Skip to main content

Author: Mitlandone Thepninhom

ສກມ ສີໂຄດຕະບອງ ຈັດສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປະຈຳສົກຮຽນ 2025-2026

ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ຊັ້ນປະຖົມສຶກສາ ປ.5, ຊັ້ນມັດທະຍົມຕອນຕົ້ນ ມ.4 ແລະ ຊັ້ນມັດທະຍົມຕອນປາຍ ມ.7 ເມື່ອວັນທີ 5 ກຸມພາ 2026 ທີ່ໂຮງຮຽນມັດທະຍົມຕອນປາຍວຽງຈັນ-ໂຮ່ຈິມິນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດດັ່ງກ່າວ, ທ່ານ...

Continue reading

ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ III ກະຊວງ ສສກ ຈັດກິດຈະກຳອອກແຮງງານລວມ ແລະ ແຂ່ງຂັນກິລາມິດຕະພາບ ຢ່າງຟົດຟື້ນ

ໃນຕອນບ່າຍວັນທີ 6 ກຸມພາ 2025 ທີ່ເດີ່ນສະຖາບັນພັດທະນາການບໍລິຫານການສຶກສາ (ຫຼັກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ນັກສຶກສາທິດການສະດີການເມືອງ ຂັ້ນຕົ້ນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກິດຈະກຳອອກແຮງງານລວມ ແລະ ແຂ່ງຂັນກິລາເປຕັງມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີ, ໂດຍການນຳພາຂອງ ສະຫາຍ ປອ ສົມສີ ໄຊຍະລາດ ຫົວໜ້າຫ້ອງທິດການສະດີການເມືອງ ຂັ້ນຕົ້ນ ຊຸດທີ III ພ້ອມດ້ວຍຄະນະ ແລະ ສະມາຊິກນັກສຶກສາ ຈຳນວນ 63 ສະຫາຍ ຍິງ 23 ສະຫາຍ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ສຳລັບກິດຈະກຳໃນຄັ້ງນີ້...

Continue reading

ສກຂ ສະຫວັນນະເຂດ ຮ່ວມກັບ ພຣະອາຈານ ສັກດາ ເຄນວົງສັກ ມອບເຄື່ອງນອນ ແລະ ອຸປະກອນຮັບໃຊ້ຫໍພັກ ໃຫ້ ມສ ໂນນຈານ ເມືອງທ່າປາງທອງ

ໃນວັນທີ 6 ກຸມພາ 2026 ທີ່ ໂຮງຮຽນມັດທະຍົມສົມບູນ ໂນນຈານ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ອຸປະກອນເຄື່ອງນອນ ແລະ ເຄື່ອງໃຊ້ທີ່ຈຳເປັນສຳລັບນັກຮຽນຫໍພັກ ຊຶ່ງເປັນການຮ່ວມມືກັນ ລະຫວ່າງ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສະຫວັນນະເຂດ ແລະ ພຣະມະຫາ ສັກດາ ເຄນວົງສັກ ໂດຍກຽດເຂົ້າຮ່ວມຂອງ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ພຣະອາຈານ ສັກດາ ເຄນວົງສັກ ຄະນະກຳມະການ ອພສ ສູນກາງ ຮອງປະທານ ອພສ ແຂວງສະຫວັນນະເຂດ ເຈົ້າອະທິການວັດໂນນຫີນແຮ່ ພ້ອມຄະນະ ຊຶ່ງຜູ້ລະດົມຂົນຂວາຍ ແລະ ມອບເຄື່ອງຊ່ວຍເຫຼືອ, ທ່ານ ສຳລານ ໄຊຍະເພັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງທ່າປາງທອງ,...

Continue reading

ສາມັກຄີໄຊ​ ສອບເສັງນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ຂັ້ນເມືອງ

ວັນທີ 5 ກຸມພາ 2026 ນີ້, ເມືອງສາ​ມັກຄີໄຊ ແຂວງອັດຕະປື​ ໄດ້ຈັດ​ການສອບເສັງນັກຮຽນເກັ່ງ ຊັ້ນ ປ.5, ມ.4 ແລະ ມ.7 ທີ່ໂຮງຮຽນປະ​ຖົມ-ມັດທະຍົມຕົ້ນມິດຕະພາບລາວ-ຫວຽດນາມ, ໂດຍການເປັນປະທານຂອງທ່ານ ປະໂລມ ເຮືອງສັກ ຮອງປະທານຄະ​ນະກຳມະການປົກຄອງເມືອງ, ມີທ່ານ ນິຄົມ ພົມມະຈັນ ຫົວ​ໜ້າຫ້ອງການສຶກສາ​ທິ​ການ ແລະ ກິລາເມືອງ ພ້ອມດ້ວຍຄະນະອໍາ​ນວຍການໂຮງຮຽນ ມສ, ມ.ຕົ້ນ, ປະ​ຖົມສຶກສາ ແລະ ນ້ອງນັກຮຽນເຂົ້າ​ຮ່ວມ. ທ່ານ ນາງ ແກ້ວມະໄລ ກົມມະສິດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານວ່າ: ການສອບເສັງ​ນັກ​ຮຽນເກັ່ງ​ຂັ້ນເມືອງ​ສາມັກຄີໄຊ​ ໃນຄັ້ງນີ້, ມີນັກ​ຮຽນເກັ່ງ...

Continue reading

ສກຂ ຫຼວງພະບາງ ປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ

ພິທີປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ຂອງພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2026 ທີ່ພະແນກດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຫົວຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ຜູ້ອຳນວຍການ-ຮອງຜູ້ອຳນວຍການໂຮງຮຽນ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວັນສີ ວິໄລສັກ ຮອງຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ແລະ ພັດທະນາຄູ ພະແນກສຶກສາທິການ ແລະ ກິລາແຂວງ...

Continue reading

ປະກາດກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດ ຊຸດໃໝ່

ປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ (ສພກລ) ຊຸດທີ IV ປະຈໍາສົກປີ 2026-2029 ຢ່າງເປັນທາງການ ໂດຍແຕ່ງຕັ້ງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ເປັນປະທານສະຫະພັນ ສະໄໝທີ 2 ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2026 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ, ມີຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ,...

Continue reading

ເປີດຊຸດຝຶກອົບຮົມຫຼັກສູດບໍລິຫານຄຸ້ມຄອງລັດ ໃຫ້ຜູ້ບໍລິຫານລະດັບສູງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີພິທີເປີດຊຸດຝຶກອົບຮົມ ຫຼັກສູດບໍລິຫານ-ຄຸ້ມຄອງລັດ ໃຫ້ແກ່ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອໍານວຍການສະຖາບັນ, ສໍານັກພິມສຶກສາ ແລະ ກິລາ, ວິທະຍາໄລ ແລະ ສູນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ໃນວັນທີ 9 ກຸມພາ 2026 ທີ່ຫ້ອງປະຊຸມສະຖາບັນພັດທະນາບໍລິຫານການສຶກສາ (ຫຼັກ8), ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີວິທະຍາກອນ, ສຳມມະນາກອນ ຈຳນວນ 40 ທ່ານ, ຍິງ 11 ທ່ານ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ປອ ນາງ...

Continue reading

ກວຮ ຈັດກອງປະຊຸມວິເຄາະຂໍ້ມູນການກັ່ນຕອງທາງດ້ານການແພດ ກ່ຽວກັບການກວດກາຄວາມບົກຜ່ອງໜ້າທີ່ການຂອງເດັກ ອາຍຸ 3-5 ປີ

ກົມການສຶກສາກ່ອນໄວຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມວິເຄາະຂໍ້ມູນການກັ່ນຕອງທາງດ້ານການແພດ ກ່ຽວກັບການກວດກາຄວາມບົກຜ່ອງໜ້າທີ່ການຂອງເດັກ ອາຍຸ 3-5 ປີ ເມື່ອວັນທີ 9 ກຸມພາ 2026 ທີ່ຫ້ອງປະຊຸມ ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກິຄຳ ພິມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ, ມີແຂກຖືກເຊີນຈາກກະຊວງກ່ຽວຂ້ອງ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການຈາກກົມການສຶກສາກ່ອນໄວຮຽນ, ແພດຈາກພະແນກຫູດັງຄໍ ໂຮງໝໍມະໂຫສົດ, ແພດພັດທະນາການເດັກ ໂຮງໝໍເດັກແຫ່ງຊາດ, ແພດຈາກສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ, ສູນການແພດຟື້ນຟູໜ້າທີ່ການ, ພະແນກສຶກສາທິການ ແລະ...

Continue reading