ສອງອ້າຍນ້ອງຄູ່ແຝດ “ບົດວິໄລທອງ” ນັກກິລາແລ່ນ-ລານ ພ້ອມຈະສ້າງຜົນງານຄວ້າ 5 ຫຼຽນຄຳ ໃຫ້ ປກຊ “ນະຄອນຫຼວງວຽງຈັນ ເກມ 2025”

ສອງອ້າຍນ້ອງຄູ່ແຝດ ນັກກິລາແລ່ນ-ລານສາຍເລືອດໃໝ່ຂອງວົງການກິລາແລ່ນ-ລານລາວ ກໍຄື ສິບເອກ ສົມສະໜຸກ ບົດວິໄລທອງ ແລະ ສິບເອກ ສີພາສຸກ ບົດວິໄລທອງ ທັງສອງພ້ອມຈະສ້າງຜົນງານຄວ້າ 5 ຫຼຽນຄຳ ໃຫ້ທັບນັກກິລາແລ່ນ-ລານ ກະຊວງປ້ອງກັນປະເທດ ຫຼື ປກຊ ໃນການແຂ່ງຂັນກິລາແລ່ນ-ລານງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025.
ເມື່ອບໍ່ດົນມານີ້ ທີ່ສະໜາມກິລາສະຖາບັນກິລາ-ກາຍະກຳ ເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີມງານສື່ມວນຊົນໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ໄດ້ລົງຕິດຕາມການກຽມຄວາມພ້ອມຂອງທັບນັກກິລາແລ່ນ-ລານ ປກຊ ຊຶ່ງມີ ສິບເອກ ສົມສະໜຸກ ບົດວິໄລທອງ ແລະ ສິບເອກ ສີພາສຸກ ບົດວິໄລທອງ ນັກກິລາສອງອ້າຍນ້ອງຝາແຝດ ທັງສອງ ໄດ້ໃຫ້ສຳພາດວ່າ: ພວກນ້ອງຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງສູງ ທີ່ໄດ້ຫຼິ້ນໃຫ້ກັບກົມກອງທີ່ຕົນເອງໄດ້ສັງກັດ ສະນັ້ນ ເພື່ອເຮັດໃຫ້ປະສົບຜົນສຳເລັດໃນການເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ພວກເຮົາທັງສອງໄດ້ຝຶກຊ້ອມຢ່າງໜັກໜ່ວງ ແລະ ເປັນປົກກະຕິທຸກເຊົ້າແລງ ໃນປັດຈຸບັນມີຄວາມພ້ອມເກືອບເຕັມຮ້ອຍແລ້ວ ແລະ ໃກ້ຈະຮອດມື້ແຂ່ງຂັນ ພວກເຮົາຈະມີຄວາມພ້ອມເກີນຮ້ອຍຢ່າງແນ່ນອນ. ແນວໃດກໍຕາມ, ໃນການເຂົ້າຮ່ວມ “ນະຄອນຫຼວງວຽງຈັນ ເກມ 2025” ທັງສອງຄົນເຮົາໄດ້ຕັ້ງຄວາມຫວັງໃຫ້ໄດ້ 5 ຫຼຽນຄຳ ແລະ 2 ຫຼຽນເງິນ.

ສຳລັບຜົນງານຜ່ານມາ ສິບເອກ ສົມສະໜຸກ ບົດວິໄລທອງ ສັງກັດ ປກຊ ເຄີຍເຂົ້າຮ່ວມກິລາແຫ່ງຊາດ ຄັ້ງທີ X ອຸດົມໄຊ ເກມ 2014 ໄດ້ລົງແຂ່ງຂັນ 100 ແມັດ, 200 ແມັດ (ແຕ່ບໍ່ໄດ້ຫຼຽນ), ສ່ວນງານກິລາແຫ່ງຊາດ ຄັ້ງທີ XI (ບາດເຈັບ ບໍ່ໄດ້ແຂ່ງ) ຂະນະທີ່ ງານກິລາແຫ່ງຊາດ ຄັ້ງທີ XII “ນະຄອນຫຼວງວຽງຈັນ ເກມ 2025” ຈະລົງແຂ່ງຂັນ 3 ລາຍການ ຈາກປະເພດ 200 ແມັດ, 4×100 ແມັດ ຊາຍ ແລະ 4×400 ແມັດຊາຍ. ຂະນະທີ່ຄວາມຫວັງ ກໍຕັ້ງເປົ້າໝາຍ ໃຫ້ໄດ້ 2 ຫຼຽນຄຳ ຈາກ 4×100 ແມັດ ແລະ 4×400 ສ່ວນ 1 ຫຼຽນເງິນ ໄດ້ຈາກ 200 ແມັດ.
ສ່ວນຜົນງານຜ່ານມາ ສິບເອກ ສີພາສຸກ ບົດວິໄລທອງ ສັງກັດ ປກຊ ໄດ້ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ X ອຸດົມໄຊ ເກມ 2014 ລົງແຂ່ງລາຍການ 4×400 ແມັດຊາຍ (ບໍ່ໄດ້ຫຼຽນ), ງານກິລາແຫ່ງຊາດ ຄັ້ງທີ XI ຊຽງຂວາງ ເກມ 2023 ໄດ້ລົງແຂ່ງ 3 ລາຍການ ຄື: 400 ແມັດຊາຍ, 400 ແມັດຂ້າມຮົ້ວຊາຍ ແລະ 4×400 ແມັດຊາຍ (ໄດ້ 2 ຫຼຽນເງິນ ແລະ 1ຫຼຽນທອງ) ສ່ວນກິລາແຫ່ງຊາດ ຄັ້ງທີ 12 ລົງແຂ່ງ 4 ລາຍການ ຈາກປະເພດ 400 ແມັດຊາຍ, 400 ແມັດ ຂ້າມຮົ້ວ, 4×400 ແມັດຊາຍ ແລະ 4×100 ແມັດປະສົມຄວາມຫວັງ 3 ຫຼຽນຄຳ ຈາກ 400 ແມັດ ຂ້າມຮົ້ວ, 4×400 ແມັດຊາຍ ແລະ 4×400 ແມັດ ປະສົມ ສ່ວນຫຼຽນເງິນ ຈາກ 400 ແມັດຊາຍ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
