາຊຶ່ງສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຕ້ອງໄດ້ສືບຕໍ່ແກ້ໄຂຄວາມຮັບຜິດຊອບສູງ, ຈາກນັນສະຫາຍຍັງໄດ້ໃຫ້ທິດຊີ້ນຳວຽກງານແຕ່ລະດ້ານໃນທາງທີ່ສ້າງສັນ ແລະ ໄດ້ມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ທີ່ຈະສືບຕໍ່ນໍາພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່, ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ສະໄໝທີ VIII ໃຫ້ບັນລຸຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ. ພ້ອມດຽວກັນນັ້ນສະຫາຍຍັງໄດ້ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເຮັດໃຫ້ວຽກງານດ້ານຕ່າງໆມີການຫັນປ່ຽນທີ່ຕັ້ງໜ້າ ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

 

……………….

ນັກຂ່າວແຂວງໄຊຍະບູລີ

 

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ