Skip to main content

ມອບ-ຮັບ ໜ້າທີ່ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຜູ້ເກົ່າ ແລະ ຜູ້ໃໝ່

08/11/2025

ໃນວັນທີ 7 ພະຈິກ 2025 ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ຜູ້ເກົ່າ) ແລະ ທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາ (ຜູ້ໃໝ່), ໂດຍມີຄະນະພະແນກ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ມີການຜ່ານກ່ຽວກັບການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາແຕ່ລະດ້ານພາຍໃນແຂວງ ໃນໄລຍະ 1 ປີ ຜ່ານມາໂດຍສັງເຂບ. ພ້ອມທັງໄດ້ຮັບຟັງການມີຄໍາເຫັນໂອລົມຂອງ ທ່ານ ບົວທອງ ສຸວັນນະສານ ສະເພາະແມ່ນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຂອງເພິ່ນໃນການນໍາພາ-ຊີ້ນໍາແຕ່ລະໄລຍະ ເພື່ອປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາແຂວງຈໍາປາສັກ, ຮັບຟັງການມີຄໍາເຫັນກ່າວຮັບໜ້າທີ່ຂອງທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາ ຜູ້ໃໝ່ ທີ່ຈະຮັບໜ້າທີ່ສືບຕໍ່ນໍາພາ-ຊີ້ນໍາ ເຮັດໃຫ້ວຽກງານຂົງເຂດການສຶກສາ ກໍຄືວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຂອງແຂວງຈໍາປາສັກ ໄດ້ຮັບການພັດທະນາຢ່າງມີຜົນສໍາເລັດ.

ຕອນທ້າຍຂອງພິທີກໍມີການລົງນາມເຊັນບົດບັນທຶກມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາ (ຜູ້ເກົ່າ) ແລະ ທ່ານ ປອ ພູວົງ ອະໄພຫົວໜ້າພະແນກສຶກສາທິການ ແລະ ກິລາ (ຜູ້ໃໝ່).

 

ຂ່າວ-ພາບ: ຈັນທະວີສັກ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ