Skip to main content

ໜ່ວຍພັກຮາກຖານກົມອາຊີວະສຶກສາ ຈັດກອງປະຊຸມຮ່ວມຊີວິດການເມືອງ ປະຈຳເດືອນສິງຫາ 2026 ພ້ອມເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII

01/09/2026
ໃນວັນທີ 25 ສິງຫາ 2026 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ, ໜ່ວຍພັກຮາກຖານກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຮ່ວມຊີວິດການເມືອງ ປະຈຳເດືອນສິງຫາ 2026 ແລະ ເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII, ໂດຍການເປັນປະທານຂອງ ສະຫາຍ ວິໄລພອນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີສະຫາຍຮອງເລຂາໜ່ວຍຮັກຮາກຖານ, ຄະນະບໍລິຫານງານພັກ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ, ມະຫາຊົນກ້າວໜ້າ ແລະ ຜູ້ຕາງໜ້າຈາກໜ່ວຍພັກຮາກຖານກົມອ້ອມຂ້າງກະຊວງ ລວມທັງໝົດ 35 ສະຫາຍ, ຍິງ 20 ສະຫາຍ.
ກອງປະຊຸມໃນຄັ້ງນີ້, ມີຈຸດປະສົງເພື່ອຮ່ວມຊີວິດການເມືອງຂອງສະມາຊິກພັກ ແລະ ມະຫາຊົນກ້າວໜ້າ ປະຈຳເດືອນສິງຫາ 2026; ເຜີຍແຜ່ເອກະສານສຳຄັນຂອງພັກ ແລະ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີການເຮັດວຽກຂອງກະຊວງສຶກສາທິການ ແລະ ກິລາ; ຄົ້ນຄວ້າມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ເຮັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ ແລະ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ.
ໃນກອງປະຊຸມ, ຄະນະປະທານໄດ້ຜ່ານ ແລະ ເຜີຍແຜ່ເອກະສານສຳຄັນຕ່າງໆ ໃຫ້ກັບສະມາຊິກພັກ ແລະ ມະຫາຊົນກ້າວໜ້າ ເປັນຕົ້ນແມ່ນ ຜ່ານ (ຮ່າງ) ບົດສະຫຼຸບການເຄື່ອນໄຫວວຽກງານປະຈຳ 6 ເດືອນຕົ້ນປີ ແລະ ແຜນການວຽກງານປະຈຳ 6 ເດືອນທ້າຍປີ 2026 ຂອງໜ່ວຍພັກ; ເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII; ເຜີຍແຜ່ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ (ສະບັບປີ 2026); ເຜີຍແຜ່ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີການເຮັດວຽກ ຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 4507/ສສກ, ລົງວັນທີ 24 ກໍລະກົດ 2026; ຜ່ານມະຕິແຕ່ງຕັ້ງສະມາຊິກພັກສົມບູນຕິດຕາມມະຫາຊົນກ້າວໜ້າ 4 ສະຫາຍ ແລະ ຄົ້ນຄວ້າມະຫາຊົນກ້າວໜ້າ 1 ສະຫາຍ ເພື່ອສະເໜີເຂົ້າເປັນສະມາຊິກພັກສຳຮອງ.
ໂອກາດດັ່ງກ່າວ, ສະຫາຍ ວິໄລພອນ ພົມມະຫາໄຊ ໄດ້ໃຫ້ທິດຊີ້ນຳ ແລະ ນຳພາວຽກງານໃນແຕ່ລະດ້ານ ໂດຍໄດ້ເນັ້ນໃຫ້ຄະນະພັກ, ຫົວໜ້າ/ຮອງຈຸພັກ ແລະ ສະມາຊິກພັກທັງໝົດ ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ (ຮ່າງ) ບົດສະຫຼຸບ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2026; ໃຫ້ນຳເອົາເນື້ອໃນຂໍ້ຕົກລົງ ເລກທີ 4507/ສສກ ໄປຜັນຂະຫຍາຍໃຫ້ສອດຄ່ອງກັບພາລະບົດບາດຂອງຕົນໃນແຕ່ລະຂັ້ນພາຍໃນກົມ; ພ້ອມທັງໃຫ້ສະມາຊິກພັກ ແລະ ມະຫາຊົນກ້າວໜ້າ ກຳນຳເອົາເນື້ອໃນເອກະສານອົບຮົມມະຫາຊົນ ແລະ ກົດລະບຽບພັກ ສະໄໝທີ XII ໄປຄົ້ນຄວ້າ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃຫ້ຮັບຮູ້ຢ່າງຈະແຈ້ງ ແລະ ເຂັ້ມງວດ.
ໃນຕອນແລງຂອງວັນດຽວກັນ, ໜ່ວຍພັກຮາກຖານກົມອາຊີວະສຶກສາ ຍັງໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 6 ສະຫາຍ (ຍິງ 5 ສະຫາຍ) ແລະ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ ໃຫ້ແກ່ສະມາຊິກພັກ, ມະຫາຊົນກ້າວໜ້າ ແລະ ພະນັກງານບຳນານ ຈຳນວນ 22 ທ່ານ ຢ່າງສົມກຽດ.
ຂ່າວ: ກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ