Skip to main content

ການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນຕ່າງໆ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ

11/08/2026
ໃນວັນທີ 9 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ການນໍາຂັ້ນສູງຂອງພັກ-ລັດ, ບັນດາອົງການ, ກະຊວງ, ສໍານັກງານ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ການວາງພວງມາລາຄັ້ງນີ້ ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ຜູ້ໄດ້ອຸທິດເຫື່ອແຮງ, ສະ ຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະ ເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ.
ຄະນະທໍາອິດ ທີ່ເຂົ້າວາງພວງມາລາ ແມ່ນ ຄະນະບໍ ລິຫານງານສູນກາງພັກ, ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ຈາກນັ້ນ ເເມ່ນຄອບຄົວສະຫາຍ ທອງລຸນ ສີສຸລິດ, ຕໍ່ມາແມ່ນ ຄະນະປະຈໍາສະພາແຫ່ງຊາດ ນໍາໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນ ກາງພັກ ຮອງປະທານສະພາແຫ່ງຊາດ, ຕໍ່ມາແມ່ນ ຄະນະລັດຖະບານ ນໍາໂດຍ ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ຕໍ່ມາເເມ່ນຄະນະຄອບຄົວ ພົມວິຫານ ນໍາໂດຍ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ; ຄອບຄົວສີພັນດອນ ນຳໂດຍ ສະຫາຍ ສອນໄຊ ສີພັນດອນ, ຕໍ່ມາແມ່ນຄະນະຈາກຫ້ອງວ່າການສູນກາງພັກ ນໍາໂດຍ ສະ ຫາຍ ເພັດ ພົມພີພັກ ກຳມະການກົມການ ເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ.
ພ້ອມນີ້, ຍັງມີຄະນະວາງພວງມາລາຈາກສູນກາງແນວ ລາວສ້າງຊາດ ນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳ ມະການກົມການເມືອງສູນກາງພັກ, ປະທານສູນກາງເເນວລາວສ້າງຊາດ, ຈາກຊັ້ນ ແມ່ນຄອບຄົວ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ, ຕໍ່ມາແມ່ນ ຄະນະວາງພວງມາລາຈາກຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຕໍ່ມາແມ່ນ ຄະນະວາງພວງມາລາຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ນອກນັ້ນ ຍັງມີຄະນະວາງພວງມາ ລາຈາກບັນດາກະຊວງ, ສໍານັກງານ, ອົງການ, ຄອບຄົວການນໍາ, ອະດີດການນຳພັກ-ລັດ,ບັນດານັກທຸລະກິດ, ບໍລິສັດ ເເລະ ອື່ນໆຕາມລໍາດັບ.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະ ນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງ ຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 4 ວັນ, ໂດຍເລີ່ມແຕ່ວັນທີ 9-12 ສິງຫາ 2026 ຢູ່ຫໍປະຊຸມແຫ່ງ ຊາດ ນະຄອນຫຼວງວຽງຈັນ, ພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026 ຢູ່ສະໜາມຫຼວງນະຄອນຫຼວງວຽງຈັນ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ