Skip to main content

ໄອ-ສະປອດ ມອບເຄື່ອງກິລາ ໃຫ້ນັກກິລາບານເຕະຍິງ ນະຄອນຫຼວງ ຊຸດກຽມປ້ອງກັນແຊ໋ມຫຼຽນຄຳ ສະໄໝທີ 7 ງານກິລາແຫ່ງຊາດ

23/10/2025

ຮ້ານຜະລິດ ແລະ ຈຳໜ່າຍເຄື່ອງກິລາພິມລາຍ ໄອ-ສະປອດ (Ai-Sport) ໃຫ້ການສະໜັບສະໜູນຊຸດຝຶກຊ້ອມກິລາບານເຕະຍິງ ຈຳນວນ 30 ຊຸດ ມູນຄ່າ 6 ລ້ານກີບ ໃຫ້ແກ່ທັບນັກກິລາບານເຕະຍິງ ນະຄອນຫຼວງວຽງຈັນ ຫຼື ນວ ເພື່ອກຽມຄວາມພ້ອມປ້ອງກັນແຊ໋ມຫຼຽນຄຳ ສະໄໝທີ 7 ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກນີ້.

ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ 2025 ທີ່ສະໜາກິລາບານເຕະຫຍ້າທຽມ ລ້ານຊ້າງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນການກ່າວມອບໂດຍທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຜະລິດ ແລະ ຈຳໜ່າຍເຄື່ອງກິລາພິມລາຍ ໄອ-ສະປອດ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ບຸນມີ ໄຊຍະວົງ ຄະນະບໍລິຫານງານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນຜູ້ຈັດການທີມບານເຕະຍິງ ນວ ມີຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມເປັນສັກຂີພິຍານ.

ໃນການມອບເຄື່ອງກິລາໃນຄັ້ງນີ້ ແມ່ນເພື່ອສະໜັບສະໜູນກຳລັງໃຈໃຫ້ທັບສາວບານເຕະ ນວ ໄດ້ກຽມຄວາມພ້ອມເຂົ້າໃນການຝຶກຊ້ອມ ເພື່ອກຽມຄວາມພ້ອມເຂົ້າຮ່ວມປ້ອງກັນແຊ໋ມຫຼຽນຄຳ ສະໄໝທີ 7 ໃນງານດັ່ງກ່າວ.

ຫຼັງພິທີສຳເລັດແລ້ວ ໃນບັນຍາກາດດັ່ງກ່າວ ທັບສາວບານເຕະ ນວ ກໍໄດ້ລົງສະໜາມອຸ່ນເຄື່ອງນັດທີ 4 ພົບກັບ ທັບດັບເບິນຢູໄອຈີ ນາຄາ ຮຸ່ນອາຍຸບໍ່ເກິນ 14 ປີ ຊຸດສ້າງຜົນງານຄວ້າແຊ໋ມ ລາຍການ ນານາຊາດ ໄອເບີ ຄັບ 2025 ທີ່ປະເທດປອກຕຸຍການ ຜ່ານການແຂ່ງຂັນປະກົດວ່າ ທັງສອງທີມສະເໝີກັນ 0-0 ປະຕູ.

 

ພາບ-ຂ່າວໂດຍ: ສົງການ ພັນແພງດີ