Skip to main content

ສານໂອ້ລົມຂອງ ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ 2026-2027

02/09/2026
ມື້ນີ້, ແມ່ນວັນໜຶ່ງທີ່ມີຄວາມສໍາຄັນຂອງປວງຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ກໍແມ່ນປວງຊົນບັນດາເຜົ່າ ແລະ ຜູ້ທີ່ມີລູກຫຼານໃນໄວສຶກສາຮໍ່າຮຽນ ທົ່ວແຂວງໄຊສົມບູນ ຂອງພວກເຮົາ, ເຊິ່ງຈະໄດ້ກັບເຂົ້າມາສຶກສາ, ຮໍ່າຮຽນ ໃນສົກຮຽນ 2026-2027 ພາຍຫຼັງທີ່ໄດ້ພັກສິ້ນປີຮຽນນັບແຕ່ເດືອນມິຖຸນາເປັນຕົ້ນມາ. ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ວັນທີ 1 ກັນຍາ 2026 ນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ ອົງຄະນະພັກແຂວງ-ຄະນະກຳມະການປົກຄອງແຂວງ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍ, ສາມັກຄີຮັກແພງມາຍັງຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ລູກຫຼານນັກຮຽນ ແຕ່ລະຂັ້ນ, ແຕ່ລະຊັ້ນໃນທົ່ວແຂວງໄຊສົມບູນ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ ໃນນາມການນໍາຂອງພັກ ແລະ ອຳນາດການປົກຄອງແຂວງໄຊສົມບູນ ຂອງພວກເຮົາ ຍາມໃດກໍຖືເອົາວຽກງານການສຶກສາ ແລະ ກິລາ ເປັນວຽກງານທີ່ສໍາຄັນ ຖືເອົາການສຶກສາໄປກ່ອນກ້າວໜຶ່ງ, ເອົາຄົນເປັນເປົ້າໝາຍ ເປັນໃຈກາງໃນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນລວມໄປ ເຖິງການພັດທະນາຂອງປະເທດຊາດ; ການສຶກສາແມ່ນເປັນພື້ນຖານຂອງການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດສິນທຳປະຕິວັດ, ມີສຸຂະພາບ ແຂງແຮງທັງຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ, ຮັກການອອກແຮງງານ ເພື່ອກາຍເປັນກຳ ລັງແຮງທີ່ມີຄຸນນະພາບ ຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນໄລຍະໃໝ່ໃນຕະຫຼອດສົກຮຽນທີ່ຜ່ານມານີ້ ຂ້າພະເຈົ້າກໍໄດ້ຕິດຕາມການຈັດຕັ້ງປະຕິບັດຕາມຫຼັກສູດ ການສຶກສາໃນແຕ່ລະຂັ້ນ, ແຕ່ລະຊັ້ນ ເຫັນວ່າ ເຖິງຈະມີສິ່ງທ້າທາຍຫຼາຍຢ່າງທີ່ເປັນອຸປະສັກ ເປັນ ຜົນກະທົບບໍ່ໜ້ອຍໃນການດໍາເນີນ, ການຄຸ້ມຄອງການສຶກສາ ແຕ່ອົງຄະນະພັກແຂວງ-ອໍານາດການ ປົກຄອງແຂວງໄຊສົມບູນ ພວກເຮົາ ກໍໄດ້ພະຍາຍາມສົມທົບແໜ້ນກັບກໍາລັງແຮງສັງລວມໃນສັງຄົມທົ່ວແຂວງ ເພື່ອຂັບເຄື່ອນແຜນພັດທະນາການສຶກສາ ແລະ ກິລາຈົນໄດ້ຮັບຜົນສໍາເລັດໃນ ຫຼາຍດ້ານເປັນບ່ອນອີງໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສອດຄ່ອງ ກັບສະພາບການ ປ່ຽນແປງໃໝ່ເປັນຕົ້ນ: ໄດ້ສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍກ່ຽວກັບການຕ້ານ ແລະ ສະກັດ ກັ້ນຢາເສບຕິດ, ການຜັນຂະຫຍາຍນິຕິກຳການມີສ່ວນຮ່ວມຂອງສັງຄົມຕໍ່ວຽກງານການສຶກ ສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃຫ້ເປັນຮູບປະທໍາໃນ ຂອບເຂດທົ່ວແຂວງ. ເຫັນໄດ້ວ່າແຕ່ລະບ້ານ, ແຕ່ລະທ້ອງຖິ່ນໄດ້ມີການຈັດຕັ້ງຄະນະພັດທະນາ ການສຶກສາ ຂັ້ນບ້ານ, ຂັ້ນຕາແສງ, ຂັ້ນເມືອງ ແລະ ຂັ້ນແຂວງ ເພື່ອເຄື່ອນໄຫວສົ່ງເສີມ ຊຸກຍູ້ວຽກ ງານການສຶກສາໃຫ້ບັນລຸໄປຕາມບັນດາຕົວຊີ້ວັດທີ່ວາງອອກ. ໄດ້ພ້ອມກັນສຸມໃສ່ການແກ້ໄຂບັນຫາ ການຂາດແຄນຄູ ໂດຍການປະຕິບັດນະໂຍບາຍບັນຈຸຄູອາສາສະໝັກພາຍໃນແຂວງ ຈໍານວນ 132 ຄົນ ໄດ້ 100%, ໄດ້ແກ້ໄຂບັນຫາປະລະການຮຽນ ແລະ ການສົ່ງເສີມນັກຮຽນທີ່ຈົບຊັ້ນ ມັດທະຍົມຕອນຕົ້ນ, ຕອນປາຍ ເພື່ອເຂົ້າຮຽນວິຊາຊີບໄດ້ໂດຍພື້ນຖານ. ຍ້ອນຄວາມເອົາໃຈໃສ່ຂອງຜູ້ບໍລິຫານການສຶກສາ, ຄູອາຈານ ແຕ່ລະຂັ້ນ ແຕ່ລະຊັ້ນຮຽນ ຈຶ່ງເຮັດໃຫ້ຄຸນນະພາບການສຶກສາໄດ້ຮັບການແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ ສະແດງອອກຄືຜົນການ ຮຽນຂອງນັກຮຽນໃນທຸກຊັ້ນ ທຸກສາຍ ໄດ້ມີການປັບປຸງໃຫ້ດີຂຶ້ນ ແລະ ມີລັກສະນະແຈກຢາຍໄປ ໃນແຕ່ລະເມືອງທົ່ວແຂວງ ນັກຮຽນຊັ້ນມັດທະຍົມຕອນຕົ້ນ ມ4 ແລະ ຕອນປາຍ ມ7 ທີ່ໄດ້ເຂົ້າ ຮ່ວມການສອບເສັງນັກຮຽນລະດັບຊາດກໍ່ສາມາດຍາດໄດ້ອັນດັບ ທີໜຶ່ງວີຊາຄະນິດສາດ ຂັ້ນ ມ4 ຂອງປະເທດ. ຕໍ່ຜົນສໍາເລັດ ແລະ ບົດຮຽນທີ່ພວກເຮົາຍາດມາໄດ້ໃນສົກຮຽນທີ່ຜ່ານມານັ້ນ ຂ້າພະເຈົ້າຂໍ ຕາງໜ້າໃຫ້ແກ່ອົງຄະນະພັກແຂວງ-ຄະນະກຳມະການປົກຄອງແຂວງ ຂໍສະແດງຄວາມຍ້ອງຍໍ ຊົມເຊີຍ ມາຍັງຄະນະພັກ, ຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ, ອົງຄະນະພັກການປົກຄອງເມືອງ, ຜູ້ບໍລິຫານການສຶກສາ, ຜູ້ອໍານວຍການໂຮງຮຽນ ຕະຫຼອດເຖິງຄູອາຈານ, ຜູ້ປົກຄອງ ນັກຮຽນ, ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ພະນັກງານປະຕິວັດ ອາວຸໂສ ຕະຫຼອດເຖິງ ປະຊາຊົນຊາວແຂວງໄຊສົມບູນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທາງດ້ານວັດຖຸ ເຫື່ອແຮງ ແລະ ສະຕິປັນຍາຕໍ່ວຽກງານການສຶກສາ. ຂໍຖືໂອກາດນີ້ ສະແດງຄວາມຂອບໃຈມາຍັງຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ທີ່ໃຫ້ການ ຊ່ວຍເຫຼືອ ແລະ ມີສ່ວນຮ່ວມໃນການພັດທະນາການສຶກສາແຂວງໄຊສົມບູນໃນສົກຮຽນທີ່ຜ່ານມາ.
ໃນສົກຮຽນ 2026-2027 ນີ້, ບັນດາສິ່ງທ້າທາຍ ແລະ ອຸປະສັກຫຼາຍຢ່າງຍັງຈະສືບຕໍ່ທົດ ສອບພວກເຮົາໃນການພັດທະນາການສຶກສາ ແລະ ກິລາ; ສະນັ້ນ, ເພື່ອຮັບປະກັນໃຫ້ແກ່ການຮຽນ ການສອນດໍາເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບ ພວກເຮົາຈະໄດ້ສືບຕໍ່ວຽກ ຈຸດສຸມຈໍານວນໜຶ່ງເປັນຕົ້ນແມ່ນ ການເພີ່ມອັດຕາການເຂົ້າຮຽນໃນແຕ່ລະທ້ອງຖິ່ນ, ແກ້ໄຂບັນຫາ ການປະລະການຮຽນ, ການຂາດຄູສອນ, ກະກຽມທຸກເງື່ອນໄຂເພື່ອຮອງຮັບການປັບລະບົບການ ສຶກສາ-ສາມັນຈາກ 5+4+3 ມາເປັນລະບົບ 6+3+3 ທີ່ຈະຈັດຕັ້ງປະຕິບັດໃນອີກ 2 ສົກຮຽນຕໍ່ ໜ້ານີ້; ພ້ອມດຽວກັນນັ້ນ, ກໍ່ຕ້ອງສົ່ງເສີມໃຫ້ມີການເຂົ້າຮຽນອາຊີວະສຶກສາ ແລະ ການສຶກສາຂັ້ນ ສູງສໍາລັບນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍໃຫ້ຫຼາຍຂຶ້ນ ເພື່ອສ້າງພື້ນຖານ ພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊສົມບູນ ຕາມຫ້າທາແຮງ ໃນຕໍ່ໜ້າໃຫ້ໝັ້ນຄົງ; ຕ້ອງໄດ້ ມີການຂັບເຄື່ອນການພັດທະນາການສຶກສາໃນການສ້າງຄົນໃຫ້ຕອບສະໜອງໄດ້ກັບການເຕີບໂຕ ຂອງເສດຖະກິດ ແລະ ຄວາມຮຽກຮ້ອງຕ້ອງການຊັບພະຍາກອນມະນຸດທີ່ມີວິທະຍາສາດ ແລະ ເຕັກໂນໂລຊີທີ່ມີປະສິດທິພາບ; ດັ່ງນັ້ນ, ທັງສາມພາກສ່ວນ ໂຮງຮຽນ, ຄອບຄົວ ແລະ ຊຸມຊົນ ຕ້ອງຖືເອົາບັນດາລູກຫຼານ ນັກຮຽນເປັນໃຈກາງໃນການພັດທະນາ. ຄູແມ່ນກໍາລັງແຮງຫຼັກໃນການຂັບເຄື່ອນ, ໂຮງຮຽນແມ່ນ ສະຖານທີ່ການຮຽນຮູ້ຂອງລູກຫຼານ ແລະ ຂອງຊຸມຊົນ, ຄອບຄົວເປັນແມ່ແບບ ແລະ ສັງຄົມແມ່ນ ເປັນພື້ນຖານ. ເພື່ອຢາກບັນລຸຕາມຈຸດປະສົງຄືແນວນັ້ນ ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນທົ່ວ ສັງຄົມຈົ່ງພ້ອມກັນເອົາໃຈໃສ່ດັ່ງນີ້:
1) ມອບໃຫ້ຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ, ຕາແສງ, ຄະນະພັດທະນາການສຶກ ສາຂັ້ນບ້ານ ແລະ ຜູ້ອຳນວຍການໂຮງຮຽນໃນທົ່ວແຂວງໄຊສົມບູນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນ ໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ຊິດ ໃຫ້ໄດ້ ເຄື່ອນໄຫວກິດຈະກຳຢ່າງເປັນປົກກະຕິ ມີການເຄື່ອນໄຫວໃຫ້ຄົບທຸກຫຼັກມູນການສຶກສາຄື: ປັນຍາ ສຶກສາ, ຄຸນສົມບັດສຶກສາ, ສິລະປະສຶກສາ, ພະລະສຶກສາ ແລະ ແຮງງານສຶກສາ. ແຕ່ລະໂຮງຮຽນມີ ການຈັດຕັ້ງ 3 ຂໍ້ແຂ່ງຂັນ ສອນດີ-ຮຽນເກັ່ງ, ສ້າງສະພາບແວດລ້ອມຂອງໂຮງຮຽນໃຫ້ສະອາດເປັນ ສີຂຽວ ປັດສະຈາກມົນລະພິດ ແລະ ຕ້ານປະກົດການຫຍໍ້ທໍ້ກໍຄືສິ່ງເສບຕິດທຸກປະເພດພາຍໃນ ສະຖານການສຶກສາ ເພື່ອເປັນການດຶງດູດໃຫ້ນັກຮຽນເພື່ອເຂົ້າມາຮຽນຕາມເກນອາຍຸໃຫ້ບັນລຸຕາມຕົວຊີ້ວັດທີ່ຄາດໝາຍໄວ້.
2) ບັນດາຄູ-ອາຈານທຸກຊັ້ນທຸກຂັ້ນໃຫ້ເພື່ອຄວາມເອົາໃຈໃສ່ປະຕິບັດໜ້າທີ່, ປະຕິບັດຫຼັກສູດ ການຮຽນ-ການສອນໃຫ້ຄົບ ມີຫົວຄິດປະດິດສ້າງຢ່າງມີວິທະຍາສາດ ແລະ ທັນສະໄໝ, ລົງເລິກ ໃຫ້ເດັກນັກຮຽນມີທັກສະພື້ນຖານໃນວິຊາທີ່ຈຳເປັນເຊັ່ນ: ພາສາລາວ, ຄະນິດສາດ ແລະ ວິທະຍາສາດເຕັກໂນໂລຊີ; ເພີ່ມທະວີຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ, ປະຕິບັດໜ້າທີ່ດ້ວຍ ຄວາມສັດຊື່ບໍລິສຸດ ຢຶດຖືຈັນຍາບັນຄູເປັນຫຼັກ ເພື່ອໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ມີຄວາມພ້ອມຕໍ່ການປ່ຽນແປງໃໝ່ໃນຍຸກໂລກາພິວັດ.
3) ສໍາລັບພໍ່ແມ່ຜູ້ປົກຄອງ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມ ປຸກລະດົມຂົນຂວາຍລູກຫຼານ ຂອງຕົນທີ່ຢູ່ໃນເກນອາຍຸເຂົ້າຮຽນໃນແຕ່ລະຊັ້ນຮຽນ ແລະ ພ້ອມທັງສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຮັບ ການຮໍ່າຮຽນຕາມກົດໝາຍການສຶກສາກໍານົດໄວ້ກ່ຽວກັບການສຶກສາພາກບັງຄັບຄື ຢ່າງໜ້ອຍໃຫ້ ຈົບຊັ້ນມັດທະຍົມຕອນຕົ້ນ ແລະ ສືບຕໍ່ຮຽນໃນລະດັບທີ່ສູງຂຶ້ນ.
4) ສໍາລັບລູກຫຼານນັກຮຽນແຕ່ລະຊັ້ນ ແຕ່ລະຂັ້ນ ຈົ່ງຕັ້ງໃຈຄົ້ນຄວ້າຮໍ່າຮຽນ ຢູ່ໃນຫ້ອງຮຽນ ແລະ ຄົ້ນຄວ້າຮໍ່າຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນນັກຮຽນທີ່ດີຂອງຄູ-ອາຈານ, ກາຍເປັນລູກຫຼານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ປະພຶດດີ ໃນທົ່ວສັງຄົມ, ເປັນພົນລະເມືອງທີ່ດີຂອງຊາດ.
5) ມອບໃຫ້ອໍານາດການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ ນັກຮຽນ, ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ພາກສ່ວນທຸລະກິດໃນທົ່ວສັງຄົມ ຈົ່ງ ໄດ້ປະກອບສ່ວນຕໍ່ວຽກງານພັດທະນາການສຶກສາໃນທ້ອງຖິ່ນຕົນ.
6) ສັງຄົມຊ່ວຍສຶກສາແນວຄິດໃຫ້ແກ່ລູກຫຼານນັກຮຽນນັບແຕ່ການສຶກສາກ່ອນໄວຮຽນ, ສາມັນສຶກສາທັງໃນ ແລະ ນອກລະບົບໂຮງຮຽນ, ທັງພາກລັດ ແລະ ເອກະຊົນໃຫ້ຮູ້ຈັກໃຫ້ກຽດໝູ່ ຄູ່ດ້ວຍກັນ, ຮູ້ເຄົາລົບຄູ-ອາຈານ, ຮູ້ຈັກຮັກເຊື້ອ ແພງຊາດ ແລະ ຮັກທ່ານຜູ້ນໍາ, ປະກອບສ່ວນເຮັດ ໜ້າທີ່ຄົ້ນຄວ້າຮໍ່າຮຽນຕາມຫຼັກສູດທີ່ໄດ້ກຳນົດໄວ້ໃຫ້ຄົບຖ້ວນ; ນອກຈາກນັ້ນ, ສັງຄົມຍັງຕ້ອງມີ ສ່ວນຮ່ວມໃນການສ້າງສິ່ງແວດລ້ອມພາຍໃນສະຖານການສຶກສາໃຫ້ດີ ເພື່ອສ້າງເປັນແຫຼ່ງຮຽນຮູ້ ແລະ ເຕີບໃຫຍ່ຂຶ້ນກາຍເປັນພົນລະເມືອງທີ່ດີຂອງປະເທດຊາດ ໂດຍຖືເອົາວຽກງານການສຶກສາໄປ ກ່ອນບາດກ້າວໜຶ່ງ ກອ່ນຂະແໜງການອື່ນ ແລະ ຖືເປັນໜ້າທີ່ຂອງໝົດທຸກຄົນໃນທົ່ວສັງຄົມ.
ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງຜູ້ບໍລິຫານການສຶກສາ, ຜູ້ອໍານວຍການໂຮງຮຽນ, ຄູອາຈານ ລູກຫຼານນັກຮຽນໃນແຕ່ລະຊັ້ນ ແຕ່ລະຂັ້ນຮຽນ ຕະຫຼອດ ຮອດພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງໄຊສົມບູນ ຈົ່ງມີ ສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ. ອວຍພອນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ໃນສົກຮຽນ 2026-2027 ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ