Skip to main content

ນັກກິລາລົດຖີບ ນວ ສຳເລັດຝຶກຊ້ອມ ທີ່ປະເທດໄທ ກຽມຄວາມພ້ອມຮ່ວມ “ນະຄອນຫຼວງວຽງຈັນ ເກມ 2025”

28/10/2025

ໃນລະຫວ່າງວັນທີ 22-27 ຕຸລາ 2025 ນີ້, ທັບນັກກິລາລົດຖີບ ນະຄນຫຼວງວຽງຈັນ (ນວ) ແລະ ທັງເປັນນັກກິລາທີມຊາດລາວ ໄດ້ສຳເລັດການໄປເກັບຕົວຝຶກຊ້ອມທີ່ເຂົາໃຫຍ່ ແຂວງປາຈີນບູລີ ປະເທດໄທ ນໍາທັບໂດຍທ້າວ ອະລິຍາ ພູນສະຫວັດ ຫຼື ອາເຫຼັກ  ນັກກິລາລົດຖີບມື 1 ປະເທດລາວ ເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ແລະ ງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນທ້າຍປີນີ້. ທີ່ນະຄອນຫຼວງວຽງຈັນ.

ໃນການອອກເດີນທາງໄປເກັບຕົວຝຶກຊ້ອມໃນຄັ້ງນີ້ ໄດ້ນຳໃຊ້ງົບປະມານ ທີ່ໄດ້ຮັບການສະໜັບສະໜູນຈາກ ທ່ານ ສຸກສາຄອນ ໃສທິລາດ ປະທານສະຫະພັນລົດຖີບນະຄອນຫຼວງວຽງຈັນ  ທັງເປັນຮອງປະທານສະຫະພັນລົດຖີບແຫ່ງຊາດລາວ ຊຶ່ງປະກອບມີ ທ້າວ ອະລິຍາ ພູນສະຫວັດ, ທ້າວ ຖາວອນ ພົນອາສາ, ທ້າວ ທະນະກອນ ວົງເດືອນ, ທ້າວ ອານັນໄຊ ມີລາກົງ ແລະ ນາງ ຕຸກຕາ ທໍາມະວົງ ເປັນນັກກິລາຍິງ ໜຶ່ງດຽວ ຂອງທັບນັກກິລາລົດຖີບ ນະຄອນຫຼວງວຽງຈັນ ທີ່ຈະເຂົ້າຮ່ວມແຂ່ງຂັນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້.

ການຝຶກຊ້ອມແມ່ນໃຊ້ເວລາ 6 ວັນ ເລີມແຕ່ວັນທີ 22-27 ຕຸລາ 2025 ມາຮອດປັດຈຸບັນແມ່ນສຳເລັດແລ້ວ ເພື່ອໃຫ້ນັກກິລາທີມທີມຊາດລາວ ໄດ້ຝຶກຊ້ອມສະໜາມທີ່ຈະໃຊ້ແຂ່ງຂັນຕົວຈິງໃນງານມະຫາກໍາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ແລະ ຍັງເປັນການຝຶກຊ້ອມກຽມຄວາມພ້ອມໃຫ້ທັບນັກກິລາລົດຖີບ ນະຄອນຫຼວງວຽງຈັນ ທີ່ຈະເຂົ້າຮ່ວມແຂ່ງຂັນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ອີກດ້ວຍ.

 

ຂ່າວໂດຍ: ສົງການ ພັນແພງດີ