Skip to main content

ຄະນະບໍລິຫານງານ ສະໂມສອນ ເບ ສະຫວັນ ແລະ ກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

13/08/2026
ໃນວັນທີ 11 ສິງຫາ 2026, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັບຊີ, ປະທານກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ຈໍາກັດຜູ້ດຽວ, ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ພູວົງ ວົງຄຳຊາວ ອະດີດຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາສະໂມສອນ ເບ ສະຫວັນ ເອັບຊີ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ລວມອາຍຸໄດ້ 70 ປີ.
ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນໍາຫຼັກແຫຼ່ງຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພິກໄຫວ, ເປັນຜູ້ມີປະສົບການ ຜ່ານການເປັນການນໍາຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ, ເປັນຜູ້ນຳທີ່ມີຜົນງານໂດດເດັ່ນ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວບັນດາເຜົ່າ. ການຈາກໄປໂດຍບໍ່ມີວັນຈະກັບຄືນມາ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍ ອັນໃຫຍ່ຫຼວງ ສໍາລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.
ສະໂມສອນ ເບ ສະຫວັນ ເອັບຊີ ແລະ ກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ຈໍາກັດຜູ້ດຽວ ຂໍສະແດງຄວາມເສຍໃຈ ແລະ ຂໍຮ່ວມໄວ້ອາໄລຢ່າງສຸດຊຶ້ງ ແລະ ຂໍສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຊາບຊຶ້ງຕໍ່ຄຸນງາມຄວາມດີ ທີ່ທ່ານໄດ້ເສຍສະຫຼະ ເພື່ອປະເທດຊາດ ແລະ ປວງຊົນລາວ ທັງຊາດ.
ສະໂມສອນ ເບ ສະຫວັນ ເອັບຊີ ແລະ ກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ຈໍາກັດຜູ້ດຽວ ຂໍແບ່ງເບົາຄວາມທຸກຄວາມໂສກ ທີ່ໄດ້ສູນເສຍບຸກຄົນສຳຄັນໄປໃນຄັ້ງນີ້ນໍາ ພັກ-ລັດ, ປວງຊົນລາວທັງຊາດ ແລະ ຄອບຄົວ ພົມວິຫານ. ດ້ວຍຄວາມອາໄລຮັກ ແລະ ຂໍນ້ອມລໍາລຶກເຖິງຄຸນງາມຄວາມດີຂອງທ່ານຕະຫຼອດໄປ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ