ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ
11/08/2026

ໃນວັນທີ 9 ສິງຫາ 2026, ສະຫາຍ ເຈີນ ແທງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ການເຂົ້າວາງພວງມາລາ ແລະ ໄວ້ອາໄລ ໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມອາໄລອາວອນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຈາກໄປຂອງຜູ້ນໍາທີ່ສໍາຄັນຂອງ ສປປ ລາວ, ພ້ອມທັງສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ພັກ- ລັດ ແລະ ປະຊາຊົນ ລາວ-ຫວຽດນາມ.
ໃນໂອກາດດຽວກັນນີ້, ສະຫາຍ ພົນໂທ ເລວັນຕຽນ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເເຫ່ງ ສສ ຫວຽດນາມ, ສະຫາຍ ພົນໂທ ຫວຽນເຈື່ອງຖັງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະ ກໍໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ເຊັ່ນດຽວກັນ.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ. ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 4 ວັນ ໂດຍເລີ່ມແຕ່ວັນທີ 9-12 ສິງຫາ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026 ຢູ່ສະໜາມຫຼວງ ນະຄອນຫຼວງວຽງຈັນ.
ຂ່າວທີ່ກ່ຽວຂ້ອງ














