ກຸ່ມບໍລິສັດ ສຽນເສີງ ມອບເງິນໃຫ້ຄະນະນັກກິລາບານເຕະ ເຈົ້າພາບ ນວ ກຽມລຸຍງານກິລາແຫ່ງຊາດ ຄັ້ງທີ XII

ກຸ່ມບໍລິສັດ ສຽນເສີງ ຈຳກັດ ມອບເງິນ 500 ລ້ານກີບ ໃຫ້ຄະນະນັກກິລາບານເຕະ ເຈົ້າພາບ ນະຄອນຫຼວງວຽງຈັນ (ນວ) ທັງບານເຕະທີມຍິງ-ທີມຊາຍ ແລະ ຟຸດຊໍ ກຽມເຂົ້າຮ່ວມສ້າງຜົນງານໄລ່ລ່າຫຼຽນຄຳ ໃນການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ພິທີມອບ-ຮັບເງິນດັ່ງກ່າວ ຈັດຂຶ້ນໃນຕອນບ່າຍວັນທີ 27 ພະຈິກ 2025 ທີ່ສຳນັກງານຫ້ອງວ່າການກຳມາທິການປົກຄອງ ນວ, ເປັນການກ່າວມອບໂດຍ ທ່ານ ຕິງຕິງ ປະທານກຸ່ມບໍລິສັດ ສຽນເສີງ ຈຳກັດ ແລະ ຕາງໜ້າກ່າວຮັບໂດຍທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານ ນະຄອນຫຼວງວຽງຈັນ ເກມ 2025 ມີທ່ານ ຄຳໃສ ທອງປະເສີດ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຄຳໃສ ທອງປະເສີດ ໃຫ້ສຳພາດວ່າ: ເນື່ອງຈາກກິລາບານເຕະ ເປັນກິລາຍອດນິນົມ ຕ້ອງໄດ້ກຽມຄວາມພ້ອມຮອບດ້ານຂອງຮ່າງກາຍ ແລະ ເສີມສ້າງສະມັດຖະພາບໃຫ້ແກ່ນັກກິລາ ໄດ້ມີຄວາມແຂງແຮງ ກຽມພ້ອມສ້າງຜົນງານໃນການແຂ່ງຂັນ. ສະນັ້ນ, ຈຶ່ງມີຄວາມເປັນຕ້ອງໄດ້ນຳໃຊ້ງົບປະມານຮັບໃຊ້ຈຳນວນຫຼາຍ ໂດຍຄາດສະເນໃນເບື້ອງຕົ້ນ ໃນການນຳໃຊ້ເຂົ້າໃນກິລາບານເຕະ 3 ລາຍການ ຄື ບານເຕະທີມຍິງ, ບານເຕະທີມຊາຍ ແລະ ຟຸດຊໍຊາຍ ເກືອບ 100 ຄົນ ຈຳນວນມະຫາສານມູນຄ່າ 3 ຕື້ກວ່າກີບ ດັ່ງນັ້ນ ໃນການມອບຄັ້ງນີ້ ກໍຍັງບໍ່ທັນພຽງພໍໃນການຕອບສະໜອງໃຫ້ແກ່ທັບນັກກິລາເພື່ອກຽມສ້າງຜົນງານ ຈຶ່ງຂໍຮຽກຮ້ອງມາຍັງບັນດາພາກສ່ວນທຸລະກິດ ປະກອບສ່ວນສົ່ງເສີມລູກຫຼານ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມສ້າງຜົນງານໃຫ້ໄດ້ຕາມເປົ້າໝາຍ ຍາດໄດ້ຫຼຽນຄຳ ສ້າງກຽດຊື່ສຽງໃຫ້ແກ່ ນະຄອນຫຼວງວຽງຈັນ ໃນງານກິລາແຫ່ງຊາດປີນີ້.
ປັດຈຸບັນກິລາບານເຕະ ທັງ 3 ລາຍການ ໄດ້ມີການເກັບຕົວຝຶກຊ້ອມຢ່າງເປັນປົກກະຕິ ໃນໄລຍະ 2 ເດືອນ ຜ່ານມາ ຊຶ່ງໄດ້ມີການນອນສູນທີ່ ລ້ານຊ້າງອິນດໍ ບ້ານດອນກອຍ ເມືອງສີສັດຕະນາກ ສ່ວນສະໜາມຝຶກຊ້ອມ ກໍໄດ້ຝຶກຊ້ອມທີ່ສະໜາມກິລາລ້ານຊ້າງ ສະເຕດ້ຽມ, ເດີ່ນບານຫຍ້າທຽມ ເບ ສະຫວັນ ແລະ ລ້ານຊ້າງອິນດໍ.
ສຳລັບຜົນງານໃນການລົງສະໜາມອຸ່ນເຄື່ອງ ນັດຫຼ້າສຸດ ກິລາບານເຕະຊາຍ ນວ ໄລ່ເອົາຊະນະ ທີມຊາດລາວ ຮຸ່ນບໍ່ເກີນ 17 ປີ 3-1 ປະຕູ ສ່ວນທີມຍິງ ນວ ສະເໝີ ດັບເບິນຢູໄອ ຈີນາຄາ 0-0 ປະຕູ ແລະ ກິລາຟຸດຊໍຊາຍ ໄລ່ເອົາຊະນະ ແຂວງວຽງຈັນ 10-7 ປະຕູ.
ພາບ-ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3


