ມະຫາວິທະຍາໄລແຫ່ງຊາດ ເຊື່ອມຊຶມເອກະສານສຳຄັນຂອງພັກ
ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອວັນທີ 6 ກຸມພາ 2026 ທີ່ສະໂມສອນໃຫຍ່ ຊັ້ນ2 (ມຊ) ໂດຍການເປັນປະທານຂອງສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII...








