Skip to main content

ກວຮ ຈັດກອງປະຊຸມວິເຄາະຂໍ້ມູນການກັ່ນຕອງທາງດ້ານການແພດ ກ່ຽວກັບການກວດກາຄວາມບົກຜ່ອງໜ້າທີ່ການຂອງເດັກ ອາຍຸ 3-5 ປີ

10/02/2026

ກົມການສຶກສາກ່ອນໄວຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມວິເຄາະຂໍ້ມູນການກັ່ນຕອງທາງດ້ານການແພດ ກ່ຽວກັບການກວດກາຄວາມບົກຜ່ອງໜ້າທີ່ການຂອງເດັກ ອາຍຸ 3-5 ປີ ເມື່ອວັນທີ 9 ກຸມພາ 2026 ທີ່ຫ້ອງປະຊຸມ ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກິຄຳ ພິມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ, ມີແຂກຖືກເຊີນຈາກກະຊວງກ່ຽວຂ້ອງ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການຈາກກົມການສຶກສາກ່ອນໄວຮຽນ, ແພດຈາກພະແນກຫູດັງຄໍ ໂຮງໝໍມະໂຫສົດ, ແພດພັດທະນາການເດັກ ໂຮງໝໍເດັກແຫ່ງຊາດ, ແພດຈາກສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ, ສູນການແພດຟື້ນຟູໜ້າທີ່ການ, ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ເຊກອງ, ອັດຕະປື, ຫ້ອງການສຶກສາທິການ ແລະ ກິລາເມືອງ ເລົ່າງາມ, ດາກຈຶງ ແລະ ເມືອງຊານໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຕິດຕາມຜົນການເກັບກໍາຂໍ້ມູນຂອງເດັກໃນບ້ານເປົ້າໝາຍທີ່ໄດ້ລົງກັ່ນຕອງທາງດ້ານການແພດ ໃຫ້ມີຄວາມເປັນເອກະພາບໃນການນຳໃຊ້ ແລະ ສະດວກໃນການເກັບກຳ, ວິເຄາະ ແລະ ນໍາຂໍ້ມູນອອກມາໃຊ້. ຊຶ່ງທີ່ຜ່ານມາ ໄດ້ມີການກັ່ນຕອງຄວາມບົກຜ່ອງໜ້າທີ່ການຂອງເດັກອາຍຸ 3-5 ປີ ສໍາເລັດແລ້ວ ແລະ ກິດຈະກໍາຂອງພວກເຮົາກໍຍັງມີການຖອດຖອນບົດຮຽນ ຫຼັງຈາກສຳເລັດການກັ່ນຕອງທາງດ້ານການແພດ, ມີບ້ານເປົ້າໝາຍຂອງພວກເຮົາ ລວມທັງໝົດ ໃນ 3 ແຂວງ 3 ເມືອງ 8ໍໍ9 ບ້ານຂອງເປົ້າໝາຍໂຄງການ ເພື່ອຮັບປະກັນໃຫ້ຂໍ້ມູນເປັນລະບົບ, ແມ່ນຍຳ ແລະ ມີຄວາມສະດວກສະບາຍໃນການນຳໃຊ້ພາຍໜ້າ. ສະນັ້ນ, ເພື່ອໃຫ້ຂໍ້ມູນດັ່ງກ່າວໄດ້ຖືກນຳໃຊ້ເຂົ້າໃນການປະຕິບັດວຽກງານ ແລະ ມີຄວາມໜ້າເຊື່ອຖື, ສາມາດວິເຄາະໃຫ້ເຫັນໄດ້ວ່າ ໃນຈຳນວນເດັກທີ່ສົງໄສວ່າມີຄວາມບົກຜ່ອງໜ້າທີ່ການ ຈະໄດ້ຖືກນຳສົ່ງຫາແພດໝໍເພື່ອຊ່ວຍເຫຼືອແກ້ໄຂແຕ່ເບື້ອງຕົ້ນ ແລະ ສາມາດເປັນຂໍ້ມູນໃນການເຜີຍແຜ່ຜົນການຈັດຕັ້ງປະຕິບັດວຽກງານກວດກາຄວາມບົກຜ່ອງໜ້າທີ່ການໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ ແລະ ຫາທາງຊ່ວຍເຫຼືອເດັກໃນຂະບວນການຕໍ່ໄປ.

ຄຽງຄູ່ກັນນີ້, ກໍເພື່ອໃຫ້ຜູ້ເຂົ້າຮ່ວມສາມາດວິເຄາະຂໍ້ມູນເດັກ ອາຍຸ 3-5 ປີ ທີ່ມີຄວາມບົກຜ່ອງດ້ານໜ້າທີ່ການ ດ້ານການເບິ່ງເຫັນ, ການໄດ້ຍິນ, ການເຄື່ອນໄຫວ ແລະ ສະຕິປັນຍາ ແລະ ສາມາດສັງລວມໄດ້ລະດັບຄວາມຫຍຸ້ງຍາກຂອງແຕ່ລະປະເພດຂອງຄວາມບົກຜ່ອງໜ້າທີ່ການ; ເພື່ອໃຫ້ຜູ້ເຂົ້າຮ່ວມມີຜົນວິເຄາະຂໍ້ມູນເປັນບ່ອນອີງໃນການຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫຼືອເດັກ.

ສຳລັບກອງປະຊຸມໃນຄັ້ງນີ້ ແມ່ນຈະດຳເນີນລະຫວ່າງວັນທີ 9-11 ກຸມພາ 2026 ຈຶ່ງຈະສຳເລັດ.

ພາບ-ຂ່າວ: ກົມການສຶກສາກ່ອນໄວຮຽນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ