Skip to main content

Author: Mitlandone Thepninhom

ວລ ລາວ-ທ໊ອບ ຮ່ວມມືກັບ ບໍລິສັດ ຊີພີ ລາວ ແລະ ບໍລິສັດ ເບຍລາວ ພັດທະນາສັກກາຍະພາບນັກສຶກສາສູ່ສາກົນ

ເມື່ອວັນທີ 19 ມິຖຸນາ 2026 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມືທາງດ້ານວິຊາການ ແລະ ການພັດທະນາສັກກາຍະພາບນັກສຶກສາ ລະຫວ່າງ ວິທະຍາໄລ ລາວ-ທ໊ອບ (Lao-Top College), ບໍລິສັດ ຊີພີ ລາວ ຈໍາກັດ ແລະ ບໍລິສັດ ເບຍລາວ ຈໍາກັດ ໂດຍໃຫ້ກຽດລົງນາມຂອງທ່ານ ປທ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການວິທະຍາໄລ ລາວ-ທ໊ອບ ແລະ ທ່ານ ນາງ ສົມຍາ ລັດສະໝີ ກຳມະການຜູ້ຈັດການ ບໍລິສັດ ຊີພີ ລາວ ຈໍາກັດ ແລະ ທ່ານ ນາງ ສີພັນ ພະມະວັນ ຜູ້ຈັດການຝ່າຍພັດທະນາອົງກອນ ບໍລິສັດເບຍລາວ ຈຳກັດ, ມີຄະນະບໍລິຫານງານ, ຜູ້ຕາງໜ້າຈາກທັງສາມຝ່າຍ, ພ້ອມດ້ວຍຄູ-ອາຈານ ແລະ...

Continue reading

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 ໄຂຂຶ້ນມື້ນີ້ ທີ່ນະຄອນຫຼວງວຽງຈັນ

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ມິຖຸນາ 2026 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການນຳພາຮ່ວມຂອງ ທ່ານ ປອ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ປອ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ເຊິ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ແລະ...

Continue reading

ເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ ເຄື່ອງມືປັນຍາປະດິດ ເຂົ້າໃນສື່ຫຼາຍແພລດຟອມຫຼາຍມິຕິ

ພິທີເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ຊຸດທີ 1 ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ ເຂົ້າໃນສື່ຫຼາຍແພຼດຟອມ, ຫຼາຍມິຕິ” ໄດ້ຈັດຂຶ້ນຢ່າງເປັນທາງການໃນຄັ້ງວັນທີ 22 ມິຖຸນາ 2026 ຢູ່ທີ່ຫ້ອງສະຫຼອງໄຊ ຊັ້ນ 2, ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ທ່ານ ນາງ ດັງທິເຟືອງທ່າວ ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ. ຄຽງຄູ່ກັນນັ້ນ, ມີບັນດາທ່ານວິທະຍາກອນ ພ້ອມດ້ວຍນັກສໍາມະນາກອນ ຈາກບັນດາສື່ມວນຊົນຕ່າງໆ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ, ຍິງ 8...

Continue reading

BAC-20 ກຽມພ້ອມເປີດໂຄງການລົງທຶນ ພາຍໃຕ້ຫົວຂໍ້: “ສິ່ງທ້າທາຍອັນຍິ່ງໃຫຍ່ຂອງອາຊຽນ: ການສ້າງພາກພື້ນທີ່ເຂັ້ມແຂງ ແລະ ມີຄວາມສາມາດແຂ່ງຂັນ ດ້ວຍເຕັກໂນໂລຊີ ເອໄອ”

ກອງປະຊຸມຄະນະທີ່ປຶກສາຄະນະກໍາມະການອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຄັ້ງທີ 20 (BAC-20) ຊຶ່ງໄດ້ຈັດຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 22 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ກະກຽມຄວາມພ້ອມໃນການເປີດ “ໂຄງການທຶນ ASTIF ປະຈໍາປີ 2026” ພາຍໃຕ້ຫົວຂໍ້: “ສິ່ງທ້າທາຍອັນຍິ່ງໃຫຍ່ຂອງອາຊຽນ: ການສ້າງພາກພື້ນທີ່ເຂັ້ມແຂງ ແລະ ມີຄວາມສາມາດແຂ່ງຂັນ ດ້ວຍເຕັກໂນໂລຊີ AI” ພ້ອມທັງໄດ້ສະເໜີໃຫ້ປະເທດສະມາຊິກ ນໍາໃຊ້ໂຄງລ່າງພື້ນຖານລະບົບຄອມພິວເຕີສະມັດຖະພາບສູງ (HPC) ເຂົ້າໃນການພັດທະນາ ແລະ...

Continue reading

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 89 ໄຂຂຶ້ນຢູ່ ນະຄອນຫຼວງວຽງຈັນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 89 (COSTI-89) ໄຂຂຶ້ນເປັນທາງການ ໃນຕອນເຊົ້າວັນທີ 23 ມິຖຸນາ 2026 ຢູ່ນະຄອນຫຼວງວຽງຈັນ ທີ່ສປປ ລາວເຮົາ ຮັບກຽດເປັນເຈົ້າພາບ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ປອ ນາກູເລັນດຣານ ກັນກາຢາດກາຣຸຊູ ເຈົ້າໜ້າທີ່ອາວຸໂສ ກະຊວງ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ມາເລເຊຍ. ພ້ອມນີ້ຍັງມີຜູ້ແທນຈາກ 11 ຊາດສະມາຊິກອາຊຽນ ພ້ອມດ້ວຍຕົວແທນຈາກພາກເອກະຊົນ ແລະ ກອງເລຂາອາຊຽນເຂົ້າຮ່ວມ. ໂອກາດນີ້,...

Continue reading

ສສກ ແລະ ອົດສະຕຣາລີ ຈັບມືຍົກລະດັບວິຊາຊີບຄູປະຖົມ ຜ່ານກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນ 30 ເມືອງເປົ້າໝາຍ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມມືກັບ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ຈັດກອງປະຊຸມປະຈຳ 6 ເດືອນ ຮ່ວມກັບວິທະຍາໄລຄູ (ວຄ) ແລະ ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໃນຂັ້ນໂຮງຮຽນ ແລະ ວາງແຜນການເຄື່ອນໄຫວໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ມີຜູ້ແທນເຂົ້າຮ່ວມທັງໝົດ 86 ທ່ານ ຈາກກົມສ້າງຄູ, ກົມສາມັນສຶກສາ, ກົມແຜນການ,...

Continue reading

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ພັດທະນາຊຸດອຸປະກອນຊ່ວຍເຫຼືອຄູ ສຳລັບ ການຮຽນການສອນ ເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ໃນການສຶກສາຊັ້ນປະຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມເປັນເວລາ 3 ວັນ, ວັນທີ 13 ຫາ 15 ພຶດສະພາ 2026 ເພື່ອພັດທະນາຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 15 ຫົວຂໍ້ການປ່ຽນແປງດິນຟ້າອາກາດ. ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກກົມສ້າງຄູ, ທີມງານຫຼັກດ້ານການພັດທະນາແຫຼ່ງການຮຽນຮູ້ ຈາກວິທະຍາໄລຄູຄັງໄຂ ແລະ ທີມງານແຜນງານບີຄວາ ໄດ້ຮ່ວມປະຊຸມເພື່ອທົບທວນເນື້ອໃນບົດຮຽນ, ປັບປຸງກິດຈະກຳຕົວຢ່າງ ແລະ ຫັນປ່ຽນການວາງແຜນຫຼັກສູດທີ່ໄດ້ພັດທະນາຜ່ານມາ ແລະ...

Continue reading

ສື່ການຮຽນການສອນຝຶກເວົ້າພາສາລາວ ໄດ້ຊ່ວຍໃຫ້ນັກຮຽນ ໄດ້ຮຽນຮູ້ ແລະ ມີສ່ວນຮ່ວມໃນການຮຽນໃນຫ້ອງຮຽນຫຼາຍຂຶ້ນ

ຄະນະຜູ້ແທນນຳໂດຍ ທ່ານ ປອ. ວົງເພັດ ອຸດົມລິດ, ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ທ່ານ ໄມໂຄ ຄາຣີ, ເລຂາເອກສະຖານທູດອົດສະຕຣາລີ, ໄດ້ຢ້ຽມຢາມແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 27 ຫາ 29 ເມສາ 2026 ເພື່ອຮັບຮູ້ກ່ຽວກັບການຈັດຕັ້ງປະຕິບັດສື່ການຮຽນການສອນຝຶກເວົ້າພາສາລາວ ຂັ້ນ ປ.1, ການຢ້ຽມຢາມດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ຊ່ວຍໃຫ້ຄູອາຈານຈັດຕັ້ງປະຕິບັດການສອນບົດຮຽນຝຶກເວົ້າພາສາລາວ ແລະ ໃຫ້ການຊ່ວຍເຫຼືອນັກຮຽນທີ່ເວົ້າພາສາເຜົ່າທີ່ບໍ່ແມ່ນພາສາລາວຢູ່ເຮືອນ ໃຫ້ມີສ່ວນຮ່ວມ ແລະ ຮຽນຢູ່ໂຮງຮຽນໄດ້ຫຼາຍຂຶ້ນ. ຄະນະຜູ້ແທນປະກອບມີ...

Continue reading