Skip to main content

Author: Mitlandone Thepninhom

ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຄະທານ ອຸທິດເຖິງ ສະຫາຍ ໄຊສົມພອນ ພົມວິຫານ

ວັນທີ 14 ສິງຫາ 2026 ນີ້ ທີ່ຫໍປະຊຸມແຫ່ງຊາດ, ບັນດາການນຳ, ອະດີດການນຳພັກ-ລັດ ພ້ອມດ້ວຍມວນຊົນໃນນະຄອນຫຼວງວຽງຈັນ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຮ່ວມໃສ່ບາດຖວາຍສັງຂະທານແດ່ພະສົງ ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ ຜ່ານມາ ລວມອາຍຸໄດ້ 70 ປີ. ການໃສ່ບາດຖວາຍສັງຂະທານໃນຄັ້ງນີ້ ດຳເນີນໄປຕາມຮີດຄອງປະເພນີ ແລະ...

Continue reading

ແຂວງສາລະວັນ ສອບເສັງຈົບຫຼັກສູດການຝຶກອົບຮົມພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026

ໃນຕອນເຊົ້າຂອງວັນທີ 13 ສິງຫາ 2026 ນີ້, ສູນພາສາຫວຽດນາມ ແຂວງສາລະວັນ ໄດ້ຈັດການສອບເສັງຈົບຫຼັກສູດການຝຶກອົບຮົມພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄພວັນ ແສງອຳພັນ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ແລະ ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ, ມີບັນດາຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ ໄດ້ລາຍງານຜົນສຳເລັດການຈັດຕັ້ງຮຽນ-ການສອນ ຫຼັກສູດພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B...

Continue reading

ມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນບ່າຍວັນທີ 13 ສິງຫາ 2026, ສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຫ້ອງປະຊຸມຂອງສະຖາບັນດັ່ງກ່າວ ລະຫວ່າງ ທ່ານ ກິ່ງລັດຕະນະ ທອງສະໝຸດ ວ່າການແທນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ເກົ່າ) ແລະ ທ່ານ ປອ ຈັນທະວົງ ປັນຍາສິຣິ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ແລະ ເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກວາທິການ ແລະ...

Continue reading

ເມືອງລະຄອນເພັງ ໄຂກອງປະຊຸມພັກແລ້ງ ໃຫ້ແກ່ລັດຖະກອນຄູ ແລະ ບໍລິຫານຂະແໜງການສຶກສາ ປະຈໍາສົກ 2025-2026 ພ້ອມປະກາດແຕ່ງຕັ້ງພະນັກງານ

ກອງປະຊຸມພັກແລ້ງ ໃຫ້ແກ່ລັດຖະກອນຄູ ແລະ ບໍລິຫານຂະແໜງການສຶກສາ ປະຈໍາສົກ 2025-2026 ຕິດພັນກັບການປະກາດແຕ່ງຕັ້ງພະນັກງານ-ລັດຖະກອນ ເຂົ້າໃສ່ຕຳແໜ່ງງານປະເພດ 6 ແລະ ປະເພດ 7 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 13 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງລະຄອນເພັງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊຊະນະ ສີສະຫວັດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງລະຄອນເພັງ, ທ່ານ ສີສຸພັນ ມະຫາວົງ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ທ່ານ ກັນຍາ ໄຊຍະໂອຊະ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ. ພ້ອມນີ້ ຍັງມີບັນດາທ່ານໃນຄະນະຫ້ອງການ,...

Continue reading

ສາລະວັນ ສຳເລັດກອງປະຊຸມຄູໄລຍະພັກສິ້ນປີຮຽນ ໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ປະຈໍາສົກຮຽນ 2025-2026

ໃນຕອນເຊົ້າຂອງວັນທີ 13 ສິງຫາ 2026 ຢູ່ທີ່ສະໂມສອນໃຫຍ່ເມືອງເລົ່າງາມ ແຂວງສາລະວັນ ໄດ້ມີພິທີປິດກອງປະຊຸມຄູໄລຍະພັກສິ້ນປີຮຽນ ໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ພະນັກງານ-ລັດຖະກອນຄູ ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ; ໂດຍມີ ທ່ານ ຄໍາເຟືອງ ອິນທິສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ; ທ່ານ ນາງ ສົມໃຈ ໄຊຍະບັນຫາ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເລົ່າງາມ, ພ້ອມດ້ວຍຄະນະຫ້ອງການ, ຫົວໜ້າ-ຮອງຫົວໜ້າໜ່ວຍງານທີ່ກ່ຽວຂ້ອງ ແລະ ຜູ້ບໍລິຫານການສຶກສາ, ຄູ-ອາຈານ ໃນທົ່ວເມືອງເລົ່າງາມ...

Continue reading

ການແຂ່ງຂັນດອກປີກໄກ່ຊີງແຊ້ມທົ່ວປະເທດ ຄັ້ງທີ XXV ປະຈຳປີ 2026 ຈະເປີດສາກຊີງໄຊທ້າຍເດືອນນີ້

ການແຂ່ງຂັນກິລາດອກປີກໄກ່ ຊີງແຊ້ມປະເທດລາວ ຄັ້ງທີ XXV ປະຈຳປີ 2026 ຊຶ່ງເປັນລາຍການທີ່ເກົ່າແກ່ມາຍາວນານ ເປັນງານທີ່ຍິ່ງໃຫຍ່ ແລະ ຄວາມໄຝ່ຝັນຂອງຫຼາຍໆຄົນ ຈະກັບມາເປີດສາກລະເບີດຄວາມມັນ ໃນລະຫວ່າງວັນທີ 27-30 ສິງຫາ 2026 ເພື່ອສ້າງຂະບວນການສະເຫຼີມສະຫຼອງສາຍພົວພັນມິດຕະພາບອັນຍາວນານກວ່າ 25 ປີ ລະຫວ່າງ ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ (ສດລ) ແລະ ບໍລິສດ ເບຍລາວ ຈຳກັດ ພ້ອມສ້າງໂອກາດໃຫ້ນັກກິລາກ້າວໄປເປັນນັກກິລາມືອາຊີບ ແລະ ກຽມຮັບທີມຊາດໃນຕໍ່ໜ້າ.ຂະນະທີ່ ບໍລິສັດ ເບຍລາວ ຈຳກັດ ສືບຕໍ່ສະໜັບສະໜູນຫຼັກມູນຄ່າ 770 ລ້ານກີບ. ພິທີຖະແຫຼງຂ່າວ ແລະ...

Continue reading

ສສກ-ລັດຖະບານອົດສະຕຣາລີ ສ້າງເຄື່ອງມືປະເມີນການຄຸ້ມຄອງ ວຽກງານຄວາມສະເໝີພາບຍິງ-ຊາຍ

ໃນລະຫວ່າງວັນທີ 10-14 ສິງຫາ 2026 ຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມສ້າງເຄື່ອງມືປະເມີນການຄຸ້ມຄອງ ວຽກງານຄວາມສະເໝີພາບຍິງ-ຊາຍ (Gender Equitable Management Tool) ຄັ້ງທີ 2 ໂດຍການເປັນປະທານຂອງ ທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ເຂົ້າຮ່ວມຢ່າງພ້ອມພຽງຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ ແລະ ວິຊາການ ຈາກຫ້ອງການກະຊວງ ສສກ ແລະ ກົມຈັດຕັ້ງ; ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການ ຈາກພະແນກສຶກສາທິການ ແລະ ກິລາ ແຂວງ (ຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ,...

Continue reading

ຄະນະບໍລິຫານງານ ສະໂມສອນ ເບ ສະຫວັນ ແລະ ກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫາ 2026, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັບຊີ, ປະທານກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ຈໍາກັດຜູ້ດຽວ, ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ພູວົງ ວົງຄຳຊາວ ອະດີດຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາສະໂມສອນ ເບ ສະຫວັນ ເອັບຊີ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ລວມອາຍຸໄດ້ 70...

Continue reading