ຫຼາຍພາກສ່ວນ ມອບເງິນອຸປະຖໍາສົ່ງທັບນັກກິລາແຂວງຄຳມ່ວນ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII
22/10/2025

ໃນວັນທີ 17 ຕຸລາ 2025 ຢູ່ທີ່ສະໜາມກິລາແຂວງຄຳມ່ວນ ບັນດານັກທຸລະກິດ, ຜູ້ປະກອບການ, ບໍລິສັດ ຈາກຫຼາຍພາກສ່ວນ ໄດ້ມອບເງິນອຸປະຖໍາ ລວມເປັນຈຳນວນເງິນທັງໝົດ 2 ຕື້ກວ່າກີບ ເພື່ອປະກອບສ່ວນສົ່ງທັບນັກກິລາເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນກາງເດືອນພະຈິກນີ້.

ສຳລັບແຂວງຄຳມ່ວນ ຄາດວ່າຈະສົ່ງກິລາເຂົ້າຮ່ວມແຂ່ງຂັນທັງໝົດ 29 ປະເພດກິລາຄື: ມວຍສາກົນ, ກະຕໍ້, ຍິງປືນ, ບານເຕະ, ຍິງທະນູ, ປັນຈັກສີລັດ, ໝາກເສິກ, ເປຕັງ, ບານສົ່ງ, ຢູໂດ, ມວຍປໍ້າ, ລອຍນໍ້າ, ດອກປີກໄກ່, ສະນຸກເກີ, ເຕັ້ນ, ເທັນນິດ, ປິ່ງປ່ອງ, ລົດຖີບ, ວູຊູ, ເທຄວັນໂດ, ມວຍລາວ, ດຶງເຊືອກ, ອີ-ສະປອດ, ແລ່ນ-ລານ, ໝາກແລ້, ເຮືອຊ່ວງ, ກາຣາເຕໂດ, ກັອບ ແລະ ຍົກນໍ້າໜັກ. ຊຶ່ງປະກອບມີ ຄະນະຊີ້ນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 500 ກວ່າຄົນ.
#khammouane News
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ