ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ເລັ່ງຈັດສົ່ງປຶ້ມແບບຮຽນໃຫ້ 148 ເມືອງທົ່ວປະເທດ ສໍາເລັດ 100% ກ່ອນມື້ໄຂສົກຮຽນໃໝ່
26/08/2026
ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ຢືນຢັນຄວາມພ້ອມ ໃນການຕ້ອນຮັບສົກຮຽນໃໝ່ 2026-2027 ໂດຍໄດ້ດຳເນີນການພິມ ແລະ ຈັດສົ່ງປຶ້ມແບບຮຽນ, ປຶ້ມອ່ານເສີມ ແລະ ປຶ້ມບັນທຶກການຮຽນ-ການສອນ ຈຳນວນກວ່າ 383,000 ຫົວ ເພື່ອສະໜອງໃຫ້ແກ່ສັງຄົມ ແລະ ກະຊວງສຶກສາທິການ ແລະ ກິລາ. ພ້ອມທັງຈະເລັ່ງຈັດສົ່ງໃຫ້ 148 ເມືອງໃນຂອບເຂດທົ່ວປະເທດ ໃຫ້ສຳເລັດ 100% ກ່ອນມື້ໄຂສົກຮຽນໃໝ່ ວັນທີ 1 ກັນຍາ 2026 ນີ້ຢ່າງແນ່ນອນ.
ທ່ານ ພົມມະແສງ ທິບພະວົງ, ຜູ້ອຳນວຍການ ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ໄດ້ໃຫ້ສຳພາດຕໍ່ທີມງານຂ່າວ ພະແນກໂຄສະນາ-ຂ່າວສານ ຫ້ອງການກະຊວງສຶກສາທິການ ແລະ ກິລາ ໃນຕອນເຊົ້າວັນທີ 25 ສິງຫາ 2026 ວ່າ: ເພື່ອຮັບປະກັນການສະໜອງປຶ້ມໃຫ້ພຽງພໍກັບຄວາມຕ້ອງການຂອງກຸ່ມເປົ້າໝາຍ ໃນສົກຮຽນ 2026-2027 ທາງໂຮງພິມສຶກສາ ໄດ້ວາງແຜນ ແລະ ດຳເນີນການພິມປຶ້ມແບບຮຽນທັງໝົດກວ່າ 383,000 ຫົວ ເຊິ່ງແບ່ງອອກເປັນ 2 ພາກສ່ວນຕົ້ນຕໍ ຄື: ປຶ້ມສະໜອງໃຫ້ແກ່ການຮຽນ-ການສອນ ຂອງກະຊວງສຶກສາທິການ ແລະ ກິລາ ຈຳນວນກວ່າ 193,000 ຫົວ (ຊັ້ນປະຖົມ 104,500 ຫົວ ແລະ ຊັ້ນມັດທະຍົມ 88,500 ຫົວ). ນອກຈາກນີ້ ຍັງໄດ້ພິມປຶ້ມບັນທຶກການຮຽນ-ການສອນ ຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ ອີກຈຳນວນ 857,769 ຫົວ; ປຶ້ມພິມເພື່ອຈຳໜ່າຍໃຫ້ລູກຄ້າ ແລະ ຜູ້ປົກຄອງ ຈຳນວນ 190,000 – 200,000 ຫົວ ກວມເອົາຊັ້ນປະຖົມ (ປ.1-ປ.5) ຊັ້ນລະ 15,000 – 20,000 ຫົວ; ຊັ້ນມັດທະຍົມຕົ້ນ (ມ.1-ມ.4) ຊັ້ນລະ 10.000 – 15,000 ຫົວ ແລະ ຊັ້ນມັດທະຍົມປາຍ (ມ.5-ມ.7) ຊັ້ນລະ 5,000 – 10,000 ຫົວ. ເຊິ່ງມາຮອດປັດຈຸບັນ, ການຜະລິດທັງໝົດແມ່ນໄດ້ສຳເລັດ 100% ແລະ ໄດ້ມອບເຂົ້າສາງຂອງກະຊວງສຶກສາທິການ ແລະ ກິລາ ເປັນທີ່ຮຽບຮ້ອຍແລ້ວ.
ດ້ານການແຈກຢາຍ, ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ໄດ້ສົມທົບກັບຂະແໜງຂົນສົ່ງ ກໍຄືສ້າງກະຊວງສຶກສາທິການ ແລະ ກິລາ ໃນການດຳເນີນການຈັດສົ່ງຢ່າງຕັ້ງໜ້າ ລະຫວ່າງວັນທີ 23 ກໍລະກົດ ຫາ 25 ສິງຫາ 2026 ໂດຍສາມາດສົ່ງປຶ້ມໄປຮອດ ຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 148 ເມືອງທົ່ວປະເທດ ເພື່ອແຈກຢາຍຕໍ່ໃຫ້ແກ່ໂຮງຮຽນໃນແຕ່ລະເຂດ. ພິເສດ, ສຳລັບເຂດທຸລະກັນດານ, ເຂດພູດອຍ ແລະ ເຂດຫ່າງໄກສອກຫຼີກ, ທາງໂຮງພິມສຶກສາ ໄດ້ປະສານສົມທົບກັບ ມູນນິທິສຸພາພັນ ເພື່ອຊ່ວຍເຫຼືອຂົນສົ່ງປຶ້ມແບບຮຽນໃຫ້ໄປຮອດໂຮງຮຽນໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ເພື່ອໃຫ້ເດັກນ້ອຍໃນທຸກພື້ນທີ່ມີປຶ້ມຮຽນຢ່າງທົ່ວເຖິງ.
ທ່ານ ຜູ້ອຳນວຍການ ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ກ່າວຕື່ມວ່າ: ເພື່ອບໍ່ໃຫ້ເກີດພາລະດ້ານເສດຖະກິດແກ່ຜູ້ປົກຄອງ ທ່າມກາງສະພາບລາຄາວັດຖຸດິບ (ເຈ້ຍ, ນ້ຳໝຶກ ແລະ ພະລັງງານ) ທີ່ມີການເໜັງຕີຂຶ້ນລົງຕາມຈັງຫວະການຂະຫຍາຍຕົວຂອງເສດຖະກິດຕາມແຕ່ລະໄລຍະ, ທາງໂຮງພິມໄດ້ກຳນົດລາຄາຢ່າງສົມເຫດສົມຜົນ ໂດຍຜ່ານການອະນຸມັດຈາກ ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ. ທັງນີ້, ສຳລັບຮ້ານຄ້າທີ່ນຳປຶ້ມໄປຈຳໜ່າຍ ຈະຖືກກຳນົດລາຄາຂາຍບໍ່ໃຫ້ເກີນ 20% ຂອງລາຄາຕົ້ນທາງ. ພ້ອມດຽວກັນນີ້, ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ເປັນຜູ້ໄດ້ຮັບລິຂະສິດຈັດພິມປຶ້ມແບບຮຽນພຽງຜູ້ດຽວຈາກກະຊວງ (ຫ້າມເອກະຊົນຈັດພິມໂດຍບໍ່ໄດ້ຮັບອະນຸຍາດ).
ນອກຈາກນີ້, ຕາມແຜນຍຸດທະສາດການພັດທະນາ (2026-2030), ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ກຳລັງເລັ່ງປັບປຸງ Website ແລະ Facebook ເພື່ອຂະຫຍາຍຊ່ອງທາງການເຂົ້າເຖິງປຶ້ມແບບຮຽນໃນຮູບແບບ E-book ຫຼື PDF ອອນລາຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກດິຈິຕອນ.
ໃນຕອນທ້າຍ, ຜູ້ອຳນວຍການ ບໍລິສັດລັດ ວິສາຫະກິດໂຮງພິມສຶກສາ ໄດ້ສະແດງຄວາມຂອບໃຈຢ່າງສູງເຖິງ ການນຳພັກ-ລັດ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກຮຽນທົ່ວປະເທດ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ສະໜັບສະໜູນຜະລິດຕະພັນຂອງໂຮງພິມສຶກສາດ້ວຍດີຕະຫຼອດມາ ພ້ອມທັງອວຍພອນໃຫ້ສົກຮຽນໃໝ່ 2026-2027 ນີ້ ດຳເນີນໄປດ້ວຍບັນຍາກາດແຫ່ງການຮຽນຮູ້ ແລະ ປະສົບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ທຸກປະການ.














