Skip to main content

ສກມ ສີໂຄດຕະບອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ສົກ 2025-2026 ພ້ອມວາງ 5 ທິດທາງຈຸດສຸມຕໍ່ໜ້າຕໍ່ໜ້າ

26/08/2026
ໃນວັນທີ 24 ສິງຫາ 2026 ທີ່ຫ້ອງປະຊຸມໂຮງຮຽນມັດທະຍົມສຶກສາຕອນປາຍມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ, ຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ (ສກມ ສີໂຄດຕະບອງ) ຈັດກອງປະຊຸມຜູ້ບໍລິຫານການສຶກສາຂັ້ນເມືອງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ບຸນມີ ໄຊຍະວົງ ປະທານຄະນະກໍາມະການປົກຄອງເມືອງສີໂຄດຕະບອງ ແລະ ທ່ານ ຄໍາສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີຄະນະຫ້ອງການ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຜູ້ບໍລິຫານການສຶກສາ, ຄະນະອໍານວຍໂຮງຮຽນທັງພາກລັດ ແລະ ເອກະຊົນ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄໍາສິງ ດວງດາລາ ໄດ້ກ່າວເປີດ ແລະ ຜ່ານບົດສະຫຼຸບ ສົກຮຽນ 2025-2026 ພ້ອມທັງຜ່ານແຜນວຽກງານໃນສົກຮຽນ 2026-2027 ຜ່ານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ຍຸດທະສາດຕ່າງໆຂອງຫ້ອງການສຶກສາທີ່ກໍານົດ ໃນຈໍານວນ 18 ຄາດໝາຍຫຼັກ ສາມາດບັນລຸໄດ້ 13 ຄາດໝາຍ ແລະ ຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນ ດ້ານການຂະຫຍາຍໂອກາດ ແລະ ຜົນການຮຽນ-ການສອນ ໃນສົກຮຽນຜ່ານມາ, ອັດຕາການເຂົ້າຮຽນຂອງເດັກ 5 ປີ ບັນລຸໄດ້ 105.14% (ເພີ່ມຂຶ້ນ 3.24%), ອັດຕາການເຂົ້າຮຽນໃໝ່ສຸດທິ ຂັ້ນ ປ.1 ບັນລຸ 101.03% ແລະ ອັດຕາການເລື່ອນຊັ້ນຈາກ ປ.5 ຂຶ້ນ ມ.1 ບັນລຸ 99.5%. ສຳລັບຜົນການສອບເສັງຈົບຊັ້ນ, ນັກຮຽນ ປ.5 ສາມາດສອບເສັງໄດ້ 100% (ມີຜູ້ໄດ້ຄະແນນ 5 ຂຶ້ນໄປທຸກວິຊາ 76.68%), ສ່ວນຊັ້ນ ມ.4 ສອບເສັງໄດ້ 99.94%. ນອກຈາກນີ້ ຍັງຍາດໄດ້ປະກາສະນິຍະບັດແດງ ຊັ້ນ ມ.4 ຈຳນວນ 6 ຄົນ ແລະ ມ.7 ຈຳນວນ 14 ຄົນ, ພ້ອມທັງສຳເລັດການຍົກລະດັບ ມ.7 ໃຫ້ພະນັກງານ ແລະ ຊາວໜຸ່ມ 46 ຄົນ ເສັງໄດ້ 100%; ດ້ານຂະບວນການ ກິລາ-ກາຍຍະກຳ, ສິລະປະ ແລະ ສະພາບແວດລ້ອມ ທັບນັກກິລານັກຮຽນເມືອງສີໂຄດຕະບອງ ສາມາດຍາດໄດ້ອັນດັບ 3 ຂອງ 9 ຕົວເມືອງ ໃນການແຂ່ງຂັນກິລານັກຮຽນທົ່ວນະຄອນຫຼວງ (4 ຫຼຽນຄຳ, 3 ຫຼຽນທອງ); ດ້ານສິລະປະ, ໂຮງຮຽນ ມສ ຮຸ່ງເຮືອງ ຄວ້າແຊ້ມຟ້ອນ 11 ສະໄໝຊ້ອນ ຂັ້ນນະຄອນຫຼວງ. ພ້ອມກັນນັ້ນ ຍັງໄດ້ສຸມໃສ່ສ້າງສະພາບແວດລ້ອມທີ່ດີ ໂດຍປະກາດເປັນໂຮງຮຽນປອດສິ່ງເສບຕິດໄດ້ 100% ທົ່ວເມືອງ (76 ແຫ່ງ), ສ້າງໂຮງຮຽນຂຽວສະອາດ-ສິ່ງແວດລ້ອມດີ 3 ແຫ່ງ, ໂຮງຮຽນຕົວແບບ 4 ແຫ່ງ ແລະ ສະໜອງເຄື່ອງກອງນ້ຳດື່ມໃຫ້ໂຮງຮຽນປະຖົມ.
ສໍາລັບທິດທາງຈຸດສຸມ ປະຈຳສົກຮຽນ 2026-2027 ເພື່ອແກ້ໄຂສິ່ງທ້າທາຍ ເປັນຕົ້ນແມ່ນອັດຕາການປະລະການຮຽນໃນຊັ້ນມັດທະຍົມ ແລະ ການຂາດແຄນຄູສອນ, ເມືອງສີໂຄດຕະບອງ ໄດ້ວາງ 5 ທິດທາງບູລິມະສິດ ຄື ສົ່ງເສີມການສຶກສາກ່ອນໄວຮຽນ ຂະຫຍາຍໂຮງຮຽນລ້ຽງເດັກ-ອະນຸບານ ໃຫ້ກວ້າງຂວາງ ແລະ ມີຄຸນນະພາບ, ຕັ້ງຄາດໝາຍອັດຕາເຂົ້າຮຽນເດັກ 5 ປີ ໃຫ້ໄດ້ 100%; ຍົກສູງຄຸນນະພາບຊັ້ນປະຖົມ ສຸມໃສ່ໃຫ້ເດັກທີ່ຈົບ ປ.5 ສາມາດອ່ານອອກ, ຂຽນໄດ້ ແລະ ໄລ່ເລກເປັນ; ພ້ອມທັງຄຸ້ມຄອງອັດຕາປະລະ ປ.1 ບໍ່ໃຫ້ເກີນ 1% ແລະ ອັດຕາປະລະຊັ້ນປະຖົມລວມ ບໍ່ໃຫ້ເກີນ 2%; ພັດທະນາການສຶກສາຊັ້ນມັດທະຍົມ ປັບປຸງຄຸນນະພາບການຮຽນ-ການສອນ, ສົ່ງເສີມການຮຽນ ICT ແລະ STEM, ແນະແນວໃຫ້ນັກຮຽນຫັນມາຮຽນສາຍອາຊີວະສຶກສາ ແລະ ແກ້ໄຂບັນຫານັກຮຽນປະລະການຮຽນຢ່າງຈິງຈັງ; ສົ່ງເສີມກິລາ-ສິລະປະ ສົ່ງເສີມການອອກກຳລັງກາຍໃນໂຮງຮຽນເພື່ອສຸຂະພາບ ແລະ ຫ່າງໄກຢາເສບຕິດ, ພ້ອມທັງປັ້ນນັກຮຽນທີ່ມີພອນສະຫວັນກ້າວສູ່ການເປັນນັກກິລາອາຊີບ ແລະ ປັບປຸງການບໍລິຫານ ແລະ ພັດທະນາຄູ ສ້າງຄວາມເຂັ້ມແຂງໃຫ້ລະບົບບໍລິຫານ, ຈັດສັນ ແລະ ສັບຊ້ອນຄູສອນໃຫ້ສົມດຸນ, ພ້ອມທັງເນັ້ນການຝຶກອົບຮົມຍົກລະດັບເຕັກນິກການສອນຂອງຄູ-ອາຈານຢ່າງຕໍ່ເນື່ອງ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ