ຜູ້ອຳນວຍການ ແລະ ຄູສອນ ວິຊາຄະນິດສາດ ຊັ້ນປະຖົມສຶກສາ 8 ແຫ່ງ ນວ ຮັບການຝຶກອົບຮົມສ້າງແຜນການສອນ ແບບແກ້ໄຂບັນຫາຕົວຈິງ
ກອງປະຊຸມຝຶກອົບຮົມ ແລະ ສ້າງແຜນການສອນຄະນິດສາດແບບແກ້ໄຂບັນຫາຕົວຈິງ (TTP / SEA-PLM) ສຳລັບຊັ້ນປະຖົມສຶກສາ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກກິລາເຈົ້າອານຸວົງ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປັນຍາ ຈັນທະວົງ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສິດທັດຖາ ໄຕແກ້ວພິທູນ ຮອງຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຈ ຟູຈິ ໂຕຊິອາກິລະ ຊ່ຽວຊານຈາກປະເທດຍີ່ປຸ່ນ ພ້ອມດ້ວຍທີມງານ, ບັນດາຜູ້ອຳນວຍການໂຮງຮຽນທັງ 8 ແຫ່ງພາຍໃນນະຄອນຫຼວງວຽງຈັນ, ຕາງໜ້າຈາກພະນັກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຕາງໜ້າຈາກກົມສາມັນສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ,...








