ສະຫາຍເລຂາທິການໃຫຍ່ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ
11/08/2026

ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ແທງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິ ຫານ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສະຫາຍ ເຈີນ ແທັງ ເໝີ້ນ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມ ພິທີວາງພວງມາລາ ແລະ ໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ ຊຶ່ງເປັນການບິແບ່ງຄວາມເສົ້າໂສກເສຍດາຍ ຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທັງເປັນການສະແດງໃຫ້ເຫັນນໍ້າໃຈແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ອັນສະເໝີຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ ຊຶ່ງຍາມໃດການນໍາ ສອງພັກ, ສອງລັດ ກໍໄດ້ຢັ້ງຢືນວ່າ ຄວາມສາມັກຄີ, ການຮ່ວມມື, ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງສອງປະເທດ ລາວ-ຫວຽດນາມ ນັ້ນແມ່ນເປັນກົດເກນພາວະວິໄສ, ເປັນປັດໄຈທີ່ມີຄວາມໝາຍຕັດສິນໄຊຊະນະພາລະກິດປະຕິວັດຂອງ ແຕ່ລະພັກ, ແຕ່ລະປະເທດ, ເຖິງວ່າສະພາບການຂອງໂລກ ຈະຜັນແປໄປຢ່າງສົບສົນກໍຕາມ ແຕ່ສອງປະເທດຍັງຕັດສິນໃຈຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ, ບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະ ຫາຍາກ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ.
ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາວ່າ ສະຫາຍ ໄຊສົມພອນ ພົມວິຫານ ເປັນໜຶ່ງໃນບັນດາສະຫາຍການນໍາຫລັກແຫລ່ງຂອງ ພັກປະຊາຊົນປະຕິວັດລາວ ທີ່ມີຄວາມຮູ້ຄວາມສາມາດ ແລະ ແກນນໍາຂອງສູນກາງພັກ ໃນການນໍາພາ-ຊີ້ນໍາ ການປະຕິວັດ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ເປັນຜູ້ນໍາໜ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ; ເປັນນັກປະຕິວັດ ທີ່ມີນໍ້າໃຈຮັກ ຊາດອັນສູງສົ່ງ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດ, ຕະຫລອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເພື່ອພາລະກິດປະຕິວັດ, ເພື່ອການພັດທະ ນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ໃນຍາມຍັງມີຊີວິດ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເອົາໃຈໃສ່ເປັນພິເສດ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລາວ-ຫວຽດ ນາມ, ຖືເປັນບຸລິມະສິດອັນດັບຕົ້ນ ໃນແນວທາງການຕ່າງປະເທດຂອງຕົນ, ມີຄວາມຮັກແພງສະໜິດສະໜົມກັບຜູ້ນໍາ ພັກ, ລັດ ຫວຽດນາມ ແລະ ຢືນຢັນວ່າ ໃນທ່າມກາງຄວາມໂສກ ເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ພະນັກ ງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈະຫັນຄວາມເສົ້າສະຫລົດໃຈ ແລະ ຄວາມອາໄລຮັກຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນການກະທໍາຕົວຈິງ, ສາມັກຄີເປັນປຶກແຜ່ນແໜ້ນໜາ ອ້ອມຂ້າງຄະນະບໍລິຫານງານສູນກາງພັກ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງ ອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຂອງພັກສູ່ລວງເລິກ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.
ສະຫາຍ ເຈີນ ແທງ ເໝີ້ນ ໄດ້ຕາງໜ້າ ສູນກາງພັກ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການເຖິງແກ່ມໍລະນະກຳຂອງ ສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາວ່າ ສະຫາຍ ໄຊສົມພອນ ພົມວິຫານ ແມ່ນການນຳຫລັກແຫລ່ງຂອງສູນກາງພັກປະຊາຊົນປະຕິ ວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ຕະຫລອດຊີວິດໄດ້ເສຍສະລະສູ້ຊົນ ເພື່ອຄວາມເປັນເອກະລາດຂອງຊົນຊາດ, ສິດເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫລວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບ ຄົວຂອງສະຫາຍ, ແຕ່ຫາກຍັງ ເປັນການສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ ຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ.
ສະຫາຍ ຍາມໃດກໍສະໜັບສະໜູນຕໍ່ພາລະກິດສ້າງ ສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດ ນາມ ແລະ ໄດ້ມີການປະກອບສ່ວນສຳຄັນຫລວງຫລາຍໃນການສ້າງສາ, ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດ ນາມ-ລາວ; ຕີລາຄາສູງຕໍ່ບັນດາການອຸທິດອັນໃຫຍ່ຫລວງຂອງ ສະຫາຍ ໄຊສົມພອນ ພົມວິຫານ ໃນພາລະກິດການປະຕິວັດ ໃນເມື່ອກ່ອນ ກໍຄື ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫລົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫລວງນີ້ ໂດຍໄວ ແລະ ສືບຕໍ່ພາ ລະກິດສ້າງສາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.
ສອງສະຫາຍການນໍາຂອງ ສອງພັກ, ສອງລັດ ຕ່າງກໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນການສະໜັບສະ ໜູນ, ຊ່ວຍເຫລືອ ອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ ລະປະເທດ ໃນປັດຈຸບັນ; ພ້ອມກັນຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ຢືນຢັນວ່າ ສອງຝ່າຍ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ, ການຮ່ວມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມືສວຍສົດງົດງາມ, ແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.
ພາບ: ອ່າຍຄຳ
ຂ່າວທີ່ກ່ຽວຂ້ອງ














