Skip to main content

ກຳມະການເສດຖະກິດ ແລະ ລະດົມທຶນ ພ້ອມຮັບໃຊ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໃຫ້ສຳເລັດຕາມຄາດໝາຍ

01/11/2025

ທ່ານ ວຽງສາລີ ອິນທະພົມ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ທັງເປັນຮອງຫົວໜ້າກໍາມະການເສດຖະກິດ ແລະ ລະດົມດົມທຶນ ຮັບໃຊ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສືມວນຊົນວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານເສດຖະກິດ ແລະ ລະດົມທຶນ ຖືກຈັດຕັ້ງຢ່າງມີປະສິດທິພາບ ແລະ ໄດ້ແບ່ງຄວາມຄວາມຮັບຜິດຊອບໃຫ້ບຸກຄົນເປັນເຈົ້າການໃນການຈັດຕັ້ງປະຕິບັດ ກໍາມະການເສດຖະກິດ ແລະ ລະດົມທຶນ ແມ່ນໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງອະນຸກໍາມະການ ຊ່ວຍວຽກກໍາມະການເສດຖະກິດ ແລະ ລະດົມທຶນ ໂດຍໄດ້ແບ່ງຄວາມຮັບຜິດຊອບອອກເປັນ 3 ອະນຸກໍາມະການ ຄື: ອະນຸກໍາມະການບໍລິຫານ, ອະນຸກໍາມະການງົບປະມານ ແລະ ການເງິນ ແລະ ອະນຸກໍາມະການ ການຕະຫຼາດ ແລະ ສິດທິປະໂຫຍດ ຊຶ່ງໄດ້ມີການກໍານົດສິດ ແລະ ໜ້າທີ່ ຂອງບັນດາອະນຸກໍາມະການ ຢ່າງລະອຽດ.

ສະໜາມກິລາແຫ່ງຊາດ ຫຼັກ 16

ສໍາເລັດການຄົ້ນຄວ້າ ແລະ ນໍາສະເໜີປະທານຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ອອກ ຂໍ້ຕົກລົງ ວ່າດ້ວຍລະບຽບການຄຸ້ມຄອງງົບປະມານ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ສະບັບເລກທີ 20 /ຄຈກຊ. XII, ລົງວັນທີ 20 ສິງຫາ 2025 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການນໍາໃຊ້ງົບປະມານ ໃຫ້ມີຄວາມສະດວກ ແລະ ສອດຄ່ອງກັບລະບຽບການດ້ານການເງິນ, ພ້ອມທັງຮັບປະກັນການນໍາໃຊ້ງົບປະມານຂອງລັດ ຕາມທິດປະຢັດ ແລະ ຕ້ານການຟຸ່ມເຟືອຍ, ມີຄວາມໂປ່ງໃສ, ສາມາດກວດສອບ ແລະ ກວດກາໄດ້; ສໍາເລັດການຄົ້ນຄ້ວາ ອອກຂໍ້ຕົກລົງ ວ່າດ້ວຍການກໍານົດປະເພດ ແລະ ເງື່ອນໄຂຂອງຜູ້ສະໜັບສະໜູນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ສະບັບເລກທີ 24/ຄຈກຊ. XII, ລົງວັນທີ 26 ສິງຫາ 2025; ສໍາເລັດການຄົ້ນຄວ້າ ອອກຂໍ້ກໍານົດ ວ່າດ້ວຍ ສິດ ແລະ ຜົນປະໂຫຍດ ແພັກເກັດ (Package) ຂອງຜູ້ໃຫ້ການສະໜັບສະໜູນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ສະບັບເລກທີ 46/ຄຈກຊ. XII, ລົງວັນທີ 9 ຕຸລາ 2025; ສໍາເລັດການຄົ້ນຄວ້າອອກຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ສັນຍາລັກ (Logo) ແລະ ສັດນໍາໂຊກ (Mascot) ຂອງງານມະຫາກໍາກິລາແຫ່ງຊາດ ຄັ້ງ XII.

ສູນກິລາບູໂດ ລາວ-ຍີ່ປຸ່ນ

ປັດຈຸບັນໄດ້ ສຸມໃສ່ຈັດຕັ້ງປະຕິບັດວຽກງານຮີບດ່ວນ ໂດຍໄດ້ອະນຸມັດເບີກຈ່າຍເບື້ອງຕົ້ນລວມທັງໝົດ 22.34 ຕື້ກີບ ຊຶ່ງເປັນລາຍຈ່າຍ ເພື່ອຈັດຊື້ວັດຖຸ ແລະ ອຸປະກອນຮັບໃຊ້ ແລະ ຮັບໃຊ້ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຮ່ວມກັບຄະນະນໍາກິລາແຂວງ ແລະ ກະຊວງ ເພື່ອກຽມຄວາມພ້ອມເຂົ້າສູ່ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຈໍານວນ 305.92 ລ້ານກີບ, ປັບປຸງ ແລະ ສ້ອມແປງ ສະໜາມກິລາ ຈໍານວນ 5 ຈຸດ ຈໍານວນ 21.83 ຕື້ກີບ ແລະ ພິທີ ເປີດ-ປິດ ໄຟແສງສີ ຈໍານວນ 200 ລ້ານກີບ.

ທ່ານ ໃຫ້ຮູ້ຕື່ມວ່າ: ທິດທາງ ໃນການເຄື່ອນໄຫວໃນຕໍ່ໜ້າ ແມ່ນຈະສືບຕໍ່ສົມທົບກັບ 7 ກໍາມະການ ໃນການກວດແກ້ການສ້າງແຜນງົບປະມານຮັບໃຊ້ 4 ກໍາມະການ ແລະ ປະສານສົມທົບກັບ 3 ກໍາມະການໃນການສ້າງແຜນງົບປະມານ ເພື່ອຕອບສະໜອງໃນການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ສືບຕໍ່ຊອກຫາຄູ່ຮ່ວມການໜັບສະໜູນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຂອງບັນດາຫົວໜ່ວຍທຸລະກິດ ໃຫ້ໄດ້ຕາມເປົ້າໜາຍຂໍ້ກຳນົດສະບັບເລກທີ 46 /ຄຈກຊ. XII, ລົງວັນທີ 9 ຕຸລາ 2025, ສືບຕໍ່ອະນຸມັດເບີກຈ່າຍງົບປະມານໃຫ້ບັນດາກໍາມະການຝ່າຍຕ່າງໆທີ່ສະເໜີມາ ຕາມໜ້າວຽກແຕ່ລະໄລຍະ.

 

(ຂ່າວ: ຕຸໄລເພັດ ໜັງສືພິມປະຊາຊົນ)