ຫົວໜ້າກົມໂຄສະນາອົບຮົມ ປກສ ລົງຕິດຕາມຊຸກຍູ້ການຝຶກຊ້ອມຂອງນັກກິລາປັນຈັກສີລັດ

ໃນວັນທີ 31 ຕຸລາ 2025, ທ່ານ ພັອ ປອ ສົມພັນ ສີວົງໄຊ ຫົວໜ້າກົມໂຄສະນາອົບຮົມ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກໍາລັງໃຈຕໍ່ທັບນັກກິລາຕີມວຍປັນຈັກສີລັດ ກະຊວງ ປກສ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ xII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງໄດ້ຝຶກຊ້ອມ ຢູ່ສະໜາມຝຶກຊ້ອມ ກົມໂຄສະນາອົບຮົມ ປກສ.
ໂອກາດນີ້, ຄະນະຄູຝຶກ ໄດ້ລາຍງານໂດຍຫຍໍ້ກ່ຽວ ກັບສະພາບຄວາມພ້ອມ ຂອງນັກກິລາຕີມວຍປັນຈັກສີລັດ ເປັນຕົ້ນ ດ້ານເຕັກນິກ, ທັກສະ, ຄວາມວ່ອງໄວ, ສະພາບຮ່າງກາຍຂອງນັກກິລາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ອື່ນໆ. ທ່ານ ພັອ ປອ ສົມພັນ ສີວົງໄຊ ຫົວໜ້າກົມໂຄສະນາອົບຮົມ ປກສ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ກັບຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາທຸກຄົນ ທີ່ໄດ້ສຸມທຸກກໍາລັງເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການຝຶກຊ້ອມຢ່າງເຂັ້ມງວດ. ພ້ອມທັງໄດ້ເນັ້ນໃຫ້ເອົາໃຈໃສ່ແກ້ໄຂບາງດ້ານທີ່ຍັງຄົງຄ້າງ. ພ້ອມກັນນີ້, ທ່ານກໍໄດ້ອວຍພອນໃຫ້ກັບຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາທຸກຄົນ ຈົ່ງປະສົບຜົນສໍາເລັດໃນການເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ຍາດໃຫ້ໄດ້ຫຼຽນຄໍາ ມາສູ່ກະຊວງ ປກສ.
ນອກຈາກນີ້, ທ່ານ ພັອ ປອ ສົມພັນ ສີວົງໄຊ ຫົວໜ້າກົມໂຄສະນາອົບຮົມ ປກສ ຍັງໄດ້ມອບເຄື່ອງດື່ມ ແລະ ເງິນຈໍານວນໜຶ່ງ ເພື່ອຊຸກຍູ້ ແລະ ເປັນຂວັນກໍາລັງໃຈໃຫ້ກັບຄູຝຶກ ແລະ ນັກກິລາ ຕື່ມອີກ.
ຂ່າວ: ສັນຕິສຸກ.
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3


