“ມັດ ຖິ່ນມະນາວ” ສາວຈອມພະລັງ ຕັ້ງເປົ້າຄວ້າ 2 ຫຼຽນຄຳ ໃຫ້ເຈົ້າພາບ ນະຄອນຫຼວງວຽງຈັນ

ນາງ ມັດ ຖິ່ນມະນາວ ສາວນັກກິລາແລ່ນ-ລານຈອມພະລັງເຈົ້າຂອງ 2 ຫຼຽນຄຳ “ຊຽງຂວາງ ເກມ 2022” ພ້ອມຈະສ້າງຜົນງານໄລ່ລ່າ 2 ຫຼຽນຄຳ ໃຫ້ເຈົ້າພາບ ນະຄອນຫຼວງວຽງຈັນ ໃນການແຂ່ງຂັນກິລາຊັດຫຼາວ ແລະ ແກວ່ງຄ້ອນ ປະເພດລານຍິງ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025.

ນາງ ມັດ ຖິ່ນມະນາວ ສາວນັກກິລາປະເພດລານຍິງຂອງ ເຈົ້າພາບ ນະຄອນຫຼວງວຽງຈັນ ສືບຕໍ່ຝຶກຊ້ອມຢ່າງເປັນປົກກະຕິ ທີ່ສະຖາບັນກິລາ-ກາຍະກຳ ເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນມວນສຶກສາ, ວິທະຍາສາດ ແລະ ກິລາ ເມື່ອບໍ່ດົນມານີ້ ວ່າ: ນ້ອງຮູ້ສຶກເປັນກຽດຢ່າງສູງທີ່ໄດ້ສືບຕໍ່ຮັບໃຊ້ບ້ານເກີດເມືອງນອນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ອີກປີໜຶ່ງ ພາຍຫຼັງທີ່ໄດ້ເກັບຕົວຝຶກຊ້ອມໄດ້ 2 ເດືອນ ຜ່ານມາ ປັດຈຸບັນນ້ອງໄດ້ຟື້ນຟູກຳລັງ, ເທັກນິກ ແລະ ທັກສະກັບມາຢູ່ໃນລະດັບສູງອີກຄັ້ງ ກ່ອນຈະຮອດການເຂົ້າຮ່ວມແຂ່ງຂັນຕົວຈິງເຊື່ອວ່າ ນ້ອງຈະສາມາດທຳສະຖິຕິໄດ້ດີກວ່າຜ່ານມາແນ່ນອນ ສິ່ງສຳຄັນ ຕອນນີ້ ຄືນ້ອງຢາກຝາກຂໍກຳລັງໃຈຈາກພໍ່ແມ່ປະຊາຊົນຊາວ ນະຄອນຫຼວງວຽງຈັນ ຊ່ວຍເປັນກຳລັງໃຈ ສົ່ງແຮງເຊຍມາເຊຍພວກເຮົາດ້ວຍ ແລ້ວພວກເຮົາທັບນັກກິລາແລ່ນ-ລານ ລູກຫຼານຊາວນະຄອນຫຼວງວຽງຈັນ ຈະເຮັດໃຫ້ບັນດາທ່ານບໍ່ຜິດຫວັງຢ່າງແນ່ນອນ.

ມັດ ຖິ່ນມະນາວ ເກີດທີ່ບ້ານໂນນຊາຍ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຫຼິ້ນໃຫ້ນະຄອນຫຼວງວຽງຈັນ ໃນງານກິລາແຫ່ງຊາດ ຜ່ານມາ 3 ຄັ້ງ ກໍຄື ງານກິລາແຫ່ງຊາດ ຄັ້ງທີ 9 ແຂວງຫຼວງພະບາງ ເປັນເຈົ້າພາບ ປີ 2011 ຍາດໄດ້ 1 ຫຼຽນຄຳ ປະເພດຊັດຫຼາວ ແລະ 1 ຫຼຽນທອງ ແກວ່ງຄ້ອນ; ງານກິລາແຫ່ງຊາດ ຄັ້ງທີ 10 ແຂວງອຸດົມໄຊ ເປັນເຈົ້າພາບ ປີ 2014 ຍາດໄດ້ 2 ຫຼຽນຄຳ ຈາກຊັດຫຼາວ ແລະ ຊຸກນໍ້າໜັກ; ງານກິລາແຫ່ງຊາດ ຄັ້ງທີ 11 ແຂວງຊຽງຂວາງ ເປັນເຈົ້າພາບ ປີ 2022 ຍາດໄດ້ 2 ຫຼຽນຄຳ ຈາກຊັດຫຼາວ ສະຖິຕິເຮັດໄດ້ 36 ແມັດ ແລະ ແກວ່ງຄ້ອນ ສະຖິຕິເຮັດໄດ້ 40,89 ແມັດ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
