ວລ ເຕັກນິກກະສິກຳດົງຄໍາຊ້າງ ແຂ່ງຂັນທັກສະສີມື ປະຈຳປີ 2025

ວິທະຍາໄລ (ວລ) ເຕັກນິກກະສິກຳດົງຄໍາຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື ປະຈຳປີ 2025 ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານວິຊາການ, ສ້າງຂະບວນການແຂ່ງຂັນທັກສະສີມືພາຍໃນວິທະຍາໄລ ແລະ ສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ໂດຍສະເພາະແມ່ນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ.
ການແຂ່ງຂັນດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 6 ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈິດຕະກອນ ສີຊານົນ ຜູ້ອຳນວຍການວິທະຍາໄລເຕັກນິກກະສິກຳດົງຄໍາຊ້າງ, ມີຜູ້ຕາງໜ້າຈາກວິທະຍາໄລເຕັກນິກວິຊາຊີບກະສິກຳກວາງຊີ ສປ ຈີນ, ຈາກສູນຝຶກອົບຮົມພາສາເກົາຫຼີ ແລະ ບໍລິສັດຕ່າງໆ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຈິດຕະກອນ ສີຊານົນ ໄດ້ກ່າວ ວ່າ: ການຈັດແຂ່ງຂັນໃນຄັ້ງນີ້, ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານວິຊາການ, ສ້າງຂະບວນການແຂ່ງຂັນທັກສະສີມືພາຍໃນວິທະຍາໄລ ແລະ ສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ທັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມຜູ້ບໍລິຫານອາຊີວະສຶກສາ ປະຈໍາປີ 2025 ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 20-21 ພະຈິກ 2025, ສໍາລັບວິທະຍາໄລເຕັກນິກກະສິກຳດົງຄໍາຊ້າງ ປະກອບມີ ຝ່າຍການຮຽນປູກຝັງລ້ຽງສັດ ລະບົບ 12+2, ຜູ້ຊ່ວຍສັດຕະວະແພດ ລະບົບ 12+3, ລ້ຽງສັດ 12+3 ໂຄງການຮ່ວມ ລາວ-ຈີນ, ປູກຝັງ 12+3 ໂຄງການຮ່ວມ ລາວ-ຈີນ, ລ້ຽງສັດລະບົບຕໍ່ເນື່ອງ, ປູກຝັງລະບົບຕໍ່ເນື່ອງ, ສາມັນວິຊາຊີບແບບຂູ່ຂະໜານ ສາຂາປູກຝັງ, ສາມັນວິຊາຊີບແບບຂູ່ຂະໜານສາຂາລ້ຽງສັດ. ນອກນັ້ນ, ທາງວິທະຍາໄລຍັງໄດ້ມີການຮ່ວມມືກັບສາກົນອີກດ້ວຍ.
ສຳລັບການຈັດແຂ່ງຂັນຄັ້ງນີ້, ແມ່ນໄດ້ຈັດແຂ່ງຂັນທາງດ້ານວິຊາການ ແລະ ການປະຕິບັດຕົວຈິງ ຄື: ດ້ານທັກສະສີມືແມ່ນການແຂ່ງຂັນປະຕິບັດ ການຂະຫຍາຍພັນພືດ ດ້ວຍການສຽບຍອດ, ຕອນກິ່ງ ແລະ ຕິດຕາ; ການຄໍານວນອາຫານສັດ; ການຄັດເລືອກພໍ່ແມ່ພັນປາ ແລະ ການປະສົມພັນ, ຊຶ່ງເຂົ້າຮ່ວມການແຂ່ງຂັນແມ່ນຈາກວິທະຍາໄລເຕັກນິກກະສິກຳດົງຄໍາຊ້າງ, ວິທະຍາໄລເຕັກນິກແຂວງວຽງຈັນ ແລະ ວິທະຍາໄລເຕັກນິກວິຊາຊີບບໍລິຄໍາໄຊ.
ຂ່າວໂດຍ: ບົວລະພາ



















