ສົກຮຽນນີ້ ມີນັກຮຽນສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດເຖິງ 7,8 ພັນກວ່າຄົນ
ໃນວັນທີ 08 ສິງຫາ 2026 ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສົກສຶກສາ 2026-2027 ທີ່ສະໂມສອນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ, ໂດຍການເປັນປະທານຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ປະທານຄະນະກໍາມະການການສອບເສັງ, ມີທ່ານ ນາງ ສິດທັດຖາ ໄຕແກ້ວພິທູນ ຮອງຫົວໜ້າກົມ ປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະກິລາ, ມີບັນດາຄະນະອໍານວຍການໃຫຍ່ ມຊ, ຄະນະກໍາມະການຝ່າຍຕ່າງໆ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການສອບເສັງ...








