ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ມອບເຄື່ອງກິລາ ໃຫ້ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ

ໃນວັນທີ 15 ຕຸລາ 2025, ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈໍາກັດຜູ້ດຽວ ນໍາໂດຍ ທ່ານ ສີພັນ ພັນທະລາວົງ ຮອງປະທານ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ໄດ້ນໍາເອົາເຄື່ອງກິລາ ລວມມູນຄ່າ ທັງໝົດ 3.000.000 ກີບ ມາມອບໃຫ້ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ຊຶ່ງກ່າວຮັບໂດຍ ທ່ານ ພັນໂທ ຄອນສະຫວັນ ພົມມະສີ ຫົວໜ້າການເມືອງ ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ, ມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ສີພັນ ພັນທະນາວົງ ໄດ້ກ່າວວ່າ: ການມອບເຄື່ອງກິລາໃນຄັ້ງນີ້ ເປັນການປະກອບສ່ວນຊຸກຍູ້ຂະບວນການກິລາ ຢູ່ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ເພື່ອນຳໃຊ້ເຂົ້າໃນການເຂົ້າຮ່ວມແຂ່ງຂັນກິລາບານສົ່ງໃນມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຫຼື “ນະຄອນຫຼວງວຽງຈັນ ເກມ” ຊຶ່ງຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ແລະ ສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງຊາດ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຄຽງຄູ່ກັນນັ້ນ, ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ກັບ ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດນີ້, ທ່ານ ພັນໂທ ຄອນສະຫວັນ ພົມມະສີ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານຮອງປະທານ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍສຳຄັນຂອງຂະບວນການກິລາ ຢູ່ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ຈຶ່ງໄດ້ນໍາເອົາເຄື່ອງກິລາມາມອບໃຫ້ໃນຄັ້ງນີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ: ຈະນໍາເອົາເຄື່ອງກິລາດັ່ງກ່າວ ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.
ຂ່າວຫຼ້າສຸດ
- ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ”
- ລັດຖະບານຕວກກີ ໃຫ້ການຊ່ວຍເຫຼືອທັບນັກກິລາກະຕໍ້ຄົນພິການລາວ ຮ່ວມແຂ່ງຂັນລາຍການຊີງແຊ໋ມນານາຊາດ
- “ເຈນຈິລາ ຂຸນລິວົງ” ສາວນັກກິລາແລ່ນ-ລານ ຕັ້ງເປົ້າຄວ້າ 3 ຫຼຽນຄຳ ໃຫ້ແຂວງສະຫວັນນະເຂດ “ນະຄອນຫຼວງວຽງຈັນ ເກມ 2025”
- ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ
- ສະຫາຍ ເພັງນິລັນ ຄໍາພັນເພັງ ຖືກເລືອກໃຫ້ເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII
- ຍີ່ປຸ່ນ ມອບທຶນຊ່ວຍເຫຼືອລ້າ ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ແຂວງບໍ່ແກ້ວ ມູນຄ່າ 88.546 ໂດລາສະຫະລັດ
