ໂຮງຮຽນອະນຸບານ ສສກ ເຄື່ອນໄຫວແລກປ່ຽນບົດຮຽນດ້ານວິຊາການ, ການພັດທະນາຄູ ແລະ ການຄຸ້ມຄອງການສອນ ຢູ່ແຂວງສະຫວັນນະເຂດ
28/01/2026

ໃນວັນທີ 23 ມັງກອນ 2026, ທ່ານ ນາງ ຈູມມະລີ ສິດທິສັກ ຜູ້ອຳນວຍການໂຮງຮຽນອະນຸບານ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານວິຊາການ, ການຈັດການຮຽນ-ການສອນ ແລະ ການຈັດສະພາບແວດລ້ອມ ຮ່ວມກັບ ຄູອາຈານ ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ທີ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ນາງ ບົວວັນ ສຸວໍລະວົງ ຜູ້ອຳນວຍການໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ພ້ອມດ້ວຍຄະນະຄູອາຈານພາຍໃນໂຮງຮຽນ.
ໃນພິທີ, ທ່ານ ນາງ ບົວວັນ ສຸວໍລະວົງ ໄດ້ຂຶ້ນຜ່ານບົດລາຍງານສະພາບລວມ ແລະ ປະຫວັດຄວາມເປັນມາຂອງໂຮງຮຽນ ປັດຈຸບັນ ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ມີອາຄານຮຽນທີ່ຈັດສັນຢ່າງເປັນລະບົບ ລວມທັງໝົດ 10 ຫ້ອງ (ແບ່ງເປັນ ຫ້ອງລ້ຽງເດັກ 2 ຫ້ອງ ແລະ ຫ້ອງອະນຸບານ 8 ຫ້ອງ). ມີຈຳນວນນັກຮຽນທັງໝົດ 350 ນ້ອງ (ຍິງ 171 ນ້ອງ) ແລະ ມີພະນັກງານ, ຄູ-ອາຈານ ທັງໝົດ 26 ທ່ານ. ໂຮງຮຽນໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາບຸກຄະລາກອນ ໂດຍປັດຈຸບັນມີ ຄູປະສົບການ 7 ທ່ານ ແລະ ຄູຊຳນານການ 1 ທ່ານ.
ໃນວາລະການສົນທະນາແລກປ່ຽນ, ທ່ານ ນາງ ຈູມມະລີ ສິດທິສັກ ໄດ້ໃຫ້ຄວາມສົນໃຈເປັນພິເສດຕໍ່ກິດຈະກຳການຮຽນການສອນຂອງໂຮງຮຽນ ທ່ານໄດ້ສອບຖາມເຈາະຈີ້ມກ່ຽວກັບ ການຝຶກແອບສິລະປະ ວ່າມີເຕັກນິກ ແລະ ວິທີການສອນແນວໃດ ເພື່ອສົ່ງເສີມຄວາມກ້າສະແດງອອກຂອງເດັກ. ພ້ອມດຽວກັນນັ້ນ ຜ່ານການລົງຢ້ຽມຊົມຫ້ອງຮຽນຕົວຈິງ ທ່ານໄດ້ສັງເກດເຫັນນ້ອງນ້ອຍນັກຮຽນສາມາດກ່າວທັກທາຍ ແລະ ສື່ສານເປັນພາສາຫວຽດນາມໄດ້ຢ່າງຄ່ອງແຄ້ວ ຈຶ່ງໄດ້ສອບຖາມເຖິງຫຼັກສູດ ແລະ ວິທີການຈັດການຮຽນການສອນ ພາສາຫວຽດນາມ ພາຍໃນໂຮງຮຽນ ເພື່ອນຳໄປເປັນບົດຮຽນໃນການພັດທະນາທັກສະທາງດ້ານພາສາໃຫ້ແກ່ເດັກນ້ອຍຢູ່ໂຮງຮຽນອະນຸບານກະຊວງ.
ຈຸດເນັ້ນໜັກອີກອັນໜຶ່ງຂອງການຖອດຖອນບົດຮຽນແມ່ນ ການຮັບຟັງເສັ້ນທາງການພັດທະນາຕົນເອງຂອງ ທ່ານ ອາຈານ ບຸນມີ ວໍລະວົງ ຊຶ່ງເປັນແບບຢ່າງຂອງຄູທີ່ມີຄວາມມານະອົດທົນ ແລະ ມີຜົນງານຕໍ່ເນື່ອງ. ທ່ານໄດ້ເລົ່າສູ່ຟັງວ່າ: ຂ້າພະເຈົ້າໄດ້ເລີ່ມສົ່ງຜົນງານການສອນ ແລະ ເກັບກຳຂໍ້ມູນຕ່າງໆ ມາຕັ້ງແຕ່ປີ 1995 ດ້ວຍຄວາມພະຍາຍາມ ມາຮອດປີ 2015 ຈຶ່ງໄດ້ຮັບການຮັບຮອງຕຳແໜ່ງເປັນ ຄູປະສົບການ. ຕໍ່ມາ ພາຍຫຼັງທີ່ໂຮງຮຽນໄດ້ໂອນຂຶ້ນກັບການຄຸ້ມຄອງຂອງແຂວງ ຜູ້ອຳນວຍການໂຮງຮຽນໄດ້ໃຫ້ການຊຸກຍູ້ ຂ້າພະເຈົ້າຈຶ່ງໄດ້ເລີ່ມຂຽນບົດສະເໜີເພື່ອຂໍຕຳແໜ່ງຄູຊຳນານການໃນປີ 2023 ແລະ ປະສົບຜົນສຳເລັດ ໃນປີ 2025 ໄດ້ຮັບນາມມະຍົດຄູຊຳນານການຄົນທຳອິດຂອງປະເທດໃນຊັ້ນການສຶກສາກ່ອນໄວຮຽນ.
ຜົນສຳເລັດຂອງ ທ່ານ ອາຈານ ບຸນມີ ວໍລະວົງ ບໍ່ພຽງແຕ່ເປັນກຽດປະຫວັດສ່ວນຕົວ ແຕ່ຍັງເປັນຊັບພະຍາກອນບຸກຄົນທີ່ສຳຄັນຂອງໂຮງຮຽນ ໃນການເປັນຜູ້ແນະນຳທາງວິຊາການ, ນຳພາການສອນ ແລະ ສ້າງຜົນງານຊື່ສຽງໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ.
ໃນຕອນທ້າຍ ຄະນະຄູອາຈານທັງສອງໂຮງຮຽນ ໄດ້ສືບຕໍ່ສົນທະນາແລກປ່ຽນເຕັກນິກການຜະລິດສື່ການສອນ, ການຈັດສະພາບແວດລ້ອມໃນ-ນອກຫ້ອງຮຽນ ແລະ ການປະເມີນພັດທະນາການເດັກ ເພື່ອເປັນແນວທາງໃນການພັດທະນາວຽກງານການສຶກສາກ່ອນໄວຮຽນຮ່ວມກັນ.
ພາບ-ຂ່າວ: ພານຸມາດ ວົງພະຈັນ















