ຄໍາມ່ວນ-ກວາງຈິ ລົງນາມມອບ-ຮັບພື້ນທີ່ວາງສີລາລຶກກໍ່ສ້າງໂຮງຮຽນສາມັນຊົນເຜົ່າ ຢູ່ເມືອງມະຫາໄຊ
ວັນທີ 18 ກັນຍາ 2026, ພິທີລົງນາມບົດບັນທຶກມອບ-ຮັບພື້ນທີ່ກໍ່ສ້າງໂຮງຮຽນມັດທະຍົມຕອນປາຍສາມັນຊົນເຜົ່າ ໄດ້ຈັດຂຶ້ນທີ່ບ້ານໂພນສະອາດ, ເມືອງມະຫາໄຊ, ແຂວງຄໍາມ່ວນ ໂດຍມີຕາງໜ້າຝ່າຍລາວ ທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ວັນທະວີ ສານຸວົງ ວ່າການຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ແສງຈັນ ຊາມົນຕຣີ ປະທານຄະນະກຳມະການປົກຄອງເມືອງມະຫາໄຊ ແລະ ຝ່າຍຫວຽດນາມ ມີທ່ານ ນາງ ຫງວຽນ ທິ ເຮືອງ ຢາງ ຮອງຫົວໜ້າພະແນກພົວພັນຕ່າງປະເທດ ແຂວງກວາງຈິ, ພ້ອມດ້ວຍບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວ...








