Skip to main content

ສະຖານທູດລາວ ປະຈຳ ສສ ຫວຽດນາມ ວາງພວງມາລາໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

11/08/2026
ໃນຕອນເຊົ້າວັນທີ 10 ສິງຫາ 2026 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຄະນະພັກ, ຄະນະນຳ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ນຳໂດຍສະຫາຍ ນາງ ຄຳເພົາ ເອີນທະວັນ ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ວາງພວງມາລາ ແລະ ຂຽນປື້ມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ເສຍຊີວິດ ໃນວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນ ເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ.
ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ; ເປັນບຸດຂອງ ປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ ໃນຄອບຄົວພະນັກງານປະຕິວັດ, ມີອ້າຍນ້ອງຮ່ວມກັນ 6 ຄົນ; ສະຫາຍ ໄດ້ສ້າງຄອບຄົວກັບ ສະຫາຍ ດຣ ນາງ ວິພາວັນ ພົມວິຫານ, ມີລູກນໍາກັນ 2 ຄົນ, ຊາຍ 1 ຄົນ ແລະ ຍິງ 1 ຄົນ; ປັດຈຸບັນ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳຫຼັກແຫຼ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພິກໄຫວ, ເປັນຜູ້ມີປະສົບການ ຜ່ານການເປັນການນໍາຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ; ເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວ ບັນດາເຜົ່າ.
ການຈາກໄປໂດຍບໍ່ມີວັນຈະກັບຄືນມາ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍ ອັນໃຫຍ່ຫຼວງ ສຳລັບພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ