Skip to main content

ແຂວງວຽງຈັນ ຈະສົ່ງ 20 ປະເພດກິລາ ຮ່ວມຊີງໄຊ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຕັ້ງຄາດໝາຍສູ້ຊົນ 15 ຫຼຽນຄຳ

27/10/2025

ແຂວງວຽງຈັນ ພ້ອມສົ່ງທັບນັກກິລາ 20 ປະເພດກິລາ ລວມມີ 98 ລາຍການເຂົ້າຮ່ວມຊີງໄຊ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ ລະຫວ່າງວັນທີ 15-25 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ພ້ອມຕັ້ງຄາດໝາຍສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 15 ຫຼຽນຄຳ ຈັດຢູ່ອັນດັບທີ 9 ໃນບັນດາພາກສ່ວນຕ່າງໆທີ່ເຂົ້າຮ່ວມແຂ່ງຂັນໃນທົ່ວປະເທດ.

ເມື່ອວັນທີ 23 ພະຈິກ ຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ວຽງຈັນ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ລະຫວ່າງວັນທີ 15-25 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ໂດຍເປັນກຽດເຈົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທັງເປັນຫົວໜ້າຄະນະຊີ້ນຳລວມ, ມີທ່ານ ປອ ບົວຄ່ອງ ແກ້ວອາສາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ພ້ອມດ້ວຍບັນດາອະນຸກຳມະການ ແລະ ປະທານ-ເລຂາທິການສະຫະພັນກິລາປະເພດຕ່າງໆຂອງແຂວງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ປອ ບົວຄ່ອງ ແກ້ວອາສາ ໄດ້ກ່າວໃຫ້ຮູ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານການກະກຽມຄວາມພ້ອມໃນການເຂົ້າຮ່ວມງານນະຄອນຫຼວງວຽງຈັນ ເກມ 2025; ແຈ້ງປະເພດກິລາ, ຈຳນວນຄົນ ແລະ ລາຍການແຂ່ງຂັນທີ່ຈະເຂົ້າຮ່ວມ; ຄົ້ນຄວ້າວຽກງານງົບປະມານເພື່ອເອົາມາຮັບໃຊ້ ແລະ ໃຫ້ບັນດາສະຫະພັນຄັດເລືອກນັກກິລາ ເພື່ອເຂົ້າສູນຝຶກແອບ.

ທ່ານ ດາລຸນນີ ວິໄລຫົງ ຮອງຫົວໜ້າຂະແໜງກິລາ-ກາຍະກຳ ສກຂ ຮອງຫົວໜ້າຄະນະກອງເລຂາ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ, ກອງເລຂາ, ເຕັກນິກ ແລະ ບໍລິຫານ-ການເງິນ ໄລຍະກະກຽມເຂົ້າຮ່ວມການແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ພ້ອມທັງລາຍງານການກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນ ໂດຍແຂວງວຽງຈັນ ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ 20 ປະເພດກິລາ, ມີ 98 ລາຍການ, ລວມທັງໝົດຈໍານວນ 316 ຄົນເຂົ້າຮ່ວມແຂ່ງຂັນ ຊຶ່ງປະກອບມີ ກິລາແລ່ນ-ລານ (ຍິງ-ຊາຍ), ເຕະບານ-ຟຸດຊໍ (ຊາຍ), ໜ້າເກັກ (ຍິງ-ຊາຍ), ດອກປີກໄກ່ (ຍິງ-ຊາຍ), ເທຄວັນໂດ (ຍິງ-ຊາຍ), ມວຍລາຍລາວ (ຍິງ-ຊາຍ), ມວຍປັນຈັກສີລັດ (ຍິງ-ຊາຍ), ກະຕໍ້ (ຍິງ), ລົດຖີບ (ຍິງ-ຊາຍ), ເປຕັງ (ຍິງ-ຊາຍ), ມວຍປໍ້າ (ຍິງ-ຊາຍ), ກັອບ (ຊາຍ), ໝາກແລ້ (ຍິງ-ຊາຍ), ເຮືອຊ່ວງ (ຍິງ), ຣັກບີ້ (ຍິງ-ຊາຍ), ເພາະກາຍ (ຊາຍ), ມວຍວູຊູ (ຍິງ-ຊາຍ), ມວຍຢູໂດ (ຍິງ-ຊາຍ), ສະນຸກເກີ (ຊາຍ) ແລະ ກິລາເຕັ້ນ (ຍິງ-ຊາຍ). ນອກຈາກນີ້, ຍັງໄດ້ມີການກຳນົດການເຄື່ອນໄຫວແຕ່ລະໄລຍະ, ພ້ອມທັງໄດ້ມີການຄາດຄະເນເກັບຕົວຝຶກແອບ ແລະ ສະຖານທີ່ພັກເຊົາ. ສ່ວນແຜນງົບປະມານຮັບໃຊ້ແມ່ນໄດ້ຂຶ້ນສຳເລັດແລ້ວ ເພື່ອສະເໜີໃຫ້ທາງການນຳຂອງແຂວງຄົ້ນຄວ້າພິຈາລະນາອະນຸມັດໃນຂັ້ນຕອນຕໍ່ໄປ.

ສະເພາະການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້, ທາງຄະນະນຳແຂວງວຽງຈັນ ໄດ້ຕັ້ງຕາດໝາຍສູ້ຊົນລວມ 15 ຫຼຽນຄຳ, 14 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 39 ຫຼຽນ ຈັດຢູ່ອັນດັບທີ 9 ໃນບັນດາພາກສ່ວນຕ່າງໆທີ່ເຂົ້າຮ່ວມແຂ່ງຂັນໃນທົ່ວປະເທດ.

ຂະນະດຽວກັນນີ້, ທ່ານ ພັນທະລີ ດວງດາລາ ຮອງຫົວໜ້າຂະແໜງກິລາ-ກາຍະກຳ ສກຂ ວຽງຈັນ, ຫົວໜ້າອະນຸກຳມະການກອງເຕັກນິກ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງໄດ້ມີການຄັດເລືອກ ແລະ ກໍານົດເອົາ 20 ປະເພດກິລາເຂົ້າຮ່ວມແຂ່ງຂັນແລ້ວ ໄດ້ມີການຂຶ້ນແຜນວຽກ, ແຜນຄົນ ແລະ ແຜນງົບປະມານໃຊ້ຈ່າຍ ເພື່ອເຄື່ອນໄຫວແຕ່ລະໄລຍະໃນການກະກຽມ ແລະ ຄັດເລືອກຕົວນັກກິລານອນສູນຝຶກແບບ, ເດີນທາງເຂົ້າຮ່ວມແຂ່ງຂັນ ແລະ ພິທີສະຫຼູບພາຍຫຼັງສຳເລັດການເຂົ້າຮ່ວມແຂ່ງຂັນ ເພື່ອລາຍງານຕໍ່ກອງປະຊຸມສະມາຄົມກິລາ-ກາຍະກຳແຂວງ. ນອກຈາກນີ້, ຍັງໄດ້ລາຍງານກ່ຽວກັບວຽກງານການຈັດ ແລະ ເຂົ້າຮ່ວມກອງປະຊຸມ, ວຽກງານດ້ານເຕັກນິກ ແລະ ຈັດການແຂ່ງຂັນ, ວຽກງານການກະກຽມ ແລະ ຄັດເລືອກນັກກິລາ ຊຶ່ງມາຮອດປັດຈຸບັນ ນັກກິລາແມ່ນມີຄວາມພ້ອມເຂົ້າຮ່ວມແຂ່ງຂັນແລ້ວ.

ໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ຄົ້ນຄວ້າປຶກສາຫາລື ແລະ ຕົກລົງເຫັນດີໃນຫຼາຍດ້ານ ເປັນຕົ້ນແມ່ນ ຮີບຮ້ອນຕິດຕາມແຜນງົບປະມານ ເພື່ອມາຮັບໃຊ້ໃຫ້ພຽງພໍ ແລະ ທ່ວງທັນກັບເວລາໃນໄລຍະກະກຽມ ແລະ ແຂ່ງຂັນ, ໃຫ້ບັນດາສະຫະພັນກິລາສົ່ງລາຍຊື່ຄະນະນຳພາ, ຄູຝຶກ ແລະ ນັກກິລາ ພ້ອມເອກະສານຄັດຕິດໃຫ້ອະນຸກຳມະການເຕັກນິກກ່ອນວັນທີ 29 ຕຸລາ 2025, ໃຫ້ບັນດາສະຫະພັນກິລາ ຈັດຕັ້ງນັກກິລາເຂົ້າສູນຝຶກແອບ ແລະ ໃຫ້ມີການປັບປຸງ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະນຳ, ຄູຝຶກ ແລະ ນັກກິລາ ໃນການເຂົ້າຮ່ວມ ນະຄອນຫຼວງວຽງຈັນ ເກມ 2025.

ສຳລັບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ແມ່ນຈະເລີ່ມແຂ່ງຂັນນັບແຕ່ວັນທີ 9 ພະຈິກ 2025 ເປັນຕົ້ນໄປ ແລະ ຈະສືບຕໍ່ແຂ່ງຂັນຮອດວັນທີ 15 ພະຈິກ 2025. ຫຼັງຈາກນັ້ນ, ຈະມີພິທີເປີດຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025 ແລະ ພິທີປິດ ແມ່ນວັນທີ 25 ພະຈິກ 2025, ໂດຍມີ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 5 ກະຊວງ ລວມທັງໝົດມີ 23 ພາກສ່ວນ ເຂົ້າຮ່ວມແຂ່ງຂັນ, ມີການແຂ່ງຂັນກັນທັງໝົດ 33 ປະເພດກິລາ ແຕ່ແຂວງວຽງຈັນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 20 ປະເພດກິລາ ລວມຈໍານວນພົນທັງໝົດ 316 ຄົນ, ຍິງ 105 ຄົນ.

ໂດຍ: ສີສົມໄຊ