ຄະນະນຳຟຸດຊໍ ແຂວງວຽງຈັນ ພ້ອມຈະໃຫ້ເງິນໂບນັດກ້ອນໃຫຍ່ ຫາກສາມາດປ້ອງກັນແຊ໋ມຫຼຽນຄຳ ງານກິລາແຫ່ງຊາດ ສະໄໝທີ 2

ຄະນະນຳພາທັບນັກກິລາຟຸດຊໍແຂວງວຽງຈັນ ພ້ອມຈະໃຫ້ການສະໜັບສະໜູນເງິນໂບນັດກ້ອນໃຫຍ່ ເພື່ອເປັນການກະຕຸກຊຸກຍູ້ສົ່ງເສີມນໍ້າໃຈຮັກບ້ານເກີດເມືອງນອນ ໃຫ້ທັບນັກກິລາຟຸດຊໍລູກຫຼານຊາວແຂວງວຽງຈັນ ສ້າງຜົນງານປ້ອງກັນແຊ໋ມຫຼຽນຄຳ ສະໄໝທີ 2 ຕິດຕໍ່ກັນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025ນີ້.

ໃນໂອກາດທັບນັກກິລາຟຸດຊໍແຂວງວຽງຈັນ ແຊ໋ມຫຼຽນຄຳ ອຸດົມໄຊ ເກມ 2014 ໄດ້ລົງຝືກຊ້ອມຢ່າງເປັນປົກກະຕິທີ່ສະໂມສອນກິລາໃນຮົ່ມ ສະຫະພັນບານເຕະແຫ່ງຊາດ (ຫ້ວຍຫົງ) ໃນວັນທີ 17 ຕຸລາ 2025, ທ່ານ ພິທັກ ແສນທຳມະວົງ ຜູ້ຈັດການທີມທັບນັກກິລາຟຸດຊໍ ແຂວງວຽງຈັນ ກໍໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ໄດ້ຮັບບົດບາດ ແລະ ໜ້າທີ່ເປັນຜູ້ນຳພາທັບນັກກິລາຟຸດຊໍແຂວງບ້ານເກີດ ໄດ້ເຂົ້າຮ່ວມປ້ອງກັນແຊ໋ມຫຼຽນຄຳ ໃນ ນະຄອນຫຼວງວຽງຈັນ ເກມ 2025. ແນວໃດກໍຕາມ, ໃນການເຂົ້າຮ່ວມງານຄັ້ງນີ້ ມີສິ່ງທ້າທາຍຫຼາຍ ໂດຍສະເພາະທາງດ້ານຄວາມຫຍຸ້ງຍາກໃນການຝຶກຊ້ອມ ເພາະຕ້ອງໄດ້ເສີມນັກກິລາໜ້າໃໝ່ເພີ່ມຈຳນວນຫຼາຍ ຊຶ່ງເຮັດໃຫ້ການປັບລະບົບເກມການຫຼິ້ນຍັງບໍ່ທັນມີການລົງຕົວກັນ ແຕ່ຕະຫຼອດໄລຍະ 2 ເດືອນຜ່ານມາ ນັກກິລາພວກເຮົາທຸກຄົນກໍມີການພັດທະນາທີ່ດີຂຶ້ນ ເຊື່ອວ່າໃນການເຂົ້າຮ່ວມງານຄັ້ງນີ້ ທີມຟຸດຊໍແຂວງວຽງຈັນ ຈະສາມາດສ້າງຜົນງານຜ່ານເຂົ້າຮອບເລິກໆໄດ້ ແລະ ແນ່ນອນໃນໄລຍະການຝຶກຊ້ອມພວກເຮົາໄດ້ມີການສະໜັບສະໜູນການຝຶກຊ້ອມນັກກິລາຢ່າງເຕັມທີ່ ແລະ ຫາກວ່າມີການສ້າງຜົນງານທີ່ດີ ຫຼື ສາມາດປ້ອງກັນແຊ໋ມຫຼຽນຄຳໄດ້ ທາງຄະນະນຳຟຸດຊໍ ແຂວງວຽງຈັນ ພ້ອມຈະໃຫ້ການສະໜັບສະໜູນເງິນກ້ອນໃຫຍ່ຊຸກຍູ້ນໍ້າໃຈໃຫ້ນັກກິລາທັນທີ. ແນວໃດກໍຕາມ, ຂໍຝາກເຖິງພໍ່ແມ່ພີ່ນ້ອງຊາວແຂວງວຽງຈັນ ຫຼື ນັກທຸລະກິດໃໝ່ໆຂອງແຂວງ ໃຫ້ມາຊົມ-ເຊຍພວກເຮົາ ດີແທ້ແມ່ນມາຊ່ວຍເຫຼືອປະກອບສ່ວນນໍ້າດື່ມ ແລະ ປັດໄຈອື່ນໆເພື່ອກະຕຸກຊຸກຍູ້ໃຫ້ນັກກິລາພວກເຮົາມີກຳລັງໃຈເຂົ້າໃນການໄລ່ລ່າຜົນງານຫຼຽນຄຳ ໃຫ້ປະສົບຜົນສຳເລັດຕາມຈຸດປະສົງທີ່ຕັ້ງໄວ້.

ຂະນະດຽວກັນ, ທ່ານ ໄຊຊະນະ ອິນທະວົງ ຄະນະຄູຝຶກທັບຟຸດຊໍ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນການກຽມຄວາພ້ອມຂອງທີມ ແມ່ນຢູ່ໄລຍະທີ 2 ເພາະເຮົາໄດ້ກະກຽມມາແຕ່ເດືອນຕົ້ນເດືອນຕຸລາ ໂດຍລວມນັກກິລາມີຄວາມພ້ອມທາງດ້ານເຕັກນິກ, ຍຸດທະວິທີ ເລື່ອງການຫຼິ້ນວາງໝາກຜູ້ຫຼິ້ນ ສິ່ງທີ່ສຳຄັນຫຼັກພວກເຮົາເນັ້ນຄວາມສາມັກຄີພາຍໃນທີມ. ສ່ວນທີ່ຍັງບໍ່ທັນພ້ອມນັ້ນ ຍັງມີຫຼາຍປັດໄຈຢູ່ ສຳລັບນັກກິລາທີ່ສັງກັດສະໂມສອນອື່ນມາຮ່ວມນຳພວກເຮົາກໍຕ້ອງໄດ້ເລັ່ງປັບປຸງ ເພາະການຫຼິ້ນໃນສະໜາມໃຫຍ່ ມີຄວາມແຕກຕ່າງກັບສະໜາມນ້ອຍຫຼາຍ ໂດຍສະເພາະເລື່ອງທັກສະເປັນສ່ວນໃຫຍ່ ແລະ ໃນສາຍຕາຄູ່ແຂ່ງຂັນທີ່ສຳຄັນທີ່ສຸດແມ່ນ ເຈົ້າພາບ ນະຄອນຫຼວງວຽງຈັນ.

ທ້າວ ຄຳຜາ ພິພັກຄະວົງ ນັກກິລາຫົວໜ້າທີມຟຸດຊໍແຂວງວຽງຈັນ ບອກວ່າ ນ້ອງເກີດຢູ່ບ້ານວຽງໄຊ ເມືອງວັງວຽງ ແຂວງວຽງຈັນ ປີນີ້ ເປັນປີທີ່ແຕກຕ່າງຫຼາຍ 10 ປີຄືນຫຼັງ ວົງການຟຸດຊໍມີການເຄື່ອນໄຫວໜ້ອຍ ແລະ ປີນີ້ ມີການແຂ່ງຂັນລາຍການຫຼາຍ ຊຶ່ງເຮັດໃຫ້ວົງການຟຸດຊໍເຕີບໃຫຍ່ກວ່າເກົ່າ ສ່ວນຄວາມພ້ອມຂອງໝູ່ເພື່ອນຮ່ວມທີມປັດຈຸບັນ ມີຄວາມພ້ອມຢູ່ທີ່ 80 ເປີເຊັນ ເພາະມີນ້ອງໃໝ່ຕ້ອງໄດ້ຮຽນຮູ້ຫຼາຍຢ່າງຢູ່ ມີແຕ່ຢາກໃຫ້ນັກກິລາພາຍໃນທີມທຸກຄົນຈົ່ງພ້ອມກັນຕັດສິນໃຈສູ້ຊົນຢ່າງເຕັມທີ່ ເພື່ອສ້າງຊື່ສຽງໃຫ້ບ້ານເກີດເມືອງນອນພວກເຮົາສາມາດຍາດໄດ້ຫຼຽນຄຳ ແລະ ຂໍຝາກເຖິງຍາດຕິພີ່ນ້ອງຊາວແຂວງວຽງຈັນ ພວກເຮົາຈົ່ງເປັນກຳລັງເຊຍພວກເຮົາແລ້ວພວກເຮົາຈະເຮັດໃຫ້ບໍ່ຜິດຫວັງ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
