Skip to main content

ສສກ ຫາລືກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22

03/02/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ໃນເດືອນມິຖຸນາ 2026 ເມື່ອວັນທີ 2 ກຸມພາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ ຕະຫຼອດບັນດາຄະນະອະນຸກຳມະການດ້ານຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວເປີດກອງປະຊຸມ ພ້ອມມີຄຳເຫັນວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຫຼາຍ ຈັດຂຶ້ນເພື່ອໃຫ້ບັນດາອະນຸກຳມະການດ້ານຕ່າງໆ ລາຍງານຄວາມຄືບໜ້າ ແລະ ປຶກສາຫາລື ແຜນວຽກງານສຸມໃສ່ອັນລະອຽດ ໃນການກະກຽມຄວາມພ້ອມທຸກດ້ານໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ໃນເດືອນມິຖຸນາ 2026, ຊຶ່ງເປັນກຽດສັກສີ ແລະ ເປັນໜ້າເປັນຕາຂອງປະເທດຊາດ ໃນການສະແດງບົດບາດ ແລະ ຄວາມພ້ອມຂອງ ສປປ ລາວ ໃນການຂັບເຄື່ອນວຽກງານດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃນຂອບອາຊຽນ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ທຸກອະນຸກຳມະການ ພ້ອມໃຈຮ່ວມມືກັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ການກະກຽມກອງປະຊຸມ AMMSTI-22 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 (COSTI-89) ສຳເລັດໄປດ້ວຍຄວາມຮຽບຮ້ອຍ, ມີປະສິດທິພາບ ແລະ ສ້າງຄວາມປະທັບໃຈໃຫ້ແກ່ປະເທດສະມາຊິກອາຊຽນ.
ພ້ອມດຽວກັນນັ້ນ, ກໍຂໍໃຫ້ບັນດາອະນຸກຳມະການຕ່າງໆໃຫ້ຮີບຮ້ອນດຳເນີນການໃນຂອບວຽກຂອງຕົນ, ປຶກສາຫາລື ແລະ ສຸມໃສ່ລາຍລະອຽດແຜນວຽກງານດ້ານຕ່າງໆ ເປັນຕົ້ນ ດ້ານເນື້ອໃນ ແລະ ເອກະສານ, ດ້ານພິທີການ ແລະ ການບໍລິຫານ, ດ້ານຄວາມປອດໄພ, ການເງິນ ແລະ ການແພດ, ດ້ານປ້ອງກັນຄວາມສະຫງົບ ລວມທັງດ້ານວຽກງານຂ່າວສານ ແລະ ປະຊາສຳພັນຕ່າງໆ ທັງນີ້, ກໍເພື່ອເຮັດໃຫ້ແຜນວຽກເດີນແມ່ນແລ່ນສະະດວກ ແລະ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.
ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ