Skip to main content

ຮອງລັດຖະມົນຕີ ສສກ ຮ່ວມພິທີໄຂສົກຮຽນໃໝ່ 2026-2027 ຢູ່ແຂວງຫຼວງພະບາງ

02/09/2026
ແຂວງຫຼວງພະບາງ ໄດ້ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2026-2027 ເອກະພາບທົ່ວປະເທດ ໃນຕອນເຊົ້າວັນທີ 1 ກັນຍາ 2026 ນີ້ ທີ່ ໂຮງຮຽນມັດທະຍົມຕອນຕົ້ນນາຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ແລະ ທ່ານ ນາງ ວິໄລພອນ ຖະໜອມສັກ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງພະບາງ, ມີຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະນຳຂອງແຂວງ, ຜູ້ຕາງໜ້າພະແນກການ, ຫົວໜ້າ-ຮອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລານະຄອນ, ຜູ້ຕາງໜ້າຫ້ອງການອ້ອມຂ້າງ, ພະນັກງານ ຄູ-ອາຈານ, ຄະນະພັດທະນາການສຶກສາ ພ້ອມດ້ວຍນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນຫຼວງພະບາງ ກ່າວໃຫ້ຮູ້ວ່າ: ໃນສົກຮຽນ 2026-2027 ຫ້ອງການສຶກສາທິການ ແລະ ກິລານະຄອນ ຫຼວງພະບາງ ມີພະນັກງານບໍລິຫານທັງໝົດ 41 ຄົນ, ຍິງ 20 ຄົນ, ມີຄູສອນ ທັງໝົດ 719 ຄົນ, ຍິງ 558 ຄົນ, ມີໂຮງຮຽນທີ່ຂຶ້ນກັບຫ້ອງການສຶກສານະຄອນ ທັງໝົດ 161 ແຫ່ງ, ໂຮງຮຽນຊັ້ນລ້ຽງເດັກ, ອະນຸບານ 39 ແຫ່ງ, ໂຮງຮຽນຊັ້ນປະຖົມສົມບູນ 94 ແຫ່ງ, ໂຮງຮຽນ ມັດທະຍົມຕົ້ນຕອນ 14 ແຫ່ງ, ມັດທະຍົມສົມບູນ 14 ແຫ່ງ ແລະ ມັດທະຍົມຕອນປາຍ 1 ແຫ່ງ, ມີນັກຮຽນ ທັງໝົດ 26,166 ຄົນ, ຍິງ 12,215 ຄົນ. ໃນນີ້ມີໂຮງຮຽນ ພາກເອກະຊົນທີ່ຂື້ນກັບຫ້ອງການສຶກສາທິການ ແລະ ກິລານະຄອນ 58 ແຫ່ງ, ມີ ນັກຮຽນທັງໝົດ 8,084 ຄົນ ຍິງ 3,886 ຄົນ, ມີຄູສອນ 604 ຄົນ, ຍິງ 564 ຄົນ ເຊິ່ງໄດ້ແບ່ງກຸ່ມຊັ້ນປະຖົມສຶກສາພາກລັດທີ່ຂຶ້ນກັບຫ້ອງການສຶກສານະຄອນ ອອກເປັນ 14 ກຸ່ມ ຄື: 7 ກຸ່ມໃນເທດສະບານ ແລະ 7 ກຸ່ມ ນອກເທດສະບານ.
ຂະນະດຽວກັນ, ທ່ານ ວັນສີ ວິໄລສັກ ຮອງຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະ ພັດທະນາຄູ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານປະທານຄະນະກຳມະການປົກຄອງແຂວງ ສະບັບເລກທີ 1542/ຄປຂ.ຫຼບ, ລົງວັນທີ 12 ສິງຫາ 2026 ວ່າດ້ວຍການອະນຸມັດມອບໃບຍ້ອງຍໍໃຫ້ແກ່ນັກຮຽນທີ່ມີຜົນງານດີເດັ່ນໃນການຮຽນ ໄດ້ປະກາສະນີຍະບັດແດງ ແລະ ເສັງໄດ້ຄະແນນອັນດັບທີ 1 ຂອງແຂວງຫຼວງພະບາງ ຊັ້ນມັດທະຍົມຕອນປາຍ ມ.7 ໂດຍນັກຮຽນທີ່ໄດ້ຮັບປະກາສະນີຍະບັດແດງປະກອບມີ ທ້າວ ວືຊົ່ງ ຊື່ນູ ໂຮງຮຽນມັດທະຍົມສົມບູນສັນຕິພາບ, ນາງ ແສງທຽນ ຄຸນສົມບັດ ໂຮງຮຽນມັດທະຍົມສົມບູນປະຊາທິປະໄຕ ແລະ ນັກຮຽນສອບເສັງໄດ້ຄະແນນອັນດັບທີ 1 ຄື: ນາງ ກິ່ງສະດາ ເມກດາລາ ໂຮງຮຽນມັດທະຍົມສົມບູນປະຊາທິປະໄຕ.
ໂອກາດໄຂສົກຮຽນໃໝ່ທີ່ມີຄວາມໝາຍສຳຄັນນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຊື່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ພະນັກງານ ຄູ-ອຈານ ແລະ ນັກຮຽນ-ນັກສຶກສາຕະຫຼອດຮອດສະມາຄົມພໍ່ແມ່ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງຫຼວງພະບາງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຮັດໃຫ້ວຽກງານການສຶກສາມີຜົນສຳເລັດຫຼາຍດ້ານໃນສົກຮຽນຜ່ານມາ. ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມຈົ່ງໄດ້ໃຫ້ການຮ່ວມມືເປັນເຈົ້າການຮ່ວມກັບຂະແໜງການສຶກສາທິການ ແລະ ກິລາໃນການກຽມພ້ອມອຳນວຍຄວາມສະດວກໃຫ້ການຊ່ວຍເຫຼືອຕາມເງື່ອນໄຂເພື່ອຮ່ວມກັນພັດທະນາຄຸນນະພາບການສຶກສາຂອງແຂວງຫຼວງພະບາງໃນສົກຮຽນ 2026-2027 ໃຫ້ມີບາດກ້າວອັນໃໝ່ທີ່ດີຍິ່ງໆຂື້ນ.ຕອນທ້າຍຂອງພິທີ, ທ່ານຄະນະປະທານພ້ອມດ້ວຍຄູ-ອາຈານ ແລະ ນ້ອງໆນັກຮຽນໄດ້ຮ່ວມກັນລັ່ນຄ້ອງ 9 ບາດ ພ້ອມປ່ອຍແຖບຜ້າເພື່ອເປັນສັນຍານໃນການໄຂສົກຮຽນໃໝ່ 2026-2027 ຢ່າງເປັນທາງການ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ