Skip to main content

ອັດຕະປື ຮັບຮອງການນຳໃຊ້ຂໍ້ມູນສະຖິຕິການສຶກສາ ແລະ ກິລາ ສົກຮຽນ 2025-2026

04/02/2026

ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ຈັດກອງປະຊຸມຮັບຮອງການນຳໃຊ້ຂໍ້ມູນສະຖິຕິທົ່ວແຂວງ ປະຈຳສົກຮຽນ 2025-2026 ວັນທີ 4 ກຸມພາ 2026 ທີ່ສະໂມສອນຂອງພະແນກ, ໂດຍການເປັນປະທານຂອງ ທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພັກ-ຄະນະພະແນກ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ທ່ານ ເພັດທະນູຄຳ ເທບຄຳພູນວົງ ຫົວໜ້າຂະແໜງສະຖິຕິ ແລະ ແຜນການ ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານສະພາບລວມຂອງສົກຮຽນ 2025-2026 ຊຶ່ງທົ່ວແຂວງມີໂຮງຮຽນທັງໝົດ 285 ແຫ່ງ (ເພີ່ມຂຶ້ນຈາກສົກຮຽນຜ່ານມາ), ມີນັກຮຽນທັງໝົດ 32,646 ຄົນ ຍິງ 16,130 ແລະ ຄູສອນ 1,825 ຄົນ ຍິງ 1,056 ຄົນ. ສໍາລັບການຈັດຕັ້ງປະຕິບັດ 12 ຄາດໝາຍທີ່ສະພາປະຊາຊົນແຂວງຮັບຮອງນັ້ນ, ສາມາດບັນລຸໄດ້ຕາມແຜນ 6 ຄາດໝາຍ ແລະ ອີກ 6 ຄາດໝາຍແມ່ນຍັງບໍ່ທັນບັນລຸ ແຕ່ມີທ່າອ່ຽງດີຂຶ້ນ.

ກອງປະຊຸມໄດ້ວິເຄາະຫາສາເຫດຂອງບັນຫາ “ນັກຮຽນປະລະການຮຽນ” ຊຶ່ງພົບວ່າເກີດຈາກຫຼາຍປັດໄຈ ເປັນຕົ້ນແມ່ນ ໄລຍະທາງຈາກບ້ານຫາໂຮງຮຽນໃນເຂດຫ່າງໄກສອກຫຼີກຍັງໄກ ແລະ ຂາດຫໍພັກ, ສະພາບເສດຖະກິດຄອບຄົວທີ່ພໍ່ແມ່ຕ້ອງພາລູກຫຼານໄປເຮັດວຽກຮັບຈ້າງຕາມນິຄົມຕ່າງໆ, ພື້ນຖານໂຄງລ່າງບາງແຫ່ງຍັງບໍ່ທັນພຽງພໍ.

ພ້ອມນີ້, ທີ່ປະຊຸມຍັງໄດ້ກຳນົດທິດທາງໃນຕໍ່ໜ້າ ເປັນຕົ້ນແມ່ນຂະຫຍາຍພື້ນຖານໂຄງລ່າງໃນເຂດຈຸດສຸມຫ່າງໄກສອກຫຼີກ ເຊັ່ນ: ເຂດສະປວນ, ບ້ານແບ່ງ, ຈັນຕໍ່, ຊຳຫຼວງ ແລະ ເຂດສົມບູນ, ຊ່ວຍເຫຼືອຜູ້ດ້ອຍໂອກາດ ດ້ວຍການລະດົມນັກຮຽນຊົນເຜົ່າ ແລະ ຜູ້ທຸກຍາກ ເຂົ້າຮຽນໃນໂຮງຮຽນກິນນອນຊົນເຜົ່າ ໂດຍມີນະໂຍບາຍເບ້ຍລ້ຽງທີ່ເໝາະສົມ; ສົ່ງເສີມວິຊາຊີບ ໂດຍສະເພາະແມ່ນຊຸກຍູ້ໃຫ້ນັກຮຽນທີ່ບໍ່ມີເງື່ອນໄຂຮຽນຕໍ່ສາຍສາມັນ ໃຫ້ເຂົ້າຮັບການຝຶກອົບຮົມວິຊາຊີບ ເພື່ອສ້າງລາຍໄດ້ໃຫ້ຄອບຄົວ.
ໂອກາດນີ້, ທ່ານ ອຸດົມສິນ ສີຊານົນ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບທຸກຂັ້ນ ເພີ່ມທະວີຄວາມຮັບຜິດຊອບໃນການເກັບກຳຂໍ້ມູນໃຫ້ຊັດເຈນ ເພື່ອເປັນບ່ອນອີງໃນການວາງແຜນພັດທະນາການສຶກສາ ໃນສົກຮຽນ 2026-2027 ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ປະກົດຜົນເປັນຈິງ.

ຂ່າວ:ວີເດັນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ