Skip to main content

ເປີດການສອບເສັງມາດຕະຖານ IHK ຂອງເຢຍລະມັນ ຄັ້ງທີ 8 ປະຈຳສົກຮຽນ 2025-2026

05/02/2026
ນັກສຶກປີທີ 3 ຫຼັກສູດ (9+3) ສາຂາຊ່າງຈັກກົນໂຮງງານ ແລະ ສາຂາຊ່າງໄຟຟ້າເຕັກນິກ ທັງໝົດ 22 ຄົນ, ຍິງ 5 ຄົນ ຂອງວິທະຍາໄລເຕັກນິກລາວ-ເຢຍລະມັນ ທີ່ໄດ້ຮັບທຶນຈາກບໍລິສັດ BHS Corrugated ປະເທດເຢຍລະມັນ ເຂົ້າຮ່ວມສອບເສັງທົດສອບມາດຕະຖານ IHK ຄັ້ງທີ 8 ປະຈຳສົກຮຽນ 2025-2026 ຈັດຂຶ້ນ ລະຫວ່າງວັນທີ 3-5 ກຸມພາ 2026.
ພິທີເປີດການສອບເສັງມາດຕະຖານ IHK ຂອງເຢຍລະມັນ ຄັ້ງທີ 8 ປະຈຳສົກຮຽນ 2025-2026 ຈັດຂຶ້ນ ໃນວັນທີ 4 ກຸມພາ 2026 ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ, ໃຫ້ກຽດເຂົ້າຮ່ວມມີທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ທ່ານ ນາງ ຊອນຢາ ພຣູນ (Sonja Prüll) ຜູ້ຮັບຜິດຊອບໂຄງການຂອງບໍລິສັດ BHS Corrugated ປະເທດເຢຍລະມັນ, ທ່ານ ຮອດ ລິນເນີ (Horst LINDNER) ຜູ້ຄວບຄຸມການຝຶກອົບຮົມສາກົນຂອງການທົດສອບຍົກລະດັບສີມືແຮງງານໃນລະບົບອາຊີວະສຶກສາແບບຄວບຄູ່ ແລະ ສູນຝຶກອົບຮົມ ແລະ ທ່ານ ຟຣານ ຊູເອດ (Franz SCHUETZ) ທີ່ປຶກສາດ້ານອາຊີບຈາກສູນຝຶກອົບຮົມ Uebzo ປະເທດເຢຍລະມັນ ປະຈຳລາວ ແລະ ຄະນະອຳນວຍການ, ຫົວໜ້າພາກ, ຫົວໜ້າພະແນກ ພ້ອມດ້ວຍຄະນະ, ພະນັກງານ, ຄູ-ອຈານ, ຄະນະຄູຝຶກມາດຕະຖານ IHK, ນັກສຶກສາເຂົ້າຮ່ວມ.
ໂອກາດນີ້, ທ່ານ ສຸລິຍາ ປ່າໄຊ ກ່າວວ່າ: ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ບໍລິສັດ BHS ໄດ້ຮ່ວມມືກັນແຕ່ປີ 2016-2026 ມີນັກຮຽນທັງໝົດ 294 ຄົນ, ຍິງ 73 ຄົນ ທີ່ມາຈາກສາຂາ ໄຟຟ້າເຕັກນິກ ແລະ ຈັກກົນໂຮງງານ ໄດ້ໃຫ້ທຶນການສຶກສາແຕ່ລະປີ ຈໍານວນຢ່າງນ້ອຍ 40 ທຶນ ແລະ ນັບແຕ່ປີ 2022 ມີນັກຮຽນຈົບ 249 ຄົນ, ຍິງ 60 ຄົນ. ມີນັກຮຽນທັງໝົດ 30 ຄົນ, ຍິງ 5 ຄົນ ໄດ້ຖືກຄັດເລືອກໄປ ເຢຍລະມັນ, ຫຼັງຈາກຮຽນຈົບການສຶກສາ ກໍມີໂອກາດໄປເຮັດວຽກຢູ່ບໍລິສັດ BHS ຫຼື ບໍລິສັດອື່ນໆທີ່ປະເທດດັ່ງກ່າວ ແລະ ກໍຈັດໃຫ້ມີໂຄງການຝຶກອົບຮົມຄູສອນໄຟຟ້າ ແລະ ຈັກກົນໂຮງງານທຸກໆປີ
ວິທະຍາໄລພວກເຮົາ ໄດ້ເລີ່ມຈັດການທົດສອບມາດຕະຖານ IHK ແຕ່ປີ 2018 ເປັນຕົ້ນມາ ແລະ ໃນປີນີ້ເປັນປີທີ 8 ທັງນີ້ ກໍເພື່ອເປັນການຢັ້ງຢືນຄຸນນະພາບການສຶກສາ ຂອງຜູ້ຮຽນໂດຍສະເພາະນັກສຶກສາ ສາຂາຊ່າງ ໄຟຟ້າ ເຕັກນິກ ແລະ ສາຂາຊ່າງ ຈັກກົນໂຮງງານ ພາຍຫຼັງໄດ້ຮັບການສຶກສາມາໃນໄລຍະເກືອບ 3 ປີສາມາດທົດສອບໄດ້ເຖິງມາດຕະຖານທີ່ຖືກຮັບຮອງຈາກສາກົນໂດຍສະເພາະຈາກປະເທດເຢຍລະມັນ. ເຖີງຢ່າງໃດກໍດີ, ໂອກາດນີ້ ກໍຂໍໃຫ້ນັກສຶກສາທຸກຄົນຈົ່ງສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຮ່ວມໂຄງການນີ້ໃຫ້ສຳເລັດຕາມໝາກຜົນທີ່ວາງໄວ້.
ໃນສົກຮຽນ 2025-2026 ມີນັກສຶກປີທີ 3 ຫຼັກສູດ (9+3) ສຳລັບ 2 ສາຂາຊ່າງ ທີ່ໄດ້ຮັບທຶນຈາກບໍລິສັດ BHS Corrugated ປະເທດເຢຍລະມັນ ຈຳນວນ 22 ຄົນ, ເປັນຍິງ 5 ຄົນ ເຂົ້າຮ່ວມໃນການທົດສອບມາດຕະຖານ IHK, ໃນນັ້ນ ສຳລັບສາຂາຊ່າງຈັກກົນໂຮງງານ ມີຈໍານວນ 9 ຄົນ ຍິງ 1 ຄົນ ແລະ ສາຂາຊ່າງໄຟຟ້າເຕັກນິກ ຈຳນວນ 13 ຄົນ ຍິງ 4 ຄົນ ໃນການທົດສອບຄັ້ງນີ້ ໃຊ້ເວລາໄລຍະ 3 ວັນ ລະຫວ່າງວັນທີ 3-5 ກຸມພາ 2026 ນີ້ສຳເລັດ.
ພາບໂດຍ: ການຈະນາ ວົງປັນຍາ
ຂ່າວ ໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ