Skip to main content

ມອບ-ຮັບ ໜ້າທີ່ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 7 ພະຈິກ 2025 ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ຜູ້ເກົ່າ) ແລະ ທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາ (ຜູ້ໃໝ່), ໂດຍມີຄະນະພະແນກ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີໄດ້ມີການຜ່ານກ່ຽວກັບການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາແຕ່ລະດ້ານພາຍໃນແຂວງ ໃນໄລຍະ 1 ປີ ຜ່ານມາໂດຍສັງເຂບ. ພ້ອມທັງໄດ້ຮັບຟັງການມີຄໍາເຫັນໂອລົມຂອງ ທ່ານ ບົວທອງ ສຸວັນນະສານ...

Continue reading

ການນໍາແຂວງເຊກອງ ໂອ້ລົມ ແລະ ໃຫ້ກໍາລັງໃຈທັບນັກກິລາແຂວງ ກ່ອນເຂົ້າຮ່ວມກິລາແຫ່ງຊາດ ຄັ້ງທີ XII

ໃນຕອນເຊົ້າວັນທີ 4 ພະຈິກ 2025 ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ມີພິທີໂອ້ລົມຄະນະນໍາ, ຄະນະຮັບຜິດຊອບ, ຄູຝຶກ ແລະ ບັນດານັກກິລາແຂວງເຊກອງ ຊຸດທີ່ຈະເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໃນລະຫວ່າງວັນທີ 15-25 ພະຈິກ 2025 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ. ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ...

Continue reading

ການນຳແຂວງຄຳມ່ວນ ໂອ້ລົມທັບນັກກິລາແຂວງ ກ່ອນອອກເດີນທາງເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ວັນທີ 6 ພະຈິກ 2025 ທີ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງຄຳມ່ວນ, ການນຳແຂວງຄຳມ່ວນ ໄດ້ໂອ້ລົມຕໍ່ຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ຈະໄປຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ” ໃນລະຫວ່າງວັນທີ 15-25 ພະຈິກ 2025, ໃຫ້ກຽດເປັນປະທານໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານຮອງເຈົ້າແຂວງໆຄຳມ່ວນ, ຫົວໜ້າພະແນການທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະຮັບຜິດຊອບ, ຄະນະນໍາ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ. ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໃນພິທີ, ທ່ານ ນາງ ສຸກກະເສີມ ສິດທິເດດ...

Continue reading

ຮອງລັດຖະມົນຕີ ປກສ ເນັ້ນໃຫ້ທັບນັກກິລາທີ່ຈະຮ່ວມຊີງໄຊໃນ “ນະຄອນຫຼວງວຽງຈັນ ເກມ 2025” ເອົາໃຈໃສ່ 4 ມີ

ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ພົບປະໂອ້ລົມ ຄະນະຮັບຜິດຊອບ ແລະ ທັບນັກກິລາທີ່ເປັນຕົວແທນ ຂອງກະຊວງປ້ອງກັນຄວາມສະຫງົບ ທີ່ຈະເຂົ້າຮ່ວມແຂ່ງຂັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຫຼື “ນະຄອນຫຼວງວຽງຈັນ ເກມ “2025”  ໃນວັນທີ 7 ພະຈິກ 2025 ຢູ່ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ໂດຍມີບັນດາຫົວໜ້າ-ຮອງຫົວໜ້າກົມໃຫຍ່ອ້ອມຂ້າງກະຊວງ ພ້ອມດ້ວຍຄະນະຮັບຜິດຊອບ, ຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ. ການໂອ້ລົມໃນຄັ້ງນີ້, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ເນັ້ນໜັກໃຫ້ຄະນະນໍາ, ຄູຝຶກ...

Continue reading

ຫຼາຍພາກສ່ວນມອບເງິນສະໜັບສະໜູນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ລວມ 9,8 ຕື້ກວ່າກີບ

ພິທີມອບ-ຮັບການສະໜັບສະໜູນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈັດຂຶ້ນວັນທີ 7 ພະຈິກນີ້ ທີ່ຫ້ອງວ່າການປົກຄອງຄອງນະຄອນຫຼວງວຽງຈັນ ໂດຍມີຜູ້ອຳນວຍການ, ຮອງອຳນວຍການ ຕາງໜ້າພາກສ່ວນໃຫ້ການສະໜັບສະໜູນໄດ້ຂຶ້ນມອບ ແລະ ກ່າວຮັບໂດຍ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ການສະໜັບສະໜູນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນຄັ້ງນີ້ ມີ 15 ພາກສ່ວນ ໃນນີ້ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ສະໜັບສະໜູນມູນຄ່າ...

Continue reading

ທັບນັກກິລາແຂວງອັດຕະປື ມີຄວາມພ້ອມ 100% ເຂົ້າຮ່ວມຊີງໄຊໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ໃນວັນທີ 7 ພະຈິກ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື, ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ໂອ້ລົມຄະນະນໍາ, ຄູຝຶກ ແລະ ນັກກິລາ ກ່ອນທີ່ຈະເດີນທາງ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025. ໃນພິທີ, ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ຜູ້ຊີ້ນໍາວຽກງານກິລາ-ກາຍະກໍາ ໄດ້ລາຍງານໃຫ້ຮູ້ວ່າ: ແຂວງອັດຕະປື ຈະສົ່ງ 15 ປະເພດກິລາ ເພື່ອເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ...

Continue reading

ຊ້ອມໃຫຍ່ຄັ້ງທໍາອິດ ກຽມສະແດງໃນພິທີເປີດ-ປິດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ທ່ານ ບົວເງິນ ຊາພູວົງ ສິນລະປິນແຫ່ງຊາດ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ຊ່ວຍປະທານຈັດງານມະຫະກຳກິລາແຫ່ງຊາດ ທັງເປັນຫົວໜ້າອະນຸກຳມະການສະແດງສິລະປະ-ວັດທະນະທຳ ໃນພິທີເປີດ-ປິດງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາການຝຶກຊ້ອມໃຫຍ່ຂອງກ້ອນສະແດງສິລະປະ-ວັດທະນະທຳ ໃນວັນທີ 6 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16), ມີຄະນະຮັບຜິດຊອບ, ຄູຝຶກ-ອະນຸກໍາມະການແຕ່ລະພາກສ່ວນເຂົ້າຮ່ວມ. ການຝຶກຊ້ອມການສະແດງສິລະປະ-ວັດທະນະທຳຄັ້ງນີ້ ເປັນຄັ້ງທໍາອິດ...

Continue reading

ວລ ເຕັກນິກກະສິກຳດົງຄໍາຊ້າງ ແຂ່ງຂັນທັກສະສີມື ປະຈຳປີ 2025

ວິທະຍາໄລ (ວລ) ເຕັກນິກກະສິກຳດົງຄໍາຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື ປະຈຳປີ 2025 ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານວິຊາການ, ສ້າງຂະບວນການແຂ່ງຂັນທັກສະສີມືພາຍໃນວິທະຍາໄລ ແລະ ສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ໂດຍສະເພາະແມ່ນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ. ການແຂ່ງຂັນດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 6 ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈິດຕະກອນ ສີຊານົນ...

Continue reading