ແຂວງຜົ້ງສາລີ ເປີດສົກຮຽນໃໝ່ 2026-2027 ເນັ້ນຍົກສູງຄຸນນະພາບການສຶກສາ ແລະ ເຊື່ອມຊຶມການປັບປຸງຫຼັກສູດໃໝ່
ໃນຕອນເຊົ້າວັນທີ 01 ກັນຍາ 2026 ທີ່ສະໂມສອນເມືອງບຸນເໜືອ, ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອູ່ຄໍາ ຕຸລາພັນ ຮອງປະທານຄະນະກໍາມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ. ມີທ່ານ ຄໍາເພັດ ຈິດປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະພະແນກ, ພະແນກການອ້ອມຂ້າງແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງບຸນເໜືອ, ຄະນະຜູ້ບໍລິຫານການສຶກສາ, ຄະນະອໍານວຍການໂຮງຮຽນພາກລັດ-ເອກະຊົນ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ, ຕາງໜ້າຄູ-ອາຈານ ແລະ ນັກຮຽນນັບແຕ່ຊັ້ນປະຖົມສຶກສາ ແລະ...






