ສົກຮຽນນີ້ ມີນັກຮຽນສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດເຖິງ 7,8 ພັນກວ່າຄົນ
11/08/2026

ໃນວັນທີ 08 ສິງຫາ 2026 ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສົກສຶກສາ 2026-2027 ທີ່ສະໂມສອນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ, ໂດຍການເປັນປະທານຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ປະທານຄະນະກໍາມະການການສອບເສັງ, ມີທ່ານ ນາງ ສິດທັດຖາ ໄຕແກ້ວພິທູນ ຮອງຫົວໜ້າກົມ ປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະກິລາ, ມີບັນດາຄະນະອໍານວຍການໃຫຍ່ ມຊ, ຄະນະກໍາມະການຝ່າຍຕ່າງໆ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການສອບເສັງ ສົກສຶກສາ 2026-2027 ວ່າ: ເພື່ອຄວາມເປັນລະບຽບ-ຮຽບຮ້ອຍໃນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ ໃນສົກສຶກສານີ້, ທາງ ມຊ ພວກເຮົາໄດ້ມີການກະກຽມຄວາມພ້ອມ, ເຊິ່ງໄດ້ແຕ່ງຕັ້ງບັນດາຄະນະກໍາການຮັບຜິດຊອບຝ່າຍຕ່າງໆ ເຊັ່ນ ຄະນະກໍາມະການຊີ້ນໍາ, ຄະນະກໍາມະການຍ່ອຍເພື່ອລົງເລິກແຕ່ລະໜ້າວຽກຂອງການສອບເສັງ, ເຊິ່ງຜ່ານການກະກຽມມາຮອດມື້ນີ້ ວັນທີ 08 ສິງຫາ 2026 ເປັນມື້ສອບເສັງຕົວຈິງ; ເຫັນວ່າແຕ່ລະໜ້າວຽກແມ່ນມີຄວາມພ້ອມ 100%; ການສອບເສັງຄັດເລືອກເອົານັກສຶກສາ ສົກສຶກສາ 2026-2027 ປີນີ້, ແມ່ນໄດ້ເປີດໃຫ້ນັກສຶກສາລົງທະບຽນຜ່ານລະບົບອອນລາຍ ມາຕັ້ງແຕ່ວັນທີ 06 ກໍລະກົດ ເຖິງວັນທີ 07 ສິງຫາ, ມີຜູ້ສະໝັກລົງທະບຽນເຂົ້າຮຽນທັງໝົດແມ່ນ 8,765 ຄົນ ແລະ ມີໜ້າສອບເສັງຕົວຈິງ ແມ່ນ 7,867 ຄົນ; ເຊິ່ງແບ່ງອອກເປັນ 02 ສູນການສອບເສັງຄື: ສູນວິທະຍາເຂດດົງໂດກ ແລະ ສູນວິທະຍາເຂດໂສກປ່າຫຼວງ; ມີ 16 ຈຸດການສອບເສັງ; ໃນນັ້ນ ກຸ່ມ A ມີ 5 ຈຸດ, ກຸ່ມ B ມີ 10 ຈຸດ (ສໍາຮອງວິທະຍາເຂດດົງໂດກ 1 ຈຸດ ແລະ ວິທະຍາເຂດໂສກປ່າຫຼວງ 1 ຈຸດ; ມີ 387 ຫ້ອງສອບເສັງ, ກຸ່ມ A 107 ຫ້ອງ, ກຸ່ມ B 280 ຫ້ອງ, ແຕ່ລະຫ້ອງບັນຈຸນັກສອບເສັງໄດ້ 20 ຫາ 30 ຄົນ, ມີກຳມະການຍາມຫ້ອງສອບເສັງທັງໝົດ 797 ທ່ານ (ກໍາມະການຕົ້ນຕໍ 750 ທ່ານ; ສຳຮອງ 47 ທ່ານ). ໃນນັ້ນ ກຸ່ມ A ມີກຳມະການຍາມຫ້ອງສອບເສັງ 224 ທ່ານ (ກຳມະການຕົ້ນຕໍ 210 ທ່ານ, ກຳມະການສຳຮອງ 14 ທ່ານ); ກຸ່ມ B ມີຄະນະກຳມະການຍາມຫ້ອງສອບເສັງ 573 ທ່ານ (ກຳມະການຕົ້ນຕໍ 540 ທ່ານ, ກຳມະການສຳຮອງ 33 ທ່ານ) ສໍາລັບຕາຕະລາງການສອບເສັງແມ່ນໄດ້ແບ່ງອອກເປັນ 02 ກຸ່ມ ຄື: A ແລະ B; ກຸ່ມ A ກຸ່ມວິຊາທໍາມະຊາດ ແລະເທັກໂນໂລຊີ STEM ມີ 65 ສາຂາວິຊາ ແລະ ກຸ່ມ B ກຸ່ມວິຊາສັງຄົມສາດ ແລະມະນຸດສາດ NON STEM ມີ 50 ສາຂາວິຊາ ຊຶ່ງໄດ້ຈັດການສອບເສັງໃນມື້ດຽວກັນ ກໍຄື ວັນທີ 08 ສິງຫາ 2026 ມື້ນີ້; ກຸ່ມ A ຕອນເຊົ້າ ເສັງ ຄະນິດສາດ+ຟີຊິກສາດ ໃຊ້ເວລາ 120 ນາທີ; ຕອນບ່າຍ ເສັງ ພາສາລາວ-ວັນນະຄະດີ + ເຄມີສາດ+ຊີວະສາດ ແລະ ພາສາອັງກິດ ໃຊ້ເວລາ 90 ນາທີ; ກຸ່ມ B ຕອນເຊົ້າ ເສັງ ວິຊາຄະນິດສາດ B+ພາສາລາວ-ວັນນະຄະດີ ໃຊ້ເວລາ 120 ນາທີ; ຕອນບ່າຍ ເສັງວິຊາ ພູມີສາດ+ປະຫວັດສາດ ແລະພາສາອັງກິດ ໃຊ້ເວລາ 90 ນາທີ.
ທ່ານຜູ້ອຳນວຍການໃຫຍ່ ມຊ ກ່າວຕື່ມອີກວ່າ ໃນສົກສຶກສາ 2026-2027 ນີ້, ມຊ ມີແຜນຮັບເອົານັກສຶກສາ ເຂົ້າຮຽນທັງ ໝົດ ຈໍານວນ 7,025 ຄົນ. ແຕ່ສໍາລັບການສອບເສັງ ໃນຄັ້ງວັນທີ 08 ສິງຫາ 2026 ນີ້ ແມ່ນຮັບເອົາ 5,630 ຄົນ; ໃນນີ້ ລວມທັງຫຼັກສູດປະລິນຍາຕີ ແລະອະນຸປະລິນຍາ; ສ່ວນຫຼັກສູດປະລິນຍາຕີ ນາໆຊາດ 100 ຄົນ, ຫຼັກສູດ ຕໍ່ເນື່ອງປະລິນຍາຕີ 1,295 ຄົນ ແມ່ນຍັງຈະຈັດການສອບເສັງພາຍຫຼັງ. ມຊ ເປັນສະຖາບັນການສຶກສາທີ່ມີຫຼາກຫຼາຍສາຂາວິຊາຮຽນ ແຫ່ງທໍາອິດຂອງລາວ ປະກອບມີ 13 ຄະນະວິຊາ, ມີຫຼັກສູດລະດັບປະລິນຍາຕີ 123 ຫຼັກສູດ, ຕໍ່ເນື່ອງປະລິນຍາຕີ 46 ຫຼັກສູດ ແລະ ລະດັບອະນຸປະລິນຍາມີ 6 ຫຼັກສູດ. ຫຼັກສູດທີ່ເປີດຮັບສະໝັກລົງທະບຽນສອບເສັງໃນສົກສຶກສາ 2026-2027 ມີ ລະດັບປະລິນຍາຕີ ທັງໝົດ 115 ຫຼັກສູດ, ໃນນັ້ນປະກອບມີຫຼັກສູດນາໆຊາດ 2 ຫຼັກສູດ, ແບ່ງອອກເປັນ ກຸ່ມ A (ວິທະຍາສາດ ແລະ ເຕັກໂນໂລຢີ) 65 ຫຼັກສູດ; ກຸ່ມ B (ສັງຄົມສາດ ແລະ ມະນຸດສາດ) 50 ຫຼັກສູດ.
ພາຍຫຼັງການສອບເສັງຄາດວ່າ ຈະປະກາດຜົນການສອບເສັງ ໃຫ້ສັງຄົມຮັບຊາບໃນວັນທີ 24 ສິງຫາ 2026 ແລະ ຈະເປີດຮັບລົງທະບຽນ ວັນທີ 31 ສິງຫາ 2026 ເປັນຕົ້ນໄປ. ຈາກນັ້ນ, ຜູ້ອຳນວຍການໃຫຍ່ ມຊ ແລະ ຄະນະຜູ້ອຳນວຍການກໍ່ໄດ້ຕິດຕາມການສອບເສັງແຕ່ລະຈຸດອີກດ້ວຍ.
ພາບ-ຂ່າວ: ບົວລະພາ














