ເປີດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2025-2026 ພ້ອມວາງແຜນການ ສົກ 2026-2027
ເປີດຂຶ້ນຢ່າງເປັນທາງການ ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2025-2026 ພ້ອມທັງວາງທິດທາງແຜນການ ປະຈໍາສົກຮຽນ 2026-2027 ໃນວັນທີ 24 ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງເມືອງເຟືອງ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມປະສົງ ສຸວົງຄໍາຈັນ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ, ທັງເປັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມແຂວງ, ທ່ານ ສີສະໄຫວ ແກ້ວດາລາວິນ ກໍາມະການພັກແຂວງ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ແລະ ທ່ານ ປອ ຄໍາ ຂັນທະວີວອນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພະແນກ, ປະທານ/ຮອງປະທານຄະນະກໍາມະການປົກຄອງເມືອງ,...






