ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ
ພິທີມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ ສປປ ລາວ ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມັນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼີ ຊີເຈິນ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຟ້ານ ເວີ້ຍເຫວີນ ຜູ້ອຳນວຍການໃຫຍ່ສຳນັກພິມການສຶກສາຊຽງໄຮ້ ສປ ຈີນ, ທ່ານ ນາງ ແສງເດືອນ ໄຊຍະກອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ທ່ານ ຟ້ານ ເວີ້ຍເຫວີນ ກ່າວວ່າ: ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ປະກາດ 8 ໂຄງການຊ່ວຍເຫຼືອ ໃຫ້ແກ່ ສປປ ລາວ ໃນໄລຍະທີ່ທ່ານຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນປີ 2017...








