Skip to main content

ສຕ.ນວ ປຶກສາຫາລື ກຽມຄວາມພ້ອມຮອບດ້ານ ເຂົ້າຮ່ວມລ່າຫຼຽນຄຳ “ນະຄອນຫຼວງວຽງຈັນ ເກມ 2025”

21/10/2025

ຄະນະບໍລິຫານງານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຈັດກອງປະຊຸມເພື່ອປືກສາຫາລື ກ່ຽວກັບບັນຫາທີ່ຈຳເປັນ ແລະ ຮີບດ່ວນ ພ້ອມທັງປັບປຸງຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານຄືນໃໝ່ ເນື່ອງຈາກທ່ານປະທານ ສຕ.ນວ ຜູ້ເກົ່າ ມີບັນຫາທາງດ້ານສຸຂະພາບ ຈຶ່ງບໍ່ສາມາດນຳພາ-ຊີ້ນຳວຽກງານໄດ້ ທັງນີ້ກໍເພື່ອແນໃສ່ໃຫ້ຄະນະບໍລິຫານ ສຕ.ນວ ສາມາດກະກຽມຄວາມພ້ອມໃຫ້ແກ່ທັບນັກກິລາເຈົ້າພາບ ເຂົ້າຮ່ວມລ່າຫຼຽນຄຳ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະເປີດສາກຂຶ້ນໃນກາງເດືອນພະຈິກນີ້.

ກອງປະຊຸມເພື່ອປືກສາຫາລືຄັ້ງນີ້ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ 2025 ທີ່ຫ້ອງການບໍລິສັດ ລ້ານຊ້າງ ເຊັນເຕີ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ມີທ່ານ ພັນທະຈິດ ອິນທິລາດ ປະທານກິດຕິມະສັກ ສຕ.ນວ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານ ສຕ.ນວ ພ້ອມດ້ວຍຄະນະບໍລິຫານງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມກໍໄດ້ມີມະຕິຕົກລົງເປັນເອກະພາບກັນໃຫ້ມີການປັບປຸງຄະນະບໍລິຫານງານ ສຕ.ນວ ຄືນໃໝ່ ເພື່ອໃຫ້ສາມາດຂັບເຄື່ອນຢ່າງມີຄວາມສະດວກ ແລະ ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະການປັບປຸງຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານຄືນໃໝ່ ເນື່ອງຈາກທ່ານ ຄຳຫວັນ ນັນທະວົງ ປະທານ ສຕ.ນວ ຜູ້ເກົ່າ ມີບັນຫາທາງດ້ານສຸຂະພາບ ຈຶ່ງບໍ່ສາມາດນຳພາ-ຊີ້ນຳວຽກງານໃນ ສຕ.ນວ ໄດ້. ພ້ອມກັນນີ້, ກໍໄດ້ພ້ອມກັນແກ້ໄຂບັນຫາໃນການກະກຽມສະຖານເພື່ອຮອງຮັບໃຫ້ແກ່ການຈັດງານແຂ່ງຂັນກິລາແຫ່ງຊາດຕື່ມອີກ ເປັນຕົ້ນແມ່ນການກຳນົດເອົາສະໂມສອນກິລາໃນຮົ່ມ ລ້ານຊ້າງ ບ້ານດອນກອຍ ເພື່ອຈະຈັດການແຂ່ງຂັນບາງປະເພດກິລາ. ຢ່າງໃດກໍຕາມ, ມາຕິດຕາມນຳກັນຕື່ມໄວໆນີ້ ຈະຮູ້ຜົນວ່າທ່ານໃດຈະຂຶ້ນມາຮັບໜ້າທີ່ເປັນປະທານ ສຕ.ນວ ຜູ້ໃໝ່.

ໂອກາດດຽວກັນ, ທ່ານ ພູວົງ ວົງຄຳຊາວ ກໍໄດ້ມີຄຳເຫັນຊີ້ນຳ ແລະ ເຫັນດີໃຫ້ມີການປັບປຸງກົງຈັກການຈັດຕັ້ງສະຫະພັນກິລາບານເຕະ ນະຄອນຫຼວງວຽງຈັນ ຄືນໃໝ່ ພ້ອມເນັ້ນໃຫ້ຄະນະບໍລິຫານງານ ສຕ.ນວ ປຸກລະດົມຂົນຂວາຍຊ່ວຍກັນຢ່າງເອົາຈິງເອົາຈັງ ໂດຍສະເພາະການຫາແຫຼ່ງທຶນ ເພື່ອມາຮັບໃຊ້ວຽກງານບໍລິຫານໃຫ້ແກ່ທັບນັກກິລາບານເຕະນະຄອນຫຼວງວຽງຈັນ ເຊັ່ນ: ບານເຕະຍິງ-ຊາຍ ແລະ ຟຸດຊໍຊາຍ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ເພາະນັກກິລາເປັນໝາກຫົວໃຈສຳຄັນ ໃນການສ້າງຜົນສຳເລັດ ມາສູ່ຊາວນະຄອນຫຼວງວຽງຈັນຂອງພວກເຮົາ.

 

ພາບ-ຂ່າວໂດຍ: ສົງການ ພັນແພງດີ