Skip to main content

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະສະຫະພັນ ແລະ ນັກກິລາເພາະກາຍແຫ່ງຊາດລາວ

15/10/2025

ໃນວັນທີ 15 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດພົບປະໂອ້ລົມຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ບັນດານັກກິລາ ຜູ້ທີ່ມີຜົນງານໂດດເດັ່ນ ໃນການແຂ່ງຂັນກິລາເພາະກາຍ ໃນໄລຍະຜ່ານມາ ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍບັນດາຄູຝຶກ, ນັກກິລາເພາະກາຍທີມຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ ແລະ ເລຂາທິການສະຫະພັນກິລາເພາະກາຍແຫ່ງຊາດລາວ ຕາງໜ້າໃຫ້ສະຫະພັນ ແລະ ນັກກິລາ ລາຍງານໃຫ້ຊາບ ກ່ຽວກັບຜົນງານໃນໄລຍະຜ່ານມາ ວ່າ: ໃນປີ 2024 ກິລາເພາະກາຍແຫ່ງຊາດລາວ ສ້າງຜົນງານເວທີສາກົນໄດ້ 7 ຫຼຽນຄໍາ, 5 ຫຼຽນເງິນ ແລະ 16 ຫຼຽນທອງ. ພິເສດ ສາມາດຍາດໄດ້ແຊ໋ມໂລກ 2 ຄົນ ໃນງານແຂ່ງຂັນກິລາເພາະກາຍຊີງແຊ໋ມໂລກ ຄັ້ງທີ 15 ທີ່ປະເທດເມົາດິບ ໃນເດືອນພະຈິກ 2024. ສໍາລັບການແຂ່ງຂັນກິລາເພາະກາຍຊີງແຊ໋ມອາຊຽນ ຄັ້ງທີ 19 ມີນັກກິລາທີມຊາດລາວ ລົງແຂ່ງຂັນ 5 ຄົນ ຍາດໄດ້ 2 ຫຼຽນຄໍາ, 2 ຫຼຽນເງິນ ແລະ ການແຂ່ງຂັນກິລາເພາະກາຍຊີງແຊ໋ມອາຊີ ຄັ້ງທີ 57 ນັກກິລາທີມຊາດລາວ ລົງແຂ່ງຂັນມີ 6 ຄົນ ສາມາດຄວ້າໄດ້ 2 ຫຼຽນຄໍາ, 1 ຫຼຽນເງິນ ແລະ 2 ຫຼຽນທອງ, ຊຶ່ງການແຂ່ງຂັນສອງລາຍການດັ່ງກ່າວ ແມ່ນຈັດຂຶ້ນໃນລະຫວ່າງ ວັນທີ 18-25 ສິງຫາ 2025 ທີ່ຣາຊະອານາຈັກໄທ.

 

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ວ່າ: ຜົນສຳເລັດດັ່ງກ່າວ ຖືເປັນຄັ້ງປະຫວັດສາດ ອັນໄດ້ນໍາຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈຢ່າງໃຫຍ່ຫຼວງ ມາໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ທັງເປັນການເຊີດຊູຊື່ສຽງກຽດສັກສີຂອງນັກກິລາເພາະກາຍຂອງລາວ ກໍຄື ປະເທດລາວ ໃຫ້ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ຊຶ່ງຜົນສຳເລັດທັງໝົດ ທີ່ຍາດມາໄດ້ ແມ່ນເກີດຈາກຈິດໃຈຮັກຊາດອັນດູດດື່ມ, ຄວາມຕັ້ງໃຈ, ຄວາມເສຍສະຫຼະ, ຄວາມມານະອົດທົນ, ຄວາມຕັ້ງໜ້າໃນການຝຶກຊ້ອມ, ການສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ຂອງນັກກິລາ. ພ້ອມນັ້ນ, ກໍແມ່ນການປະກອບສ່ວນຊ່ວຍເຫຼືອຢ່າງຕັ້ງໜ້າ ແລະ ການອໍານວຍຄວາມສະດວກດ້ານຕ່າງໆຂອງ ຄະນະພັກ-ຄະນະ​ນໍາກະຊວງ​ສຶກສາ​ທິການ​ ​ແລະ ກິລາ, ສະຫະພັນກິລາເພາະກາຍແຫ່ງຊາດລາວ, ບັນດາຄູຝຶກ ແລະ ພໍ່ແມ່ຜູ້ປົກຄອງຂອງນັກກິລາ; ຜົນສໍາເລັດທີ່ຍາດມາໄດ້ ຍັງຊີ້ໃຫ້ເຫັນເຖິງຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນບັນດາເຜົ່າໃນຊາດ ທີ່ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວ ຊຸກຍູ້ໃຫ້ກຳລັງໃຈແກ່ນັກກິລາລາວ ທັງໃນ ແລະ ນອກສະໜາມ ລວມໄປເຖິງການສະໜັບສະໜູນຈາກພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ. ສິ່ງສໍາຄັນ ເພື່ອສ້າງໃຫ້ຄົນລາວ ມີຄວາມແຂງແຮງທາງດ້ານຮ່າງກາຍ, ຈິດໃຈ, ເຕົ້າໂຮມຄວາມສາມັກຄີ, ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ, ທັງສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໄປພ້ອມໆກັນ.

ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງສຶກສາທິການ ແລະ ກິລາ, ສະຫະພັນກິລາເພາະກາຍແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງພ້ອມກັນກະກຽມຄວາມພ້ອມຮອບດ້ານໃຫ້ດີ ເພື່ອເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍຊີງແຊ໋ມໂລກ ຄັ້ງທີ 17 ທີ່ນະຄອນຫຼວງວຽງຈັນ ໃນທ້າຍປີ 2026. ພ້ອມກັນນັ້ນ, ລູກຫຼານນັກກິລາ ກໍຕ້ອງໄດ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີທັກສະສູງຂຶ້ນເລື້ອຍໆ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນດັ່ງກ່າວ. ໃນນັ້ນ, ການຫຼິ້ນກິລາ: ຕ້ອງຝຶກໃຫ້ຕົນເອງມີສຸຂະພາບທີ່ແຂງແຮງ ແລະ ຕ້ອງຝຶກຕົນເອງໃຫ້ມີລະບຽບວິໄນ.

 

ໃນໂອກາດທີ່ ສປປ ລາວ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ໃນທ້າຍປີ 2026 ເຫັນວ່າ ເປັນການແຂ່ງຂັນລະດັບໂລກ ແລະ ຕິດພັນກັບຫຼາຍຂະແໜງການ, ຈຶ່ງສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການປະສານສົມທົບກັບກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກະກຽມປະຊາສໍາພັນການທ່ອງທ່ຽວ ແລະ ວຽກງານກ່ຽວຂ້ອງໃຫ້ດີ ເພື່ອເປັນການດຶງດູດນັກທ່ອງທ່ຽວ. ນອກນັ້ນ, ໃຫ້ເອົາໃຈໃສ່ຕິດຕາມການຍ້ອງຍໍຊົມເຊີຍໃຫ້ແກ່ນັກກິລາ, ຄູຝຶກ ແລະ ສະຫະພັນກິລາເພາະກາຍແຫ່ງຊາດລາວ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງຊື່ສຽງໃຫ້ແກ່ປະເທດຊາດ ໃນໄລຍະຜ່ານມາ ຢ່າງເໝາະສົມ.

 

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.