ຄະນະພັກ ສສກ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກ ປປລ ສະໄໝທີ XII ແລະ ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກວິທີເຮັດວຽກຂອງກະຊວງ ສສກ
26/08/2026

ໃນວັນທີ 24 ສິງຫາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໄດ້ມີກອງປະຊຸມເຜີຍແຜ່ເຊື່ອມຊຶມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກວິທີເຮັດວຽກຂອງກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງ ສສກ ແລະ ສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ກຳມະການປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງ ສສກ, ພ້ອມດ້ວຍຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ຄະນະປະຈໍາພັກ ມະຫາວິທະຍາໄລແຫ່ງຊາດ, ເລຂາ, ຮອງເລຂາ ແລະ ປະທານກວດກາຄະນະພັກຮາກຖານ, ເລຂາ, ຮອງເລຂາ ແລະ ຜູ້ກວດກາໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ເພື່ອເຮັດໃຫ້ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ຄະນະປະຈໍາພັກ ມຊ, ເລຂາ, ຮອງເລຂາ ແລະ ປະທານກວດກາຄະນະພັກຮາກຖານ, ເລຂາ, ຮອງເລຂາ ແລະ ຜູ້ກວດກາໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງ ໄດ້ເຂົ້າໃຈ ແລະ ເຊື່ອມຊຶມກ່ຽວກັບເອກະສານສຳຄັນ ເປັນຕົ້ນແມ່ນຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ສະບັບເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII; ຄໍາແນະນໍາຂອງຄະນະໂຄສະນາອົບຮົມ ສູນກາງພັກ ກ່ຽວກັບການນໍາໃຊ້ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍ ເຂົ້າເປັນສະມາຊິກພັກ ສະບັບເລກທີ 12/ຄອສພ, ລົງວັນທີ 03 ມີນາ 2026 ແລະ ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກ ວິທີເຮັດວຽກຂອງກະຊວງ ສສກ ສະບັບເລກທີ 4507/ສສກ, ວັນທີ 24 ກໍລະກົດ 2026. ນອກນັ້ນ, ສະຫາຍຍັງໄດ້ເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ອີກດ້ວຍ.
ໂອກາດດຽວກັນນັ້ນ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ກໍໄດ້ເຜີຍແຜ່ເອກະສານ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ສະບັບເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ມີຈຸດປະສົງລະດັບຄາດໝາຍ ເພື່ອແນະນໍາ, ອະທິບາຍບາງເນື້ອໃນ, ຄໍາສັບ ແລະ ບາງປະໂຫຍກຄໍາເວົ້າ ທີ່ກຳນົດຢູ່ໃນກົດລະບຽບພັກ ໃຫ້ຈະແຈ້ງ, ເຂົ້າໃຈງ່າຍ ເຮັດໃຫ້ຄະນະພັກ, ສະມາຊິກພັກ ກຳແໜ້ນ, ຮັບຮູ້ເຂົ້າໃຈເລິກເຊິ່ງ, ເປັນເຈົ້າການ ເຄົາລົບ ແລະ ປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ຢ່າງເຂັ້ມງວດ; ເພື່ອຮັບປະກັນໃຫ້ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ຮັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ເປັນບ່ອນອີງໃຫ້ຄະນະບໍລິຫານງານພັກແຕ່ລະຂັ້ນ ນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ນໍາພາ ການຈັດຕັ້ງປະຕິບັດ ຢ່າງເປັນເຈົ້າການ, ຖືກຕ້ອງ, ຄົບຖ້ວນ, ເປັນເອກະພາບໃນທົ່ວພັກ ແລະ ທັນເວລາທີ່ ກໍານົດໄວ້.
ຫຼັງຈາກນັ້ນ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ເຜີຍແຜ່ເອກະສານຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການນໍາໃຊ້ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍ ເຂົ້າເປັນສະມາຊິກພັກ ສະບັບເລກທີ 12/ຄອສພ, ລົງວັນທີ 03 ມີນາ 2026 ຄະນະໂຄສະນາອົບຮົມສູນກາງພັກ ກົມອົບຮົມ ໄດ້ຄົ້ນຄວ້າປັບປຸງເອກະສານອົບຮົມມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໃຫ້ສອດຄ່ອງກັບເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ມີຈຸດປະສົງ ແລະ ລະດັບຄາດໝາຍ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາ ຊິກພັກຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ, ວັດຖຸປະສົງ ແລະ ທາດແທ້ ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຂອງມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ, ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະ ຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.
ດ້ານ ສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ໄດ້ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກວິທີເຮັດວຽກຂອງກະຊວງ ສສກ ສະບັບເລກທີ 4507/ສສກ, ວັນທີ 24 ກໍລະກົດ 2026 ມີຈຸດປະສົງ ເພື່ອກຳນົດຫຼັກການ, ລະບຽບການ, ກົນໄກວິທີການເຮັດວຽກ ທີ່ມີວິທະຍາສາດ, ລະບອບການພົວພັນ ແລະ ການແກ້ໄຂວຽກງານ ຂອງພະນັກງານ-ລັດຖະກອນ ພາຍໃນກະຊວງສຶກສາທິການ ແລະ ກິລາ; ຍົກສູງສະຕິຄວາມຮັບຜິດຊອບໃນການບໍລິຫານວຽກງານຂອງກະຊວງໃຫ້ມີຄວາມກົມກຽວ, ວ່ອງໄວ, ໂປ່ງໃສ, ສອດຄ່ອງກັບແນວທາງຂອງພັກ, ນະໂຍບາຍຂອງລັດ, ກົດໝາຍ, ກົນໄກ ວິທີເຮັດຂອງ ລັດຖະບານ ຊຸດທີ X ແລະ ລະບຽບການທີ່ກ່ຽວຂ້ອງ; ເປັນບ່ອນອີງໃຫ້ບັນດາຫ້ອງການ, ກົມ, ສະຖາບັນ, ອົງການທຽບເທົ່າກົມ ແລະ ສູນ ໃນການປະສານງານ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເປັນເອກະພາບ (ຕໍ່ໄປເອີ້ນວ່າ ອົງການທຽບເທົ່າກົມ).
ການເຜີຍແຜ່ເອກະສານໃນຄັ້ງນີ້, ກໍ່ເພື່ອເຜີຍແຜ່ເນື້ອໃນ ແລະ ກົດລະບຽບພັກໃຫ້ຈະແຈ້ງ, ເຮັດໃຫ້ສະມາຊິກພັກຮັບຮູ້-ເຂົ້າໃຈເລິກເຊິ່ງ, ເປັນເຈົ້າການປະຕິບັດຢ່າງເຂັ້ມງວດ ແລະ ເປັນບ່ອນອີງໃຫ້ຄະນະພັກແຕ່ລະຂັ້ນນຳໄປຜັນຂະຫຍາຍຢ່າງເປັນເອກະພາບ, ເນັ້ນໃສ່ການສ້າງຄວາມຮັບຮູ້ກ່ຽວກັບປະຫວັດ, ອຸດົມການ, ມາດຕະຖານ, ເງື່ອນໄຂ ແລະ ການຝຶກຝົນຫຼໍ່ຫຼອມຕົນເອງຂອງມະຫາຊົນ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກ ແລະ ກຳນົດຫຼັກການ, ລະບຽບການ ແລະ ກົນໄກການເຮັດວຽກແບບວິທະຍາສາດ ເພື່ອຍົກສູງຄວາມຮັບຜິດຊອບ, ຄວາມວ່ອງໄວ, ໂປ່ງໃສ ແລະ ເປັນບ່ອນອີງໃຫ້ບັນດາກົມ ແລະ ສະຖາບັນ.
ໃນຕອນທ້າຍກອງປະຊຸມ, ປະທານກອງປະຊຸມກໍໄດ້ເນັ້ນໃຫ້ເອົໃຈໃສວຽກງານພັກ-ພະນັກງານ ໂດຍສະເພາະແມ່ນການເຜີຍແຜ່ເອກະສານ ໃຫ້ແຕ່ລະຮາກຖານ, ຄະນະພັກ ແລະ ໜ່ວຍພັກ ເອົາໃຈໃສ່ສືບຕໍ່ເຜີຍແຜ່-ເຊື່ອມຊຶມ 3 ເອກະສານກອງປະຊຸມ (ກົດລະບຽບພັກ ສະໄໝທີ XI, ການອົບຮົມມະຫາຊົນຜູ້ກ້າວໜ້າ ແລະ ຂໍ້ຕົກລົງ 4507/ສພ) ໃຫ້ສໍາເລັດພາຍໃນເດືອນ 9, ການເປັນແບບຢ່າງ ສະມາຊິກພັກຕ້ອງເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດລະບຽບຢ່າງງວດແກ້ງ, ສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ເປັນເຈົ້າການພັດທະນາຕົນເອງ ແລະ ຮ່ວມກັນສະກັດກັ້ນປະກົດການຍໍ້ທໍ້, ການກໍ່ສ້າງ ແລະ ປະເມີນພັກ ສຶກສາອົບຮົມມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າພັກໃຫ້ມີຄຸນນະພາບ; ວຽກງານບໍລິຫານ ແລະ ກົນໄກເຮັດວຽກ (ສາຍລັດ) ການສ້າງກົນໄກພາຍໃນ ໃຫ້ບັນດາກົມ, ຫ້ອງການ, ແລະ ວິທະຍາໄລ ໄປຜັນຂະຫຍາຍຂໍ້ຕົກລົງ ເລກທີ 4507/ສພ ເປັນລະບຽບກົນໄກເຮັດວຽກສະເພາະຂອງພາກສ່ວນຕົນ (ເຊັ່ນ: ກົນໄກການໄປຮ່ວມກອງປະຊຸມ/ການເຊີນ) ແລ້ວນໍາສົ່ງໃຫ້ກົມຈັດຕັ້ງກວດກາ ແລະ ສໍາເລັດພາຍໃນເດືອນ 10; ວຽກງານວິຊາສະເພາະ ແລະ ການສຶກສາ ດ້ານການກຽມຄວາມພ້ອມ ໃນການຂຸ້ນຂ້ຽວເຄື່ອນໄຫວວຽກງານສໍາຄັນ ເຊັ່ນ: ການກຽມໄຂສົກຮຽນໃໝ່, ການສະຫຼອງວັນສາກົນຜູ້ຮູ້ຫນັງສື (ກສນ) ແລະ ການປະກາດສ້າງຕັ້ງສາຍສັງຄົມມະນຸດຊາດ, ການພັດທະນາອາຊີວະສຶກສາ ທົບທວນ ແລະ ເລັ່ງບຸກທະລຸຄາດໝາຍຕົວເລກຮັບນັກຮຽນອາຊີວະສຶກສາ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ແລະ ທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ໂດຍສຸມໃສ່ແກ້ໄຂບັນຫາການປະລະການຮຽນ ແລະ ຍົກຮ່າງຄຸນນະພາບການສອນຂອງຄູໃຫ້ມີການປ່ຽນແປງໃໝ່ຢ່າງແທ້ຈິງ.
ພາບ-ຂ່າວ: ບົວລະພາ














