ໄຂສົກຮຽນໃໝ່ປີນີ້ ແຂວງເຊກອງ ເນັ້ນໃສ່ຈັດສັນຄູ-ອຸປະກອນ ແລະ ປຸກລະດົມພໍ່ແມ່ປະຊາຊົນພາລູກຫຼານມາເຂົ້າຮຽນ
01/09/2026

ແຂວງເຊກອງ ມີຄວາມພ້ອມແລ້ວທີ່ຈະໄຂສົກຮຽນໃໝ່ ສົກຮຽນ 2026-2027 ເປັນເອກະພາບທົ່ວແຂວງ ແລະ ທົ່ວປະເທດ ໃນວັນທີ 1 ກັນຍານີ້ ໂດຍເນັ້ນໃສ່ການຍົກລະດັບຄຸນນະພາບການສຶກສາ, ຈັດສັນຄູ-ອຸປະກອນການຮຽນໃຫ້ທົ່ວເຖິງ ແລະ ປຸກລະດົມຊຸມຊົນພາລູກຫຼານມາເຂົ້າຮຽນ.
ທ່ານ ຄຳໄພ ສິມມາວັດ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ໄດ້ຕາງໜ້າໃຫ້ຄະນະນຳຂະແໜງການສຶກສາ-ກິລາ ທົ່ວແຂວງ ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອລາຍງານເຖິງສະພາບການກະກຽມຄວາມພ້ອມ ໃນການໄຂສົກຮຽນໃໝ່ ສົກຮຽນ 2026–2027 ສຳລັບສາຍສາມັນສຶກສາ ທົ່ວແຂວງເຊກອງ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ໃນຍຸກສະໄໝແຫ່ງການຫັນປ່ຽນທາງດ້ານເຕັກໂນໂລຊີ ແລະ ການເຊື່ອມໂຍງ, ການສຶກສາແມ່ນຮາກຖານ ແລະ ປັດໄຈຕັດສິນຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມ. ຂະແໜງການສຶກສາ ແຂວງເຊກອງ ໄດ້ວາງຈຸດສຸມໃສ່ການຍົກລະດັບຄຸນນະພາບການຮຽນ-ການສອນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຊາດ, ພ້ອມທັງຮັບປະກັນໃຫ້ເດັກນ້ອຍທຸກຄົນໄດ້ຮັບໂອກາດເຂົ້າເຖິງການສຶກສາຢ່າງເທົ່າທຽມ.
ສະນັ້ນ, ເພື່ອຕ້ອນຮັບການໄຂສົກຮຽນໃໝ່ ໃນວັນທີ 1 ກັນຍາ 2026 ນີ້, ແຂວງເຊກອງ ໄດ້ສຸມໃສ່ 4 ວຽກງານສໍາຄັນ ດັ່ງນີ້: ຄວາມພ້ອມດ້ານອາຄານສະຖານທີ່ ແລະ ສະພາບແວດລ້ອມ ພະແນກໄດ້ຊີ້ນຳໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍໂຮງຮຽນທຸກແຫ່ງ ເລັ່ງກວດກາ, ສ້ອມແປງ ແລະ ປັບປຸງອາຄານຮຽນ, ຫ້ອງຮຽນ, ໂຕະ-ຕັ່ງ, ກະດານ, ຫ້ອງນ້ຳ, ລະບົບນ້ຳສະອາດ ແລະ ໄຟຟ້າ. ພ້ອມດຽວກັນນັ້ນ, ໄດ້ເນັ້ນໃສ່ການຮັກສາອະນາໄມ, ຕັດຫຍ້າ ແລະ ກຳຈັດແຫຼ່ງເພາະພັນຍຸງລາຍ ເພື່ອປ້ອງກັນພະຍາດຕາມລະດູການ. ສຳລັບໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນສັງຄົມ ເພື່ອຮ່ວມມືກັນແກ້ໄຂຕາມລຳດັບບຸລິມະສິດ; ການຈັດສັນ ແລະ ຍົກລະດັບຄູ-ອາຈານ ໄດ້ດຳເນີນການກວດກາຈຳນວນຄູຕົວຈິງ ເພື່ອສັບຊ້ອນ ແລະ ຈັດວາງຄູໃຫ້ສອດຄ່ອງກັບວິຊາສະເພາະ ແລະ ຄວາມຕ້ອງການຂອງແຕ່ລະໂຮງຮຽນ. ສຳລັບການຂາດແຄນຄູຢູ່ເຂດຫ່າງໄກ, ໄດ້ນຳໃຊ້ມາດຕະການສັບຊ້ອນຄູພາຍໃນ, ສົ່ງເສີມຄູປະຈຳຖິ່ນ ແລະ ບຳລຸງສ້າງ-ຝຶກອົບຮົມ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາຊີບ ແລະ ວິທີການສອນໃຫ້ແກ່ຄູ-ອາຈານຢ່າງຕໍ່ເນື່ອງ; ການສະໜອງປຶ້ມແບບຮຽນ ແລະ ອຸປະກອນການຮຽນ ແມ່ນໄດ້ເລັ່ງຈັດສົ່ງປຶ້ມແບບຮຽນ ແລະ ອຸປະກອນການຮຽນໃຫ້ຮອດມືນັກຮຽນໃນທຸກຊັ້ນຮຽນ ໃຫ້ທັນເວລາກ່ອນ ຫຼື ຢ່າງຊ້າບໍ່ໃຫ້ເກີນຕົ້ນເດືອນກັນຍານີ້. ທັງນີ້, ເຖິງວ່າການຈັດສົ່ງໄປເຂດຫ່າງໄກຈະມີຄວາມຫຍຸ້ງຍາກດ້ານເສັ້ນທາງ, ແຕ່ທາງພະແນກໄດ້ຕິດຕາມຢ່າງໃກ້ຊິດ ເພື່ອຮັບປະກັນວ່າ “ຈະບໍ່ໃຫ້ການຂາດແຄນປຶ້ມແບບຮຽນ ຫຼື ອຸປະກອນການຮຽນ ມາເປັນອຸປະສັກຕໍ່ການສຶກສາຂອງລູກຫຼານນັກຮຽນເດັດຂາດ; ການປຸກລະດົມຂົນຂວາຍເດັກເຂົ້າຮຽນ ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ຂໍຮຽກຮ້ອງມາຍັງ ພໍ່ແມ່-ຜູ້ປົກຄອງ, ຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໃຫ້ພ້ອມກັນເອົາໃຈໃສ່ ໂຄສະນາປຸກລະດົມ ພາລູກຫຼານທີ່ຮອດເກນອາຍຸເຂົ້າໂຮງຮຽນໃຫ້ໄດ້ 100%, ໂດຍບໍ່ປະໃຫ້ເດັກຄົນໃດຫຼຸດລອດອອກຈາກລະບົບການສຶກສາ. ພ້ອມທັງຮຽກຮ້ອງໃຫ້ຜູ້ປົກຄອງຕິດຕາມຜົນການຮຽນ ແລະ ປະສານສົມທົບກັບໂຮງຮຽນຢ່າງໃກ້ຊິດ ຫາກພົບເຫັນເດັກມີແນວໂນ້ມຈະປະລະການຮຽນ.
ທ່ານ ຄຳໄພ ສິມມາວັດ ໄດ້ກ່າວມ້ວນທ້າຍວ່າ: ດ້ວຍຄວາມເອົາໃຈໃສ່ຊີ້ນຳຈາກອົງການປົກຄອງແຂວງ ແລະ ຄວາມຮ່ວມມືຂອງທຸກພາກສ່ວນ, ໂດຍສະເພາະແມ່ນພໍ່ແມ່ຜູ້ປົກຄອງ, ຊຸມຊົນ ແລະ ຄູ-ອາຈານ ຈະເຮັດໃຫ້ການເປີດສົກຮຽນໃໝ່ 2026-2027 ໃນວັນທີ 1 ກັນຍານີ້ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ ເພາະ “ການສຶກສາຄືຮາກຖານຂອງການພັດທະນາ; ຖ້າທຸກພາກສ່ວນຮ່ວມມືກັນຢ່າງເຂັ້ມແຂງ, ເຮົາຈະສາມາດສ້າງຄົນຮຸ່ນໃໝ່ທີ່ມີຄວາມຮູ້, ຄວາມສາມາດ ແລະ ເປັນກຳລັງແຮງອັນສຳຄັນໃນການພັດທະນາປະເທດຊາດ ກໍຄືພັດທະນາຄອບຄົວຂອງຕົນ.”
ຂໍ້ມູນຈາກ: ພະແນກ ສກຂ ເຊກອງ
ຮຽບຮຽງ ແລະ ພາບໂດຍ: ພະແນກໂຄສະນາ-ຂ່າວສານ














