ສຄຂ ສ້າງຄວາມເຂັ້ມແຂງໃຫ້ຜູ້ຮັບຜິດຊອບວຽກໂຄສະນາຂ່າວສານທົ່ວປະເທດ ເພື່ອຍົກລະດັບວຽກງານສື່ມວນຊົນໃຫ້ທັນສະໄໝ
03/02/2026
ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຮັບຜິດຊອບວຽກໂຄສະນາຂ່າວສານການສຶກສາ ແລະ ກິລາ ຂັ້ນສູນກາງ ແລະ ຂັ້ນແຂວງ ໃນທົ່ວປະເທດ ເພື່ອຍົກລະດັບວຽກສື່ມວນຊົນໃຫ້ທັນສະໄໝ ໃນຍຸກດີຈີຕອລ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2026 ທີ່ຫ້ອງປະຊຸມເຮືອນພັກແຄມງຶ່ມ, ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະອຳນວຍການສູນ, ບັນດາຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານພາຍໃນສູນ ແລະ ຜູ້ຮັບຜິດຊອບວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ຈາກ 5 ແຂວງ ເຊັ່ນ: ຫຼວງພະບາງ, ວຽງຈັນ, ຄຳມ່ວນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ສຸກສາຄອນ ສີປະເສີດ ໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງຄາດໝາຍ ຂອງການຈັດຝຶກອົບຮົມໃນຄັ້ງນີ້ ກໍເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ຜູ້ຮັບຜິດຊອບວຽກງານຂ່າວສານ (ນັກຂ່າວ) ຂັ້ນສູນກາງ ແລະ ຂັ້ນແຂວງ ເຊິ້່ງປະກອບດ້ວຍ: ທັກສະເຕັກນິກພື້ນຖານການຂຽນຂ່າວ, ການຖ່າຍພາບ, ການນຳໃຊ້ເອໄອ (AI) ເຂົ້າໃນວຽກງານຂ່າວສານ, ເຕັກນິກການຖ່າຍພາບວິດີໂອ ແລະ ບົດບາດໃນການຈັດລາຍການວິທະຍຸສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ມີຄວາມທັນສະໄໝກ້າວທັນກັບຍຸກດີຈີຕອລ ໃນປັດຈຸບັນ.
ໂອກາດນີ້, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ກ່າວມີຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ວ່າ: ວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ແມ່ນພາລະກິດສຳຄັນໃນການນຳເອົານະໂຍບາຍຂອງພັກ-ລັດ ແລະ ແນວທາງຂອງກະຊວງສຶກສາທິການ ແລະ ກິລາ ໄປສູ່ປະຊາຊົນໃຫ້ເຂົ້າໃຈຢ່າງຖືກຕ້ອງ, ຊັດເຈນ ແລະ ທັນເວລາ. ພ້ອມທັງໄດ້ເນັ້ນໃຫ້ພະນັກງານສື່ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຕ້ອງພັດທະນາຕົນເອງຢ່າງຕໍ່ເນື່ອງ, ຍົກລະດັບທັກສະການຂຽນຂ່າວ ແລະ ການຜະລິດເນື້ອຫາດິຈິຕອນ ເພື່ອໃຫ້ທັນກັບຍຸກສະໄໝໃໝ່.
ທ່ານຍັງໄດ້ເນັ້ນຕື່ມວ່າ ການສື່ສານຕ້ອງມີຄວາມສ້າງສັນ, ອີງໃສ່ຂໍ້ມູນທີ່ຖືກຕ້ອງ, ສະທ້ອນຄວາມເປັນຈິງຂອງການພັດທະນາຂະແໜງການ, ໂດຍສະເພາະການເຜີຍແຜ່ຜົນສຳເລັດດ້ານການສຶກສາ ແລະ ກິລາ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ. ພ້ອມທັງສືບຕໍ່ປັບປຸງກົນໄກການສື່ສານ, ຂະຫຍາຍເຄືອຂ່າຍນັກຂ່າວຂັ້ນສູນກາງ-ທ້ອງຖິ່ນ ເພື່ອຮັບໃຊ້ພາລະກິດພັດທະນາຄົນລາວໃຫ້ມີຄຸນນະພາບຕາມຍຸດທະສາດຂອງກະຊວງສຶກສາ ແລະ ກິລາ ວາງອອກ.
ກອງປະຊຸມຄັ້ງນີ້ ແມ່ນຈະດຳເນີນລະຫວ່າງວັນທີ 31 ມັງກອນ ຫາວັນທີ 4 ກຸມພາ 2026 ຈຶ່ງຈະສຳເລັດ.
ຂ່າວໂດຍ: ການຈະນາ


