Skip to main content

ສະຫະພັນກິລາຣັກບີ້ແຫ່ງຊາດລາວ ສຳເລັດການແຂ່ງຂັນ ວຽງຈັນເທັນ ຄັ້ງທີ 18 ປະຈໍາປີ 2025

28/10/2025

ສະຫະພັນກິລາຣັກບີ້ແຫ່ງຊາດລາວ ໄດ້ຈັດການແຂ່ງຂັນຣັກບີ້ ວຽງຈັນເທັນ  ຄັ້ງທີ 18 ປະຈໍາປີ 2025 ລະຫວ່າງວັນທີ 25-26 ຕຸລາ 2025 ເພື່ອກຽມຄວາມພ້ອມເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາຍ ໃນກາງເດືອນພະຈິກນີ້ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງທ່ານ ວິຣາຍຸດ ຣາທິກຸນ ປະທານສະຫະພັນກິລາຣັກບີ້ແຫ່ງຊາດລາວ, ມີທ່ານ ສະຕີບ ເມເຢີ້ ທີ່ປຶກສາການເງິນສະຫະພັນ ແລະ ປະທານສະໂມສອນບັບຟາໂລ້ວຽງຈັນ, ຕາງໜ້າສະຖານທູດຝຮັ່ງ ປະຈຳລາວ, ສະຖານທູດຍີ່ປຸ່ນປະຈຳລາວ ຕະຫຼອດຮອດຜູ້ຕາງໜ້າພະແນກສືກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ (ສກຂ),  ສກຂ ວຽງຈັນ ແລະ  ສກຂ ບໍລິຄຳໄຊ ພ້ອມດ້ວຍຄູຝຶກ, ນັກກິລາ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິຣາຍຸດ ຣາທິກຸນ  ກ່າວວ່າ: ສຳລັບການຈັດງານແຂ່ງຂັນຄັ້ງນີ້ ທາງສະຫະພັນກິລາຣັກບີ້ແຫ່ງຊາດລາວ ແມ່ນໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ເຊັ່ນ: ສະຫະພັນກິລາຣັກບີ້ໂລກ, Australian Aid, DAC, DHL global, Pass It Back, French embassy in Laos, Kowloon, Pot bellied Pigs ແລະ ການນຳແຂວງແຕ່ລະແຂວງ, ກົມກິລາລະດັບສູງ ທັງນີ້ ການແຂ່ງຂັນວຽງຈັນເທັນ ເປັນການແຂ່ງຂັນປະຈຳປີຂອງສະຫະພັນກິລາຣັກບີ້ຈັດຂຶ້ນທຸກໆປີ ໂດຍແຕ່ລະປີ ມີຫຼາຍກວ່າ 30 ທີມເຂົ້າຮ່ວມທັງພາຍໃນ ແລະ ຕ່າງປະເທດ ປັດຈຸບັນ ມີ 8 ສະໂມສອນໃນລາວ ແລະ ມີ 3 ແຂວງ ຊຶ່ງໃນອະນາຄົດ ຍັງຈະໄດ້ເບິ່ງທ່າແຮງທີ່ຈະສ້າງສະໂມສອນທີ່ແຂວງບໍລິຄຳໄຊ ຕື່ມອີກ. ນອກນັ້ນ ໃນງານຍັງມີກິດຈະກຳຫຼາກຫຼາຍ ມີການແຂ່ງຂັນຂອງເດັກນ້ອຍ ອາຍຸບໍ່ເກີນ 11-16 ປີຂອງເພດຍິງ ເພື່ອສະເຫຼີມສະຫຼອງວັນກິລາແມ່ຍິງເດັກ ແລະ ສະຫະພັນເຮົາກໍມີເພດຍິງຫຼາຍເຖິງ 50% ອີກດ້ວຍໃນທຸກລະດັບ.

 

ປະທານສະຫະພັນກິລາຣັກບີ້ແຫ່ງຊາດລາວ  ໃຫ້ຮູ້ຕື່ມອີກວ່າ: ສຳລັບງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ, ກິລາຣັກບີ້ ມີການຊີງໄຊກັນ 2 ຫຼຽນຄຳ ຈາກປະເພດທີມຍິງ ແລະ ທີມຊາຍ ຮຸ່ນອາຍຸ 17-28 ປີ ປະກອບມີ 4 ແຂວງເຂົ້າຮ່ວມ ຄື: ແຂວງຊຽງຂວາງ, ແຂວງວຽງຈັນ, ແຂວງບໍລິຄຳໄຊ ແລະ  ນະຄອນຫຼວງວຽງຈັນ. ນອກນັ້ນ  ທາງສະຫະພັນ ຍັງໄດ້ສຸມໃສ່ການສ້າງຄວາມອາດສາມາດໃຫ້ແກ່ຄູຝຶກ ກໍຄືການຈັດຝຶກອົບຮົມໃຫ້ຄູຝຶກ ແລະ ກົດລະບຽບການຫຼິ້ນໃຫ້ກັບທຸກແຂວງ ໄດ້ 7 ຄັ້ງ ແລະ ໄດ້ມີການແຂ່ງຂັນລີກ ເພື່ອໃຫ້ນັກກິລາໄດ້ທົດສອບທີມ ແລະ ສະແດງສີມື ຫຼື ຜົນງານໃຫ້ກັບບັນດາແຂວງ ໃນການຄັດເລືອກ ຕື່ມອີກ.

ຜ່ານການແຂ່ງຂັນເປັນເວລາ  2 ວັນ ຜົນປະກົດວ່າ ໃນປະເພດຊາຍທົ່ວໄປ ຊະນະເລີດ ໄດ້ແກ່ທີມມະຫາວິທະຍາໄລການກິລາແຫ່ງຊາດ ວິທະຍາເຂດມະຫາສາລະຄາມ ປະເທດໄທ (TNSU Mahasarakham),  ອັນດັບທີ 2 ທີມວຽງຈັນ ເສືອ (Vientiane Tigers) ແລະ  ອັນດັບ 3 ທີມລາວບາບາຣຽນ (Lao Barbarian).

 

ສ່ວນປະເພດຍິງທົ່ວໄປ ຊະນະເລີດ ແມ່ນທີມ ທີມມະຫາວິທະຍາໄລການກິລາແຫ່ງຊາດ ວິທະຍາເຂດມະຫາສາລະຄາມ ປະເທດໄທ, ອັນດັບ 2 ທີມວຽງຈັນ ສິງ  (Vientiane Lions) ແລະ ອັນດັບທີ 3 ທີມ ກະປູຄຳ ຈາກແຂວງວຽງຈັນ. ຂະນະທີ່ ຮຸ່ນອາຍຸບໍ່ເກີນ 17 ປີ ໃນປະເພດຍິງ ຊະນະເລີດ ທີມມາດເຕີ (Master Rugby), ອັນດັບທີ 2 ທີມວຽງຈັນ ສິງ (Vientiane Lions) ແລະ ອັນດັບທີ 3 ທີມຊຽງຂວາງ ອາເອັບຊີ (Xiengkhoung RFC). ສ່ວນປະເພດຊາຍ ຊະນະເລີດ ທີມຮ້ອຍເອັດ ຈາກປະເທດໄທ, ອັນດັບທີ 2 ທີມກະປູຄຳ ແລະ ອັນດັບທີ 3 ທີມວຽງຈັນ ນິວເພ ໄວຮອກ (Vientiane Newpay Wildhogs).

 

ຂ່າວໂດຍ: ສົງການ ພັນແພງດີ