Skip to main content

ສກມ ສີໂຄດຕະບອງ ຈັດສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປະຈຳສົກຮຽນ 2025-2026

12/02/2026
ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ຊັ້ນປະຖົມສຶກສາ ປ.5, ຊັ້ນມັດທະຍົມຕອນຕົ້ນ ມ.4 ແລະ ຊັ້ນມັດທະຍົມຕອນປາຍ ມ.7 ເມື່ອວັນທີ 5 ກຸມພາ 2026 ທີ່ໂຮງຮຽນມັດທະຍົມຕອນປາຍວຽງຈັນ-ໂຮ່ຈິມິນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ສິນໄຊ ສຸທຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ທົ່ວເມືອງສີໂຄດຕະບອງ ມີນັກສອບເສັງຄັດເລືອກນັກຮຽນເກັ່ງ ຂັ້ນ ປ.5, ມ.4 ແລະ ມ.7 ທັງພາກລັດ ແລະ ເອກະຊົນ ຈໍານວນ 673 ຄົນ, ຍິງ 470 ຄົນ ມີ 1 ສູນສອບເສັງ ແລະ ມີຫ້ອງສອບເສັງ 30 ຫ້ອງ ສະເລ່ຍ 20-21 ຄົນຕໍ່ຫ້ອງ, ມີກໍາມະການຍາມຫ້ອງສອບເສັງ 63 ທ່ານ, ຫຼັງຈາກສໍາເລັດການສອບເສັງແລ້ວ ຈະປະກາດຜົນການສອບເສັງໃນທ້າຍເດືອນກຸມພາ 2026.
ໂອກາດນີ້, ທ່ານ ຄຳສິງ ດວງດາລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ກະກຽມດຳເນີນການສອບເສັງໃນຄັ້ງນີ້ ພ້ອມທັງສະແດງຄວາມຍ້ອງຍໍຄູອາຈານ ແລະ ນ້ອງນັກສອບເສັງທຸກຄົນທີ່ມີໜ້າເຂົ້າຮ່ວມໃນສົກຮຽນນີ້ ການສອບເສັງຄັດເລືອກນັກຮຽນເກັ່ງຄັ້ງນີ້ ເປັນການຄັດເລືອກເອົານ້ອງນັກຮຽນເກັ່ງທີ່ເປັນຕົວແທນໃນຊັ້ນປະຖົມ ປ.5 ແລະ ຊັັ້ນມັດທະຍົມ ມ.4 ແລະ ມ.7 ຈຳນວນ 49 ນ້ອງ ຂອງເມືອງສີໂຄດຕະບອງ ທີ່ຈະໄປເສັງໃນຂັ້ນນະຄອນຫຼວງວຽງຈັນ. ສະນັ້ນ, ຂໍໃຫ້ນັກສອບເສັງທຸກຄົນເຮັດສຸດຄວາມສາມາດ ບໍ່ກົດດັນຕົນເອງຫຼາຍຈົນເກີນໄປ ແລະ ຫວັງວ່າ ຜູ້ທີ່ຜ່ານການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ຈະສາມາດຕໍ່ຍອດໄປເຖິງການເປັນນັກຮຽນເກັ່ງຂອງຂັ້ນນະຄອນຫຼວງວຽງຈັນ ແລະ ໃນລະດັບຊາດໄດ້, ໃນສົກຮຽນ 2024-2025 ຜ່ານມາ ເມືອງສີໂຄດຕະບອງ ກໍ່ສາມາດຍາດໄດ້ນັກຮຽນເກັ່ງລະດັບຊາດ ຂັ້ນມັດທະຍົມຕົ້ນ ມ.4 ໃນວິຊາ ພາສາລາວ-ວັນນະຄະດີ ແລະ ສົກຮຽນນີ້ກໍ່ສູ້ຊົນໃຫ້ຍາດໄດ້ນັກຮຽນເກັ່ງອີກດ້ວຍ.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ